ໂຕເລກໜ້າເສົ້າ ຜູ້ຕິດເຊື້ອໂຄວິດໃນລາວ 4.985 ຄົນແລ້ວ

474

ສຸດທ້າຍແລ້ວພວກເຮົາກໍຕ້ອງຍອມຮັບໃນຄວາມເປັນຈີງ ຍອດຜູ້ຕິດເຊື້ອໂຄວິດ-19 ນັບມື້ຫຼາຍຂຶ້ນຕໍ່ເນື່ອງ ປະຈຸບັນເຫັນວ່າມີລາຍງານການຕິດເຊື້ອໃນແຮງງານ ແລະ ບຸກຄົນທີ່ເດີນທາງເຂົ້າປະເທດໃນແຕ່ລະວັນຈຳນວນຫຼາຍ ໃນວັນທີ 25 ກໍລະກົດ 2021 ນີ້ ມີລາຍງານຜູ້ຕິດເຊື້ອໃໝ່ ຈຳນວນ 223 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະ ສົມໃນສປປລາວຮອດປະຈຸບັນ ແມ່ນ 4.985 ຄົນ, ມີຈຳນວນເສຍຊີວິດສະສົມ 5 ຄົນ, ຍັງສືບຕໍ່ປິ່ນປົວ 2.346 ຄົນ.


ຕາມການຖະແຫຼງຂ່າວຂອງທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຕາງໜ້າໃຫ້ຄະນະສະເພາະກິດຖະແຫຼງຂ່າວປະຈຳວັນທີ 26 ກໍລະກົດ 2021 ໃຫ້ຮູ້ວ່າ: ໃນມື້ວານນີ້ ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 1.344 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 223 ຄົນ.

ເຊີ່ງ ກໍລະນີຕິດເຊື້ອໃໝ່ທັງໝົດ ແມ່ນການຕີດເຊື້ອໃນແຮງງານ ແລະ ຜູ້ທີ່ເດີນທາງເຂົ້າປະເທດ ຈຳນວນ 223 ຄົນຄື: ຈາກ ນະຄອນຫຼວງວຽງຈັນ 16 ກໍລະນີ, ຈໍາປາສັກ 37 ກໍລະນີ, ສະຫວັນນະເຂດ 119 ກໍລະນີ, ສາລະວັນ 31 ກໍລະນີ, ບໍລິຄຳໄຊ 1 ກໍລະນີ ແລະ ຄໍາມ່ວນ 19 ກໍລະນີ.

ສຳລັບບັນດາປະເທດໃນທົ່ວໂລກ ຍັງສືບຕໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ, ໃນມື້ວານນີ້ ມີກໍລະນີຕິດເຊື້ອໃໝ່ 415.021 ກໍລະນີ ເຮັດໃຫ້ຕົວຜູ້ຕິດເຊື້ອສະສົມໃນທົ່ວໂລກມີ ທັງໝົດ 194.789.150 ກໍລະນີ, ມີຈຳນວນຜູ້ເສຍຊິວິດສະສົມທັງໝົດ4.174.477 (6.469 ໃໝ່), ປີ່ນປົວຫາຍດີ 176.742.862 (313.433 ໃໝ່).