ດອນຊິຊ ເໝົາຄົນດຽວ 48 ຄະແນນສ້າງສະຖິຕິເກັບຄະແນນໄດ້ສູງສຸດທຽບເທົ່າອັນດັບ 2 ກີລາບານບ້ວງ ໂອແລມປິກ

341
Slovenia's Luka Doncic (77) celebrates scoring by a teammate during men's basketball preliminary round game against Argentina at the 2020 Summer Olympics, Monday, July 26, 2021, in Saitama, Japan. (AP Photo/Eric Gay)

ລູກາ ດອນຊິຊ ນັກກີລາບານບ້ວງຈາກສະໂລວິເນຍ ສ້າງສະຖິຕິທຽບເທົ່າຄະແນນສູງສຸດອັນດັບ 2 ໃນການແຂ່ງຂັນບານບ້ວງຊາຍປະຈໍາງານມະຫາກໍາກີລາ ໂອແລມປິກ 2020 ໃນນັດທີ່ພາທີມຊາດສະໂລວິເນຍ ເອົາຊະນະ ອາກຊັງຕິນ 118-100 ເມື່ອວັນທີ 26 ກໍລະກົດ 2021.

ສະຖິຕິດັ່ງກ່າວຂອງ ດອນຊິຊ ທຽບເທົ່ນກັບສະຖິຕິສູງສຸດອັດນັບ 2 ຂອງ ເອັດດີ ປາລູບິນສະກັສ ທີ່ເຮັດໄດ້ 48 ຄະແນນເທົ່າກັນໃນປີ 1976 ເຊິ່ງຕາມຫຼັງສະຖິຕິສູງສຸດປະຈໍາໂອແລມປິກຂອງ ອອສກາ ຊະມິດ ຕໍານານນັກນບານບ້ວງຊາວບຣາຊິນ ທີ່ເຮັດໄວ້ 55 ຄະແນນພາຍໃນນັດດຽວໃນປີ 1988.

ສໍາລັບ ດອນຊິຊ ປັດຈຸບັນອາຍຸ 22 ປີຍັງມີໂອກາດ ເພື່ອທໍາລາຍສະຖິຕິ ແລະ ສ້າງຜົນງານໂດດເດັ່ນໃນວົງການບານບ້ວງເອັນບີເອ ( NBA ) ມາແລ້ວກ່າວວ່າ: “ ຂ້ອຍບໍ່ສົນໃຈເລື່ອງສະຖິຕິ, ພວກເຮົາຊະນະ ແລະ ນັ້ນຄືເປົ້າໝາຍທີ່ພວກເຮົາມາທີ່ນີ້ ”.
ຮູບຈາກ: AP