ສິລິນາ ເຂົ້າເສັ້ນໄຊ 12,41 ວິນາທີຈົບທີ 6 ຈາກທັງໝົດ 9 ຄົນແລ່ນ 100 ແມັດຍິງໂອແລມປິກ 2020

659

ກີລາ ໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ, ສປປ ລາວ ໄດ້ສິດເຂົ້າຮ່ວມແຂ່ງຂັນຈໍານວນ 4 ຄົນ ເຊິ່ງກ່ອນໜ້ານີ້ ທ້າວ ສຸກພະໄຊ ສິດທິສານ ນັກກີລາຢູໂດທີມຊາດລາວ ມື 105 ຂອງໂລກ ລຸ້ນນໍ້າໜັກ 60 ກິໂລ ຮອບທໍາອິດ ເສຍໃກ້ກັບ Eric Takabatake ນັກກິລາຢູໂດ ອັນດັບທີ 14 ຂອງໂລກ ທີມຊາດບຣາຊິນ.

ຫຼ້າສຸດເວລາປະມານ 7 ໂມງເຊົ້າຂອງວັນທີ 30 ກໍລະກົດ 2021 ນາງ ສິລິນາ ພະອາໄພ ນັກກີລາແລ່ນ-ລານ 100 ແມັດຍິງ ເຊິ່ງເປັນນັກກີລາລາວ ຄົນທີ 2 ທີ່ໄດ້ລົງແຂ່ງຂັນໃນໂອແລມປິກ 2020 ແລະ ຮອບທໍາອິດ ( ຮອບຄັດເລືອກ ) ມີການແຂ່ງຂັນເຖິງ 3 ກຸ່ມ, ໂດຍ ສິລິນາ ຢູ່ກຸ່ມ 2 (Heat 2) ມີນັກກີລາທັງໝົດ 9 ຄົນ ໂດຍຈະຄັດເອົາອັນດັບ 1-3 ເຂົ້າຮອບທີ 2.

ຜ່ານການແຂ່ງຂັນປາກົດວ່າ: ສິລິນາ ພະຍາຍາມສຸດຂີດແລ້ວແລ່ນເຂົ້າເສັ້ນໄຊດ້ວຍເວລາ 12,41 ວິນາທີ ເຊິ່ງເປັນສະຖິິຕິດີທີ່ສຸດຂອງຕົວເອງໃນໂອແລມປິກ ແລະ ລາຍການໃຫຍ່ໆ ຈົບຢູ່ອັນດັບທີ 6 ຂອງກຸ່ມຕົກຮອບໄປ ຕາມຫຼັງສະຖິຕິສູງສຸດໃນປະຫວັດສາດໂອແລມປິກ ປະເພດ 100 ແມັດຍິງຢູ່ 1,79 ວິນາທີເທົ່ານັ້ນ, ສ່ວນອັນດັບ 1-3 ແມ່ນເຂົ້າຮອບ 2 ປະກອບມີ FARZANEH Fasihi ຈາກອີຣານ 11,76, NABILA ALIAS Azreen ຈາກມາເລເຊຍ 11,77 ວິນາທີ ແລະ ALSHAMMARI Mudhawi ຈາກຄູເວດ 11,82 ວິນາທີ ຕາມລໍາດັບ.

.

ຂະນະທີ່ ນັກກີລາອີກ 2 ຄົນແມ່ນຈະລົງແຂ່ງຂັນໃນແລງຂອງວັນທີ 30 ກໍລະກົດ 2020 ຄື
ທ້າວ ສັນຕິສຸກ ອິນທະວົງ ລອຍນໍ້າຟຣີສະຕາຍ 50 ແມັດຊາຍ ຈະລົງແຂ່ງຂັນເວລາປະມານ 19:00 ໂມງ ( ເວລາໃນບ້ານເຮົາປະມານ 18:00 ໂມງ ) ເຊິ່ງໃນປະເພດ 50 ແມັດຊາຍມີເຖິງ 10 ກຸ່ມ ໂດຍກຸ່ມຂອງ ສັນຕິສຸກ ຢູ່ໃນກຸ່ມທີິ 3 ມີນັກກີລາທັງໝົດ 8 ຄົນ, ສ່ວນເປົ້າໝາຍຂອງ ສັນຕິສຸກ ອິນທະວົງ ແມ່ນຫວັງທຳລາຍສະຖິຕິຂອງຕົວເອງ ແລະ ເອົາຊະນະນັກກີລາທີ່ມາຈາກທົ່ວໂລກໃຫ້ໄດ້ຫລາຍທີ່ສຸດ ເພື່ອຫວັງຕິດ 1 ໃນ 3 ຂອງຮອບຄັດເລືອກ.

ນາງ ສິຣິອາລຸນ ບຸດຈະເລີນ ນັກກີລາລອຍນໍາຟຣີສະຕາຍ 50 ແມັດຍິງ ຈະລົງແຂ່ງຂັນເວລາ 19:28 ໂມງ ( ເວລາປະມານໃນບ້ານເຮົາປະມານ 18:28 ໂມງ ) ເຊິ່ງປະເພດ 50 ແມັດຍິງມີເຖິງ 11 ກຸ່ມ ໂດຍ ສິຣິອາລຸນ ຢູ່ກຸ່ມທີ 3 ມີນັກກີລາທັງໝົດ 8 ຄົນ

ກ່ອນແຂ່ງຂັນ ສິຣິອາລຸນ ເປີດເຜີຍວ່າ: ຕອນນີ້ແມ່ນມີຄວາມພ້ອມພໍສົມຄວນ ແລະ ເປົ້າໝາຍຄືເຮັດເວລາໃຫ້ດີທີ່ສຸດ ເພື່ອທຳລາຍສະຖິຕິຂອງຕົນເອງໄດ້ໃນໂອແລມປິກ ແລະ ຫວັງວ່າຈະສາມາດເປັນໜຶ່ງໃນນັກກີລາທີ່ສາມາດຜ່ານເຂົ້າໄປໃນຮອບຊີງຊະນະເລີດໄດ້.

ຂ່າວ: ຫຼ້າ