ຫາລື ລະດົມຄຳເຫັນ ກະກຽມສ້າງນະໂຍບາຍອຸດສາຫະກຳສີຂຽວໃນ ລາວ

597

ໃນວັນທີ 22 ກໍລະກົດ 2021 ກົມອຸດສາຫະກຳ ແລະ ຫັດຖະກຳ ຮ່ວມມືກັບ ສະຖາບັນເຕີບໂຕສີຂຽວໂລກປະຈຳລາວ (GGGI) ແລະ ອົງການ Climate fund ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບົວວັນ ວິລະວົງ ຫົວໜ້າກົມ ອຸດສາຫະກຳ ແລະ ຫັດຖະກຳ ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ຄຣິສຕົບ ອາສິສໂກ໋ດ Christophe Assicot ຮອງຫົວໜ້າສະຖາບັນເຕີບໂຕສີຂຽວໂລກປະຈຳ ສປປ ລາວ (GGGI) ມີບັນດາຮອງກົມ, ພ້ອມດ້ວຍບັນດາຕາງໜ້າຈາກ 20 ກວ່າຫົວທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ທີ່ໂຮງແຮມຄຣາວພາຊາ.

ທ່ານ ບົວວັນ ວິລະວົງ ຫົວໜ້າກົມ ອຸດສາຫະກຳ ແລະ ຫັດຖະກຳ ກ່າວວ່າ: ກອງປະຊຸມນີ້ແມ່ນການປຶກສາຫາລື ລະດົມຄວາມຄິດ ເພື່ອເຮັດແນວໃດໃຫ້ການກະກຽມສ້າງນະໂຍບາຍສີຂຽວ ຫຼຸດຜ່ອນຕົ້ນທຶນ ແລະ ໃຫ້ສາມາດປະກອບສ່ວນໃນກັນຫັນເປັນອຸດສາຫະກຳສີຂຽວໃຫ້ເປັນໄປໄດ້ດ້ວຍດີ, ເນື່ອງຈາກຂະແໜງອຸດສາຫະກຳປຸງແຕ່ງແມ່ນມີຄວາມສຳຄັນຫຼາຍ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ກວມເອົາ 12% ຂອງ GDP ແລະ ເຮົາຈະເຫັນວ່າຫຼາຍປະເທດທີ່ພັດທະນາກໍ່ໄດ້ມີການວາງແຜນ, ມີທິດທາງໃນການຫັນເປັນອຸດສາຫະກຳສີຂຽວແບບຍືນຍົງ. ເຊິ່ງໂດຍພື້ນຖານແລ້ວການຫັນເປັນການເຕີບໂຕຕາມທິດສີຂຽວ ແລະ ຍືນຍົງນີ້ ພວກເຮົາຕ້ອງໄດ້ເອົາໃຈໃສ່ຫຼາຍບັນຫາສຳຄັນເຊັ່ນ: ການສ້າງກົນໄກປະສານງານ ເພື່ອເຮັດແນວໃດໃຫ້ຫັນພາກລັດ, ສະພາການຄ້າ, ບັນດາສະມາຄົມ ແລະ ທຸລະກິດຕ່າງໆຮ່ວມມືຮ່ວມໃຈກັນໃນການສ້າງນະໂຍບາຍດັ່ງກ່າວນີ້; ຍົກລະດັບຄວາມຮູ້ຄວາມສາມາດພາຍໃນກ່ຽວກັບເຕັກໂນໂລຊີທີ່ສະອາດໃນຂົງເຂດອຸດສາຫະກຳ ເພື່ອການພັດທະນາທີ່ຍືນຍົງ; ສ້າງຄວາມຮັບຮູ້ກ່ຽວກັບໂອກາດດ້ານເສດຖະກິດ ບົນຫຼັກການທີ່ລະບຸໄວ້ໃນນະໂຍບາຍອຸດສາຫະກຳສີຂຽວ; ສ້າງຮູບແບບທຸລະກິດນະວັດຕະກຳໃໝ່ ແລະ ເຕັກໂນໂລຊີເພື່ອການພັດທະນາແບບຍືນຍົງ; ລະດົມການລົງທຶນ, ລວມທັງ ການລົງທຶນຈາກພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເພື່ອຫັນນະໂຍບາຍອຸດສາຫະກຳສີຂຽວ ແນໃສ່ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດໃຫ້ເປັນແຜນງານລະອຽດໃນການຈັດຕັ້ງປະຕິບັດນະໂຍບາຍອຸດສາຫະກຳສີຂຽວໃຫ້ປະກົດຜົນເປັນຈິງ.

ທ່ານກ່າວຕື່ມວ່າ: ກອງປະຊຸມລະດົມຄວາມຄິດເຫັນຈາກພາກລັດ ແລະ ພາກເອກະຊົນເພື່ອເປັນຂໍ້ມູນໃນການຮ່າງນະໂຍບາຍອຸດສາຫະກໍາສີຂຽວໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງ ແລະ ຈຸດພິເສດຂອງປະເທດເຮົາ. ພາຍຫຼັງທີ່ນະໂຍບາຍອຸດສາຫະກຳສີຂຽວໄດ້ຖືກປະກາດໃຊ້ແລ້ວ, ຕ້ອງຮັບປະກັນໃຫ້ໃຊ້ໄດ້ຢ່າງມີປະສິດທິຜົນ. ສະນັ້ນ, ຂໍຮຽກຮ້ອງມາຍັງບັນດາທ່ານຈົ່ງໄດ້ເອົາໃຈໃສ່ໃນການຄົ້ນຄ້ວາແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອໃຫ້ໄດ້ຂໍ້ມູນຄົບຖ້ວນ ແລະ ທົ່ວເຖິງຕໍ່ການສ້າງນະໂຍບາຍອຸດສາຫະກຳສີຂຽວ ແລະ ເພື່ອໃຫ້ການຈັດຕັ້ງປະຕິບັດໂຄງການເກີດຜົນປະໂຫຍດສູງສຸດຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຮັບປະກັນການປົກປັກຮັກສາສິ່ງແວດລ້ອມ. ຄາດຄະເນວ່ານະໂຍບາຍອຸດສາຫະກຳສີຂຽວຈະໄດ້ຮັບຮອງ ແລະ ປະກາດໃຊ້ໃນ ສົກປີ 2021-2022 ນີ້ ສະນັ້ນ, ຜົນໄດ້ຮັບຂອງໂຄງການຈະສ້າງຜົນປະໂຫຍດໃນໄລຍະຍາວ ເພື່ອການກ້າວສູ້ການພັດທະນາອຸດສາຫະກໍາສີຂຽວ ຂອງ ສປປ ລາວ ໃນຊຸມປີຕໍ່ໜ້າ.

ທ່ານ ສົມຟອງ ສຸລິວັນ ຮອງຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ກ່າວບາງຕອນວ່າ: ປະຈຸບັນ ສປປ ລາວ ມີ ໂຮງງານຊີມັງ ທັງໝົດ 20 ແຫ່ງ ແລະ ມີຄວາມສາມາດໃນການຜະລິດ 16.835,500 ໂຕນຕໍ່ປີ, ກິດຈະການຊີມັງໄດ້ປະກອບສ່ວນພັດທະນາເສດຖະກິດ ແລະ ສັງຄົມລາວ ໄດ້ດີຕະຫຼອດມາ, ໄດ້ສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວຢ່າງກວ້າງຂວາງ ໃນນັ້ນໄດ້ມີແຮງງານເຮັດວຽກໃນໂຮງງານເຖີງ 2.900 ຄົນ. ກິດຈະການຊີມັງຕົ້ນຕໍ່ແມ່ນໄດ້ນໍາໃຊ້ຖານຫີນເປັນເຊື້ອເພີງ, ການຈູດເຜົາຖ່ານຫິນຈະມີທາດອາຍພິດເຮືອນແກ້ວເປັນຈໍານວນຫຼາຍໂດຍສະເພາະທາດອາຍກາກໂບນິກ. ເພື່ອຫຼຸດຜ່ອນການນໍາໃຊ້ຖ່ານຫີນ ແລະ ຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ ໃນອານາຄົດພວກເຮົາກໍ່ມີທາງເລືອກອື່ນເຂົ້າມາຊ່ວຍເປັນຕົ້ນການນໍາໃຊ້ສິ່ງເສດເຫຼືອຈາກຊຸມຊົນ ແລະ ຈາກບັນດາໂຮງງານປະເພດອື່ນໆ ພັດທະນາໃຫ້ເປັນເຊື້ອເພີງເພື່ອຊ່ວຍຫຼຸດຜ່ອນການໃຊ້ຖານຫີນລົງ,ໂດຍນໍາໃຊ້ແບບປະສົມລະຫ່ວາງຖານຫີນ ແລະ ສິ່ງເສດເຫຼືອໃນອັດຕາສ່ວນທີ່ເໝາະສົມ, ການນໍາໃຊ້ສິ່ງເສດເຫຼືອເປັນເຊື້ອເພີງໃນກິດຈະການຊີມັງກໍຈະຊ່ວຍແກ້ໄຂສິ່ງເສດເຫຼືອ ອອກຈາກສະກສະໜາມຂີ້ເຫຍື້ອ ເນື່ອງຈາກ ປະຈຸບັນ ສປປລາວ ຍັງບໍ່ທັນມີລະບົບກໍາຈັດ ແລະ ບຳບັດສິ່ງເສດເຫຼືອອັນຕະລາຍທີ່ເໝາະສົມ, ການຫຼຸດຜ່ອນທາດອາຍພິດເຮືອນແກ້ວຈະເປັນການປະກອບສ່ວນການພັດທະນາເສດຖະກິດຕາມທິດສີຂຽວ ແລະ ຍືນຍົງ.

ທ່ານ ຄຣິສຕົບ ອາສິສໂກ໋ດ Christophe Assicot ຮອງຫົວໜ້າສະຖາບັນເຕີບໂຕສີຂຽວໂລກປະຈຳ ສປປ ລາວ (GGGI) ກ່າວບາງຕອນວ່າ: ການຫັນເປັນ ອຸດສາຫະກຳເຕີບໂຕສີຂຽວແບບຍືນຍົງ ແມ່ນມີຄວາມສຳຄັນໃນການຫຼຸດຜ່ອນການປ່ອຍອາຍຜິດ ຫຼື ມົນລະຜິດຈາກຂະແໜງການອຸດສາຫະກຳ ແລະ ຈະກ້າວໄປສູ່ການພັດທະນາແບບຍືນຍົງໄດ້, ເຊິ່ງເປົ້າໝາຍການຫັນເປັນອຸດສາຫະກຳສີຂຽວນີ້ ດັ່ງກ່າວແມ່ນຈະຊ່ວຍສ້າງທ່າແຮງ ແລະ ຄວາມສາມາດໃຫ້ຂະແໜງການ ໃນການຮັບມືກັບສະພາບດິນຟ້າອາການໄດ້ ຫວັງວ່າທຸກຄົນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຈະຊ່ວຍປະກອບຄຳເຫັນ ເພື່ອໃຫ້ນະໂຍບາຍດັ່ງກ່າວສາມາດອອກແບບໄດ້.

ພ້ອມນີ້ພາຍໃນງານຍັງໄດ້ມີການຮັບຟັງຍັງຈະໄດ້ພ້ອມກັນປະກອບຄໍາຄິດເຫັນຕໍ່ຈາກໂຮງງານ ຫຼື ບໍລິສັດຕົວແບບໃນການຈັດຕັ້ງປະຕິບັດ ຫັນເປັນອຸດສາຫະກຳສີຂຽວ, ປະຢັດພະລັງງານໃນໂຮງງານອຸດສາຫະກໍາ ແລະ ເປັນການປະຢັດຕົ້ນທຶນການຜະລິດອີກດ້ວຍ.