ສະຫະລັດ ອາເມຣິກາ ສະຫນັບສະຫນູນ 7 ແສນໂດລາ ເພື່ອຕອບໂຕ້ໄຂ້ມາລາເຣຍ ຢູ່ ສປປ ລາວ

386

ອົງການພັດທະນາສາກົນ ສະຫະລັດອາເມຣິກາ (USAID) ແລະ ໂຄງການ U.S. President’s Malaria Initiative (PMI) ມອບເງິນຈໍານວນ 7 ແສນໂດລາໃຫ້ແກ່ ອົງການສາກົນບໍລິການປະຊາຊົນ (PSI Lao) ເພື່ອສະຫນັບສະຫນູນ ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ແລະ ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ (CMPE) ເພື່ອນຳໃຊ້ເຂົ້າໃນວຽກງານການສ້າງຄວາມເຂັ້ມແຂງໃນການເຝົ້າລະວັງເພື່ອກ້າວສູ່ການກໍາຈັດໄຂ້ມາລາເຣຍໃນ ສປປ ລາວ ພາຍໃຕ້ໂຄງການ Impact malaria ໃນ ສປປລາວ ແຕ່ປີ 2021 ຫາ ປີ 2023.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2021 ທີ່ກະຊວງສາທາລະນະ ລະຫວ່າງ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ວຽງສະໄຫມ ວົງຄໍາຊາວ ຜູ້ອໍານວຍການອົງການອົງການສາກົນບໍລິການປະຊາຊົນ PSI Laos ໂດຍມີທ່ານ ທ່ານ ດຣ. ສະຫນອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ Michael Ronning ຜູ້ຕ່າງຫນ້າໂຄງການ PMI ແລະ ອົງການພັດທະນາ ສະຫະລັດອາເມຣິກາ ປະຈໍາລາວ ເຂົ້າຮ່ວມເປັນສັກຂີພິຍານ.


ທ່ານ ໄມເຄິນ ລອນນິງ (Michael Ronning)ໄດ້ກ່າວວ່າ: ພວກເຮົາມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບ ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ເພື່ອສະຫນັບສະຫນູນຄວາມພະຍາຍາມຂອງລັດຖະບານລາວ ໃນການປັງປຸງ ແລະ ປົກປ້ອງສຸຂະພາບ ຂອງປະຊາຊົນລາວ, ມີສ່ວນຮ່ວມໃນການ ສ້າງຄວາມເຂັ້ມແຂງໃນການເຝົ້າລະວັງເພື່ອກ້າວສູ່ການກໍາຈັດໄຂ້ມາລາເຣຍໃນ ສປປ ລາວ ພາຍໃນປີ 2030, ຫຼາຍກວ່າ 10 ປີທີ່ສະຫະລັດອາເມຣິກາຢືນຄຽງຂ້າງລັດຖະບານລາວ ເພື່ອຕໍ່ສູ້ກັບພະຍາດໄຂ້ມາລາເຣຍ, ລັດຖະບານສະຫະລັດອາເມຣິກາ ໄດ້ລົງທຶນຫຼາຍກວ່າ 3,5 ລ້ານໂດລາ ໃນການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ອຸປະກອນຕ່າງໆ ລວມເຖິງມຸ້ງກັນຍຸງ ຫຼາຍກວ່າ 700.000ຊຸດ, ຊຸດກວດເລືອດແບບວ່ອງໄວຫລາຍກວ່າ 1.000.000 ຊຸດ ແລະ ຢາປົວພະຍາດໄຂ້ມາລາເຣຍ ໃຫ້ແກ່ປະຊາຊົນລາວ.

ເປົ້າຫມາຍຂອງໂຄງການຮ່ວມມືແມ່ນເພື່ອເພີ່ມຄວາມສ້າງເຂັ້ມແຂງໃຫ້ແກ່ວຽກງານການເຝົ້າລະວັງພະຍາດໄຂ້ມາລາເຣຍທີ່ຢູ່ໃນສະຖານທີ່ໃຫ້ບໍລິການສາທາລະນະສຸກ ແລະ ພະນັກງານໃຫ້ບໍລິການດ້ານສາທາລະນະສຸກທຸກຂັ້ນ, ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງການໄຂ້ມາລາເຣຍແຫ່ງຊາດ ໂດຍມອບໃຫ້ອົງການ PSILAO ເປັນຂົວຕໍ່ດ້ານວິຊາການ ປະສານຮ່ວມມື ກັບສູນ ໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ (CMPE)’s ເພື່ອຝຶກອົບຮົມ, ປະເມີນຍຸດທະສາດການກໍາຈັດໄຂ້ມາລາເຣຍ, ການຮັບມືຕອບໂຕ້ 1-3-7, ດໍາເນີນການວິເຄາະທາງດ້ານຂໍ້ມູນ, ດໍາເນີນການລົງສືບສວນ-ສອບສວນກໍລະນີ, ແລະ ນໍາໃຊ້ຂໍ້ມູນໃນການຕັດສິນໃຈເພື່ອເສີມຂະຫຍາຍວິທີການກໍາຈັດພະຍາດໄຂ້ມາລາເຣຍໃຫ້ມີປະສິດທິຜົນໃນຕໍ່ຫນ້າໃນການຕໍ່ສູ້ກັບພະຍາດທີ່ມີຍຸງເປັນພະຫະນະນໍາເຊື້ອ ໃນຂົງເຂດອາຊີຕາເວັນອອກສຽງໃຕ້.


ທ່ານ ດຣ. ສະຫນອງ ທອງຊະນະ ໄດ້ກ່າວວ່າ: ພະຍາດມາລາເຣຍເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງປະຊາຊົນມາຫລາຍສະຕະວັດແລ້ວ ແລະ ເປັນສິ່ງທ້າທາຍທີ່ພວກເຮົາຈະລຶບລ້າງຕາມກໍານົດເວລາໄວ້ໃນປີ 2030, ໃນແຕ່ລະປີມີຄົນຕິດເຊື້ອ ແລະ ພົບພະຍາດດັ່ງກ່າວຈໍານວນຫລວງຫລາຍ ໂດຍສະເພາະແມ່ນຢູ່ 5 ແຂວງພາກໃຕ້ຂອງລາວ ດັ່ງນັ້ນໂຄງການສ້າງຄວາມເຂັ້ມແຂງໃນການເຝົ້າລະວັງໄຂມາເລເຣຍນີ້ ຈະເປັນການສ້າງຄວາມເຂັ້ມແຂງ ແລະ ສືບສວນໃຫ້ 125 ເມືອງໃນທົ່ວປະເທດ ທີ່ໄດ້ຈັດຕັ້ງໃນປີ 2021-2023 ແລະ ເປັນໂຄງການທີ່ນອນຢູ່ໃນເປົ້າຫມາຍຍຸດທະສາດແຫ່ງຊາດ ໃນການກໍາຈັດພະຍາດໄຂ້ມາລາເຣຍນີ້ ແລະ ພວກເຮົາກໍມີຍຸດທະຍາດການຕອບໂຕ້ 1-3-7 ທີ່ໄດ້ອະທິບາຍວ່າທຸກກໍລະນີໃຫ້ມີການລາຍງານພາຍໃນ 1 ວັນ ສາມາດສອບສວນກໍລະນີການຕິດເຊື້ອພາຍໃນ 3 ວັນ ແລະການຕອບໂຕ້ຈຸດສຸມເຊື້ອໃຫ້ສໍາເລັດພາຍໃນ 7 ວັນ ເພື່ອຮັບມືກັບການລະບາດໄຂ້ມາເລເຣຍ.