ເປີດຮ້ານ ວີມາຣ໌ເກັດ ແລະ ຮ້ານຊີ້ນໝູສົດ ທີ່ບ້ານນາເລົ່າ ເມືອງສີໂຄດຕະບອງ

1152

ເປີດໃຫ້ບໍລິການ ຮ້ານສະດວກຊື້ ວີມາຣ໌ເກັດ ແລະ ຮ້ານຊີ້ນໝູສົດ ເພື່ອເປັນທາງເລືອກໃຫ້ພໍ່ແມ່ປະຊາຊົນເຂົ້າເຖິງການສິນຄ້າທົ່ວໄປ, ພືດຜັກສົດ ແລະ ຊີ້ນໝູ ຈາກບໍລີສັດຊີພີ.

ພິທີເປີດມີຂຶ້ນວັນທີ 30 ກໍລະກົດ 2021 ທີ່ບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ທໍານອງ ພົນທອງມາກ ກໍາມະການຜູ້ຈັດການ ບໍລິສັດຊີພີລາວ, ທ່ານ ວາລະໄຊ ເລັ່ງສະຫວັດ ຫົວນ້າກົມການຄ້າພາຍໃນ, ທ່ານ ພູພະພອນ ວົງຄີລີ ຜູ້ບໍລິຫານ ວີມາຣ໌ເກັດ ແລະ ຮ້ານຊີ້ນໝູສົດ ພ້ອມດ້ວຍພາກທຸລະກິດເຂົ້າຮ່ວມ.


ທ່ານ ພູພະພອນ ວົງຄີລີ ກ່າວວ່າ: ການເປີດຮ້ານເພື່ອເຮັດໃຫ້ພໍແມ່ປະຊາຊົນໄດ້ເຂົ້າເຖິງການ ບໍລິການ ແລະ ສິນຄ້າທີ່ມີຄຸນນະພາບ, ລາຄາສົມເຫດສົມຜົນ ແລະ ທັງເປັນການ ຍົກລະດັບ ການຄ້າຂາຍ ໃຫ້ມີຄວາມຫຼາກຫຼາຍ. ສໍາລັບການເປີດບໍລິການໃນຄັ້ງນີ້ມີຮ້ານ ວີມາຣ໌ເກັດ ເຊິ່ງເປັນຮ້ານສະດວກຊື້ ບໍລິການສິນຄ້າອຸປະໂພກ – ບໍລິໂພກທົ່ວໄປທີ່ມີຄົບທຸກປະເພດ. ສ່ວນຮ້ານ ຮ້ານຊີ້ນໝູສົດ(PORK SHOP) ແມ່ນບໍລິການຊີ້ນໝູສົດຂອງ ຊີພີ, ຊີ້ນສະໄລ່, ໄຂ່ໄກ່, ອາຫານສໍາເລັດຮູບຈາກຊີພີ ແລະ ສິນຄ້າອື່ນໆ ສົດໃໝ່ທຸກວັນ, ພ້ອມນັ້ນຍັງມີຜະລິດຕະພັນຜັກສົດ ສະອາດ ຂາຍໃນລາຄາທ້ອງຕະຫຼາດ, ມີປ້າຍລາຄາບອກລະອຽດ ທີ່ສໍາຄັນແມ່ນຂາຍໃນຫ້ອງຊຸບເປີມາກເກັດ ຮັບປະກັນຄວາມສົດໃໝ່ທຸກວັນເພື່ອຄຸນນະພາບຊີວິດທີ່ດີ ຂອງລູກຄ້າ. ສ່ວນແຜນໃນຕໍ່ໜ້າ ທາງຮ້ານມີແຜນຂະຫຍາຍໃຫເການບໍລິການສາມາດຄວບຄຸມໄດ້ໃນນະຄອນຫຼວງວຽງຈັນ, ທ່ານ ພູພະພອນ ວົງຄີລີ ກ່າວ.


ທ່ານ ວາລະໄຊ ເລັ່ງສະຫວັດ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດ ແລະ ຮ້ານ ວີມາຣ໌ເກັດ ແລະ ຮ້ານຊີ້ນໝູສົດ ທີ່ຕັດສິນໃຈ ເປີດໃຫ້ບໍລິການລູກຄ້າ ການເປີດຮ້ານຄັ້ງນີ້ເປັນການສ້າງໂອກາດ ແລະ ເງື່ອນໄຂທີ່ດີໃນການເຂົ້າເຖິງສິນຄ້າຂອງປະຊາຊົນໄດ້ຊື້ສິນຄ້າດີ, ລາຄາຖືກ ແລະ ມີຄວາມສະອາດ. ທ່ານຮຽກຮ້ອງໃຫ້ຜູ້ບໍລິການເອົາໃຈໃສ່ ສະໜອງສິນຄ້າມີຄວາມປອດໄພ ທັງເປັນບ່ອນຈໍາໜ່າຍສິນຄ້າຂອງຜູ້ຜະລິດ ແລະ ປະກອບສ່ວນໃນການສ້າງລາຍຮັບງົບປະມານໃຫ້ລັດຖະບານຕາມລະບຽບກົດໝາຍ.

ທ່ານ ທໍານອງ ພົນທອງມາກ ກ່າວວ່າ: ບໍລິສັດຊີພີ ເລີ່ມດໍາເນີນທຸລະກິດໃນປະເທດລາວແຕ່ປີ 2007 ຕະຫຼອດ 14 ປີ ໄດ້ມີການເຕີບໃຫຍ່ຂະຫຍາຍໂຕເປັນກ້າວໆ ໂດຍມີການຜະລິດ, ປຸງແຕ່ງຜະລິດຕະພັນກະສິກໍາ ທີ່ມີຄຸນນະພາບ, ປອດໄພ ເຖິງມືຜູ້ບໍລິໂພກ. ສະເພາະ ຮ້ານ ຮ້ານຊີ້ນໝູສົດ(PORK SHOP) ມີ 24 ສາຂາບໍລິການແລ້ວ ເຊິ່ງພວກເຮົາມີຜະລິດຕະພັນ ທີ່ສາມາດກວດສອບທຸກຂັ້ນຕອນການຜະລິດ ນັບແຕ່ຂອບການລ້ຽງ ຈົນຮອດເຖິງມືລູກຄ້າ.

.

.

.

.