ຈອມພະລັງສາວ ຟິລິບປິນ ໄດ້ຮັບອັດສີດ 33 ລ້ານເປໂຊ ຫຼັງສ້າງປະຫວັດສາດຄວ້າຫຼຽນຄໍາໂອແລມປິກ

507
Hidilyn Diaz of Philippines competes in the women's 55kg weightlifting event, at the 2020 Summer Olympics, Monday, July 26, 2021, in Tokyo, Japan. (AP Photo/Luca Bruno)

ໄຮດິລິນ ດິອາຊ ນັກກີລາຍົກນໍ້າໜັກຍິງຂອງ ຟິລິບປິນ ໄດ້ຮັບເງິນອັດສີດຈາກລັດຖະບານເປັນຈໍານວນ 33 ລ້ານເປໂຊ. ນອກນັ້ນ, ຍັງໄດ້ຮັບຄອນໂດຫຼູອີກມູນຄ່າ 14 ລ້ານເປໂຊ ຈາກພາກເອກະຊົນ ຫຼັງຈາກທີ່ສ້າງປະຫວັດສາດຄວ້າຫຼຽນຄໍາປະຫວັດສາດ ໃນງານມະຫາກໍາໂອແລມປິກ ໃຫ້ກັບປະເທດຊາດ ຕາມການລາຍງານຂອງ ເດິ ຊັນ ສື່ຊັ້ນນໍາຂອງປະເທດອັງກິດ ເມື່ອວັນທີ 27 ກໍລະກົດ 2021.

ດິອາຊ ນັກຍົກນໍ້າໜັກຍິງອາຍຸ 30 ປີໄດ້ຫຼຽນຄໍາຈາກການຍົກນໍ້າໜັກຮຸ່ນ 55 ກິໂລກຣາມ ໃນໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 26 ກໍລະກົດ ທີ່ຜ່ານມາ ເຮັດໃຫ້ລາວກາຍເປັນນັກກີລາຄົນທໍາອິດຂອງຟິລິບປິນ ທີ່ໄດ້ຫຼຽນຄໍາໃນ ໂອແລມປິກ ແລະ ກໍເປັນ ໂອແລມປິກ ຄັ້ງສຸດທ້າຍຂອງລາວອີກດ້ວຍ.

ດິດາຊ ເປີດເຜີຍວ່າ: “ ມັນເປັນອີ່ຫຍັງທີ່ເຫຼືອເຊື່ອຫຼາຍ, ນີ້ຄືຝັນທີ່ເປັນຈິງ, ຂ້ອຍຢາກຈະຝາກເຖິງຄົນຮຸ່ນໃໝ່ທີ່ ຟິລິບປິນ ວ່າເຈົ້າສາມາດເຮັດຄວາມຝັນນີ້ໄດ້ເຊັ່ນກັນ ຕໍ່ໄປນີ້ຂ້ອຍກໍຢາກຈະມີຄວາມສຸກກັບຊີວິດ ແລະ ຈະໄດ້ສະຫຼອງກັບຄອບຄົວ ”.