ຈຸດໝາຍປາຍທາງຈະຍາກສໍ່າໃດກໍຕ້ອງໄປພິຊິດໃຫ້ໄດ້ “ ພູຊ້າງ ” ເຂດປ່າສະຫງວນພູເຂົາຄວາຍ

1449

ເວົ້າເຖິງການທ່ອງທ່ຽວ ຫຼາຍສະຖານທີ່ກໍມີຄວາມແຕກຕ່າງກັນ ເຊິ່ງມັນກໍຕອບໂຈດກັບຫຼາຍຄົນ ບາງຄົນມັກຍ່າງ, ບາງຄົນມັກສະຖານທີ່ໄປ – ມາສະດວກນັ່ງກິນລົມຊົມວິວໃກ້ບ້ານເທົ່າໃດຍິ່ງດີ, ບາງຄົນມັກຄວາມຜະຈົນໄພທ້າທາຍກັບຄວາມຍາກລໍາບາກຕ່າງເປັນການຝຶກຝົນຈິດໃຈ ແລະ ສຸຂະພາບໃນການເດີນທາງ.

ມື້ນີ້ຈະພາທ່ານຜູ້ອ່ານມາຮູ້ຈັກກັບອີກໜຶ່ງສະຖານທີ່ ຫວັງວ່າຈະແທດເໝາະກັບໄວໜຸ່ມທີ່ມັກຄວາມທ້າທາຍໃນການເດີນທາງ ນັ້ນກໍຄື “ ພູຊ້າງ ” ຢູ່ປ່າສະຫງວນພູເຂົາຄວາຍ ເຊິ່ງດ້ວຍ ຄວາມສູງ 1 ພັນກວ່າແມັດ ເຮັດໃຫ້ເບິ່ງເຫັນຄວາມງົດງາມຂອງຕົວເມືອງຈາກມຸມສູງໄດ້ສະບາຍ ພ້ອມກັບທ້າລົມໜາວໄລຍະທ້າຍປີ ແລະ ຕື່ນຂຶ້ນມາເບິ່ງວິວຢູ່ຈອມພູແບບ 360 ອົງສາເລີຍ ແນມໄປເຫັນເຖິງເຂດທ່າລາດ ແລະ ເຂດບ້ານ 516 ໄຊສົມບູນ ອີກດ້ວຍ.

ການເດີນທາງຄັ້ງນີ້ເຖິງແມ່ນວ່າຈະຍາວໄກ ແຕ່ຖ້າໄດ້ໄປຮອດແລ້ວແມ່ນຫາຍເມື່ອຍທັນທີ ກັບການໄດ້ໄປສໍາຜັດກັບບ້ານຍາກາດເມື່ອຢືນຢູ່ເທິງໜ່ວຍພູທີ່ເຕັມໄປດ້ວຍທົ່ງຫຍ້າຂຽວສະອຸ່ມງົດງາມ; ການເດີນທາງທີ່ເໝາະກັບສາຍທ່ອງທ່ຽວ, ສາຍຊິວຕິດພັນກັບທໍາມະຊາດ ພ້ອມກັບການສໍາຜັດບັນຍາກາດທີ່ແຕກຕ່າງ ແລະ ສົດຊື່ນຈາກອາກາດທີ່ບໍລິສຸດ.

ສະຖານທີ່ຕັ້ງຂອງພູຊ້າງແຫ່ງນີ້ ແມ່ນຕັ້ງຢູ່ເຂດປ່າສະຫງວນພູເຂົາຄວາຍ ເມືອງທຸລະຄົມ ແຂວງ ວຽງຈັນ ການເດີນທາງສາມາດໄປໄດ້ສອງທາງ ຄື: ທາງຕາດຊ້າງ ແລະ ທາງບ້ານວັງເຮືອ ເມືອງທຸລະຄົມ ແຂວງວຽງຈັນ ເປັນອີກໜຶ່ງຈຸດໝາຍປາຍທາງຂອງນັກທ່ອງທ່ຽວສາຍທໍາມະຊາດເລີຍກໍວ່າໄດ້ ເພາະຖ້າຫາກໄປພິຊິດພູຊ້າງໄດ້ກໍຈະໄດ້ຮູບຖ່າຍງາມໆກັບຜືນຫຍ້າສີຂຽວສົດຊື່ນສະບາຍຕາ ພ້ອມວິວອ້ອມຮອບຈອມພູທີ່ງົດງາມ ໄດ້ໃກ້ຊິດກັບທໍາມະຊາດຢ່າງແທ້ຈິງທີ່ໃກ້ກັບຕົວເມືອງໃຊ້ເວລາໃນການເດີນທາງບໍ່ດົນ ແລະ ໄດ້ສໍາຜັດລົດຊາດຄືດັ່ງໄປທ່ຽວນິວຊີແລນເມືອງນອກ ອີກດ້ວຍ.

ໃຜທີ່ສົນໃຈໄປຜະຈົນໄພຂຶ້ນພູແບບນີ້ ແມ່ນຕ້ອງຊວນໝູ່ເພື່ອນໄປດ້ວຍກັນຫຼາຍໆຄົນ ເພື່ອໄປປ່ຽນບັນຍາກາດເພີ່ມສີສັນ ແລະ ຄວາມແຕກຕ່າງໃຫ້ກັບຊີວິດດ້ວຍລົດຊາດໃໝ່ນໍາອີກ ການໄດ້ໄປຢູ່ກິນກັບທໍາມະຊາດ ໂດຍການໄປກິນເຂົ້າ, ຕັ້ງເຕັ້ນນອນກໍ່ໄຟຝີງ ລໍຖ້າເບິ່ງຕາເວັນຕົກດິນ ແລະ ເບິ່ງອາລຸນໃໝ່ໃນຍາມເຊົ້າ ກໍຈະເຮັດໃຫ້ຈິດໃຈລືມເລື່ອງຮ້າຍໆໃນອະດີດໄດ້ທັນທີ ຮັບເອົາຄວາມສົດຊື່ນແຈ່ມໃສແທນທີ່ຄວາມຕຶງຄຽດຈາກວຽກງານຕ່າງໆ.

ຫຼາຍຄົນມີຄວາມໃຝ່ຝັນຢາກຈະໄປທ່ຽວຕ່າງປະເທດ ເຊັ່ນ: ນິວຊີແລນ ທີ່ມີທົ່ງຫຍ້າອັນ ກວ້າງໃຫຍ່ ແລະ ຂຽວງາມ ແຕ່ບໍ່ເປັນຫຍັງ ຍ້ອນສະຖານະການແຜ່ລະບາດຂອງພະຍາດໂຄ ວິດ – 19 ເຮົາມາສະໜັບສະໜູນການທ່ອງທ່ຽວລາວທ່ຽວລາວກັນກ່ອນ ແລະ ມື້ນີ້ມີສະຖານທີ່ງາມໆແບບນັ້ນຢູ່ທີ່ລາວແລ້ວ ດ້ວຍການທ່ອງທ່ຽວເມືອງລາວແບບອະນຸຮັກທໍາມະຊາດ ແລະ ສິ່ງແວວລ້ອມໃຫ້ມີຄວາມງົດງາມຢູ່ກັບເຮົາຕະຫຼອດໄປ.

ແນະນໍາເລີຍເດີ ໃນການເດີນທາງໄປຕ້ອງໃສ່ໂສ້ງ ແລະ ເສື້ອແຂນຍາວ ເພາະເຮົາຕ້ອງໄດ້ໄປຜະຈົນໄພຍ່າງຂຶ້ນພູຊື່ນຊົມ ຄວາມງົດງາມ ແລະ ອຸດົມສົມບູນຂອງທົ່ງຫຍ້າທີ່ພູຊ້າງແຫ່ງນີ້ ທີ່ສໍາຄັນທຸກຄົນຕ້ອງກະກຽມອາຫານການກິນ, ໄຟສາຍໄວ້ສ່ອງຍາມຄໍ່າຄືນ ແລະ ຢາສີດຍຸງໄປນໍາ ເພື່ອບໍ່ໃຫ້ແມງໄມ້ຕ່າງໆມາລົບກວນເວລາແຫ່ງຄວາມສຸກຂອງທຸກຄົນ.

ຕາມຄຳບອກເລົ່າຂອງຊາວບ້ານວ່າ: ແຕ່ກ່ອນບໍລິເວນແຖວຕີນພູຊ້າງມີຕົ້ນໄມ້ໃຫຍ່ຫຼາກຫຼາຍເຕີບໂຕຕາມທຳມະຊາດ ພາຍຫຼັງທະຫານອາເມຣິກາມາຕັ້ງຄ້າຍຊົ່ວຄາວສະໄໝນັ້ນ ກໍກາຍເປັນທົ່ງຫຍ້າແທນ, ແຕ່ເຖິງຢ່າງໃດກໍຕາມ ມັນກໍຖືກແທນທີ່ໄປດ້ວຍຄວາມງົດງາມທີ່ຫາເບິ່ງໄດ້ຍາກອີກແຫ່ງໜຶ່ງ ແລະ ຢັ່ງຢາຍໄປທົ່ວເໝາະສົມກັບການໄປຖ່າຍຮູບເພື່ອເກັບພາບບັນຍາກາດກັບວິວງາມໆ ບັນຍາກາດດີໆ ໂດຍສະເພາະແມ່ນໄລຍະລະດູຝົນແບບນີ້ຍິ່ງຈະງົດງາມໄປຫຼາຍກວ່າເກົ່າ ເພາະຕົ້ນໄມ້ໃບຫຍ້າໄດ້ຖືກນໍ້າຝົນຫຼໍ່ລ້ຽງອຸດົມສົມບູນ.

ສໍາລັບໃຜທີ່ມີແຜນຈະແຕ່ງດອງ ຫຼື ວັນສໍາຄັນຕ່າງໆຂອງຕົນເອງ ຫາກໄດ້ໄປຖ່າຍຮູບຢູ່ທີ່ພູຊ້າງແຫ່ງນີ້ ຮັບຮອງວ່າຈະໄດ້ຮູບທີ່ງາມແບບບໍ່ຄືໃຜ ລອງເບິ່ງເດີໃນຮູບແບບໃໝ່ອາດຈະລໍາບາກແດ່ ແຕ່ມັນກໍກຸ້ມຄ່າກັບສິ່ງທີ່ເຮົາຈະໄດ້ເຫັນ ແລະ ສໍາຜັດຢ່າງແນ່ນອນ.

ຂໍຝາກເຖິງສາຍທ່ອງທ່ຽວທຸກຄົນ ແນ່ນອນເຮົາຢາກໃຫ້ທໍາມະຊາດຜືນປ່າ ທົ່ງຫຍ້າ ແລະ ຕົ້ນໄມ້ຢູ່ກັບເຮົາໄປແສນດົນນານ ເຮົາຕ້ອງທ່ອງທ່ຽວແບບອະນຸລັກຮັກສາທໍາມະຊາດ ການນໍາເອົາອາຫານການກິນ ເຄື່ອງດື່ມ ແລະ ສິ່ງຕ່າງໆຂຶ້ນໄປຕ້ອງມີການທໍາຄວາມສະອາດ ແລະ ເກັບມ້ຽນໄວ້ເປັນຢ່າງດີ ເຮົາຕ້ອງຮູ້ຈັກຮັກທໍາມະຊາດ ເພື່ອທໍາມະຊາດຈະໄດ້ຄົງຄວາມງາມໃຫ້ເຮົາໄດ້ຊື່ນຊົມຢ່າງຍືນຍົງ ແລະ ຄຽງຄູ່ເຮົາຕະຫຼອດໄປ.