ສຸກພະໄຊ ພູມໃຈຕິດ 1 ໃນ 23 ນັກຢູໂດທົ່ວໂລກໄດ້ສິດຮ່ວມ ໃນໂອແລມປິກ 2020 ເຖິງຈະຕົກຮອບ

335
Soukphaxay Sithisane of Laos, right, and Eric Takabatake of Brazil mens -60kg compete during their mens -60kg round of 32 judo match at the 2020 Summer Olympics, Saturday, July 24, 2021, in Tokyo, Japan. (AP Photo/Vincent Thian)

ສຸກພະໄຊ ສິດທິສານ ນັກກີລາຢູໂດທີມຊາດລາວ ມື 105 ຂອງໂລກ ລຸ້ນນໍ້າໜັກ 60 ກິໂລ ລົງແຂ່ງຂັນ ກີລາໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຮອບທໍາອິດ ພົບກັບ Eric Takabatake ນັກກິລາຢູໂດ ອັນດັບທີ 14 ຂອງໂລກ ທີມຊາດບຣາຊິນ ເວລາປະມານ 10 ໂມງໃນບ້ານເຮົາ ເມື່ອວັນທີ 24 ກໍລະກົດ 2021 ປາກົດວ່າ ທ້າວ ສຸກພະໄຊ ສິດທິສານ ບໍ່ສາມາດຕ້ານທານຄູ່ແຂ່ງໄດ້ເສຍໄປຢ່າງໜ້າເສຍ ເຮັດໃຫ້ Eric Takabatake ຜ່ານເຂົ້າຮອບຕໍ່ໄປໄປພົບກັບນັກກີລາຈາກ ສ ເກົາຫຼີ.

ຫຼັງຈົບການແຂ່ງຂັນ ທ້າວ ສຸກພະໄຊ ເປີດເຜີຍຜ່ານການໄລທຼສົດໃນເພຈບຸກ National Olympic Committee of Laos ວ່າ: ສໍາລັບຄູ່ແຂ່ງເປັນຊາວບຣາຊິນ ຖືວ່າເປັນລະດັບທີ່ສູງຢູ່ເຖິງມືອັນດັບທີ 14 ຂອງໂລກ. ຢ່າງໃດກໍຕາມ ນ້ອງສາມາດສູ້ໄດ້ ເຖິງວ່າໃນໄລຍະທໍາອິດ ແມ່ນບໍ່ສາມາດອອກອາວຸດໄດ້ຄົບ ແລະ ບໍ່ສາມາດເຂົ້າໄດ້ເລີຍ ເພາະຄູ່ແຂ່ງກັນໄດ້ໝົດທຸກທາງ ແນ່ນອນວ່າຄູ່ແຂ່ງໄດ້ສຶກສາຂ້ອຍມາດີ. ນອກນັ້ນ, ການແຂ່ງຂັນເຫຼືອປະມານ 30-40 ວິນາທີສຸດທ້າຍຖືກຄູ່ແຂ່ງນໍາ ແລະ ເຮັດໃຫ້ຕ້ອງເລັ່ງເອົາຄືນ ແຕ່ສຸດທ້າຍຂໍ້ຕີນພິກເຮັດໃຫ້ຕົວເອງລົ້ມ ກ່ອນເສຍໄປ.

“ ການມາແຂ່ງຂັນໂອແລມປິກ ຄັ້ງທີ 2 ຂອງຕົວເອງນີ້ແນ່ນອນແມ່ນຮູ້ສຶກພູມໃຈທີ່ໄດ້ສິດຜ່ານການຄັດເລືອກມາແຂ່ງຂັນ ເພາະນັກກີລາຢູໂດ 110 ກວ່າປະເທດທີ່ຫຼິ້ນກີລາຊະນິດນີ້ ແລະ ນັກກີລາທີ່ໄດ້ສິດມາໂອແລມປິກຄັ້ງນີ້ມີພຽງ 23 ຄົນເທົ່ານັ້ນ (ສະເພາະຮຸ່ນ) ສໍາລັບການແຂ່ງຂັນຢູໂດ ບໍ່ແມ່ນແຕ່ຈະເກັ່ງຢ່າງດຽວ ທີ່ສໍາຄັນແມ່ນຂຶ້ນກັບຈັງຫວະວ່າຜູ້ໃດໄວກ່ອນ ແລະ ຈັງຫວະດີກວ່າ ກໍຈະເປັນຜູ້ຊະນະ ແນ່ນອນວ່າຄູ່ແຂ່ງໃນໂອແລມປິກ 2020 ລາວມີປະສົບການຫຼາຍກວ່າຂ້ອຍ ແນ່ນອນຕໍ່ໄປນ້ອງຈະພະຍາຍາມຝຶກຊ້ອມຕື່ມໃຫ້ໜັກຫຼາຍກວ່າເກົ່າ ເພື່ອກຽມພ້ອມໃສ່ລາຍການຕໍ່ໆໄປ ໂດຍສະເພາະແມ່ນຊີເກມ ຄັ້ງທີ 31 ຈະພະຍາຍາມໃຫ້ດີທີ່ສຸດ. ” ສຸກພະໄຊ ກ່າວ.

ສໍາລັບ ສຸກພະໄຊ ເກີດວັນທີ 1 ພຶດສະພາ 1996 ທີ່ບ້ານສະພານໃຕ້ ແຂວງສະຫວັນນະເຂດ ເລີ່ມຫຼິ້ນກີລາຢູໂດແຕ່ປີ 2008 ໂດຍຜົນງານໂດດເດັ່ນທີ່ສຸດຄືຍາດໄດ້ອັນດັບທີ 5 ໃນລາຍການ Asian Judo Kata Championships Hongkong 2018 ທີ່ຮົງກົງ ເຊິ່ງມີ 10 ປະເທດເຂົ້າຮ່ວມ. ນອກນັ້ນ, ສຸກພະໄຊ ຍັງເປັນນັກກີລາຢູໂດລາວ ຄົນທໍາອິດທີ່ຊະນະໃນການແຂ່ງຂັນຢູໂດຊີງແຊັມໂລກປະຈຳປີ 2019 ( WORLD JUDO CHAMPIONSHIPS SENIOR 2019 ) ທີ່ປະເທດຍີ່ປຸ່ນ ດ້ວຍການເອົາຊະນະ Alexandre Dibartolo ນັກກີລາຈາກປະເທດການາດາ ກ່ອນຕົກຮອບ 64 ຄົນສຸດທ້າຍ. ຂະນະທີ່ ລາຍການລະດັບໂອແລມປິກ ແມ່ນເຄີຍເຂົ້າຮ່ວມໂອແລມປິກ 2016 ທີ່ປະທດບຣາຊິນ.

ສຳລັບນັກກີລາລາວໄດ້ສິດໄປຮ່ວມ ໂອແລມປິກ 2020 ຈໍານວນ 4 ຄົນ ເຊິ່ງໃນນັ້ນມີພຽງ ສຸກພະໄຊ ທີ່ໄດ້ສິດເຂົ້າຮ່ວມດ້ວຍການເກັບຄະແນນຜ່ານລະດັບສາກົນ ແລະ ຜ່ານເຂົ້າຮອບສຸດທ້າຍໄດ້ສໍາເລັດ, ສ່ວນອີກ 3 ຄົນຄື ນາງສິລິນາ ພະອະໄພ ນັກກີລາແລ່ນ-ລານ ແລະ 2 ນັກກີລາລອຍນໍາຢ່າງ ສິຣິອາລຸນ ບຸດຈະເລີນ ກັບ ທ້າວ ສັນຕິສຸກ ອິນທະວົງ ແມ່ນໄດ້ສິດເຂົ້າຮ່ວມຈາກໂອແລມປິກນາໆຊາດ ( IOC ) ໃນຖານະຊາດສະມາຊິກຂອງ ໂອແລມປິກ ເຊິ່ງທັງ 3 ຄົນນີ້ແມ່ນຈະລົງແຂ່ງຂັນໃນມື້ດຽວກັນໃນວັນທີ 30 ກໍລະກົດ 2021.
ຂ່າວ: ຫຼ້າ; ຮູບ: AP