ແນະນຳຜະລິດຕະພັນແປ້ງນົວປອດສານພິດ ຜະລິດຈາກສະໝຸນໄພ

1019

ເພື່ອເປັນທາງເລືອກໜຶ່ງໃຫ້ກັບບັນດາທ່ານທີ່ຮັກສຸຂະພາບ ສູນສົ່ງເສີມຜະລິດຕະພັນປອດສານພິດ ໄດ້ຄິດຄົ້ນຜະລິດຕະພັນທີ່ເປັນສະໝຸນໄພທີ່ໃຊ້ແທນແປ້ງນົວປຸງລົດຊາດທີ່ພວກເຮົານິຍົມກັນໃຊ້ໃນການແຕ່ງຢູ່ຄົວກິນໃນແຕ່ລະວັນ ໂດຍມີຊື່ວ່າ ແປ້ງນົວປອດສານພິດ ນົວດີ.

ຜະລິດຕະພັນແປ້ງນົວປອດສານພິດ ຈາກສູນສົ່ງເສີມຜະລິດຕະພັນປອດສານພິດ ແມ່ນຜະລິດຈາກຕົ້ນແປ້ງນົວ 65%, ນ້ຳຕານແດງ 10%, ແປ້ງເຂົ້າກໍ່າ 15%, ເກືອທໍາມະຊາດ 5% ແລະ ໄຂ່ 5% ໂດຍມີລົດຊາດນົວດີ ເພື່ອສຸຂະພາບບໍ່ມີສານເຄມີ ເຊິ່ງຊ່ວຍເຮັດໃຫ້ລົດຊາດອາຫານທຸກຈານ ທັງຕົ້ມ, ປີ້ງ, ປະເພດຕຳ, ແຊບນົວ ມີປະໂຫຍດ ເພີ່ມສານອາຫານໃຫ້ຮ່າງກາຍ ແລະ ແກ້ໄຂການຂາດສານອາຫານໄດ້.

ທັງນີ້, ຜະລິດຕະພັນດັ່ງກ່າວໄດ້ຮັບການຢັ້ງຢືນກວດຄຸນນະພາບເປັນທີ່ຮຽບຮ້ອຍແລ້ວ ຢາກໃຫ້ຄົນລາວເຮົາໄດ້ມາຊີມມາສຳຜັດເອງ ເປັນຊ່ອງທາງຮັກສາສຸຂະພາບປ່ຽນຈາກແປ້ງນົວທີ່ພວກເຮົາກິນທຸກວັນມາໃສ່ແປ້ງທີ່ຈະຊ່ວຍເສີມສ້າງສຸຂະພາບ ແລະ ເປັນການຊ່ວຍສົ່ງເສີມສິນຄ້າພາຍໃນໄປໃນຕົວ.

ສຳລັບທ່ານໃດທີ່ມີຄວາມສົນໃຈສັ່ງຊື້ ຫຼື ຈະເປັນຕົວແທນຈໍາໜ່າຍ ສາມາດພົວພັນໄດ້ທີ່ສູນສົ່ງເສີມຜະລິດຕະພັນປອດສານພິດ ຕັ້ງຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ແລະ ບ້ານນາແຮ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂທ 020 5565 3819.