ຈຳປາສັກ ແຈ້ງໃຫ້ພະແນກສາທາລະສຸກເພີ່ມຄວາມເຂັ້ມງວດຕໍ່ການປ້ອງກັນຂອງໂຄວິດ-19

437

ໃນປະຈຸບັນນີ້ ແຂວງຈຳປາສັກຖືເປັນເຂດທີ່ມີຄວາມສ່ຽງສູງທີ່ຈະຕິດເຊື້ອໃນຊຸມຊົນ ເຊິ່ງຄະນະສະເພາະກິດຂອງແຂວງໄດ້ຖະແຫຼງມື້ວານນີ້ ໃຫ້ປະຊາຊົນທຸກຄົນມີສະຕິ ແລະເປັນເຈົ້າການຕໍ່ມາດຕະການປ້ອງກັນ, ຫຼ້າສຸດຫ້ອງວ່າການປົກຄອງແຂວງຈຳປາສັກໄດ້ອອກແຈ້ງການເຖິງພະແນກສາທາລະນະສຸກແຂວງ ໃຫ້ເພີ່ມຄວາມເຂັ້ມງວດຕໍ່ການປ້ອງກັນພະຍາດລະບາດໂຄວິດ-19.


ໂດຍໃນວັນທີ 22 ກໍລະກົດຜ່ານມາ ຫ້ອງວ່າການປົກຄອງແຂວງຈຳປາສັກໄດ້ອອກແຈ້ງການດ່ວນທີ່ສຸດເຖິງ ພະແນກສາທາລະນະສຸກ ແລະ ເຈົ້ານະຄອນປາກເຊ ໃຫ້ເອົາໃຈໃສ່ເພີ່ມທະວີການລາຍງານສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ພ້ອມທັງເພີ່ມປະຕິບັດມາດຕະການເຂັ້ມງວດໃນການປ້ອງກັນ-ຄວບຄຸມ ໃນຂົງເຂດທີ່ມີຄວາມສ່ຽງສູງ ໃນປັດຈຸບັນນີ້.


ໃນແຈ້ງການໄດ້ລະບຸວ່າ: ອິງຕາມທິດຊີ້ນໍາຂອງທ່ານເຈົ້າແຂວງໆຈໍາປາສັກ ຄັ້ງວັນທີ 22 ກໍລະກົດ 2021 ກ່ຽວກັບມາດຕະການ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ 19, ທ່ານຫົວຫນ້າພະແນກສາທາລະນະສຸກ ເອົາໃຈໃສ່ການ ງານສະພາບການລະບາດ ແລະ ວາງມາດຕະການສະກັດກັ້ນ, ປ້ອງກັນ ແລະ ຄວາມຄຸມການລະບາດຂອງພະຍາດ ໂຄວິດ 19 ໃນແຂວງ ຈໍາປາສັກ ເພື່ອຮັບປະກັນບໍ່ໃຫ້ແຜ່ລະບາດອອກສູ່ຊຸມຊົນໃນວົງກວ້າງແຕ່ຫົວທີ, ໂດຍໃຫ້ ເອົາໃຈໃສ່ບາງບັນຫາດັ່ງລຸ່ມນີ້:


1, ໃຫ້ກໍານົດເຂດເປັນບ້ານແດງ ແລະ ບ້ານເຫລືອງ ເພື່ອປະຕິບັດມາດຕະການຕ່າງໆທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ ພ້ອມທັງມີການລາຍງານເຂດແດງ ແລະ ເຂດເຫລືອງໃຫ້ປະຊາຊົນທົ່ງສັງຄົມຮັບຊາບໃນແຕ່ລະວັນຢ່າງທັນການ.

2. ໃຫ້ແຈ້ງຜົນການສອບສວນການລະບາດຂອງພະຍາດເຊັ່ນ: ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ ມີການເຄື່ອນໄຫວສະຖານທີ່ຕ່າງໆ ເພື່ອແຈ້ງໃຫ້ສັງຄົມຮັບຊາບ ແລະ ເປັນຂໍ້ມູນຢ່າງຍິ່ງ ໃຫ້ອົງການ ປົກຄອງບ້ານໄດ້ປະຕິບັດມາດຕະການຕາມທີ່ກະຊວງສາທາລະນະສຸກວາງອອກ ແລະ 10 ມາດຕະການຂັ້ນບ້ານ.


3, ໃຫ້ລາຍງານສະພາບການລະບາດ ແລະ ຕົວເລກສະຖິຕິດ້ານສາທາລະນະສຸກ ເພື່ອໃຫ້ຄະນະກໍາມະການ _ ຂັ້ນແຂວງໄດ້ຮັບຊາບ ແລະ ຄໍາແນະນໍາທາງດ້ານວິຊາການ ເພື່ອເປັນບ່ອນອີງໃຫ້ແກ່ຄະນະກໍາມະການ ສະເພາະກິດຂັ້ນແຂວງຊີ້ນໍາບັນຊາໃຫ້ທັນກັບສະພາບການ.