5ເດືອນຕົ້ນປີ ມູນຄ່າການຄ້າລາວ – ສິງກະໂປບັນລຸ 37 ລ້ານໂດລາສະຫະລັດ

297

ມູນຄ່າການຄ້າລາວ – ສິງກະໂປ ໃນ 5 ເດືອນຕົ້ນປີ 2021 ບັນລຸ 37 ລ້ານກວ່າໂດລາສະຫະລັດ, ໃນນັ້ນ ລາວສົ່ງອອກໄປສິງກະໂປ 17 ລ້ານກວ່າໂດລາສະຫະລັດ ແລະ ລາວນໍາເຂົ້າຈາກສິງກະໂປງ 19 ກວ່າລ້ານໂດລາສະຫະລັດ.


ວັນທີ 22 ກໍລະກົດ 2021 ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ ລຽວ ຊິວ ລິນ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ ເພື່ອສະແດງຄວາມຍິນດີໃນການມາຮັບໜ້າທີ່ ລັດຖະມົນຕີ ກະຊວງ ອຄ ພ້ອມຫາລືແລກປ່ຽນການຮ່ວມມືກັນໃນຕໍ່ໜ້າ ແລະ ສົ່ງເສີມວຽກງານການຄ້າ – ການລົງທຶນຮ່ວມກັນ.


ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວສະແດງຄວາມຕ້ອນຮັບ ພ້ອມຕີລາຄາສູງຕໍ່ໝາກຜົນການຮ່ວມມືທາງການທູດລະຫວ່າງ ສອງປະເທດເວົ້າລວມ, ເວົ້າສະເພາະ ກະຊວງ ອຄ ຂອງລາວ ແລະ ສິງກາໂປແມ່ນມີການຮ່ວມມືກັນເປັນຢ່າງດີ ໂດຍສະເພາະແມ່ນການຊ່ວຍຍົກລະດັບພະນັກງານ, ວິຊາການຂອງລາວໃຫ້ມີຄວາມຮູ້, ຄວາມສາມາດ ໃນການພົວພັນການຄ້າ 2ຝ່າຍ


ມູນຄ່າການຄ້າຂອງລາວ – ສິງກະໂປ ໃນປີ 2017 ບັນລຸ 53 ລ້ານກ່ວາໂດລາ, ປີ 2018 ມູນຄ່າການຄ້າບັນລຸ 45 ລ້ານກວ່າໂດລາ, ປີ 2019 ບັນລຸ 34 ລ້ານກວ່າໂດລາ, ປີ 2020 ບັນລຸ 65 ລ້ານກວ່າໂດລາ ແລະ ໃນ 5ເດືອນຕົ້ນປີ 2021 ມູນຄ່າການຄ້າບັນລຸ 37 ລ້ານກວ່າໂດລາສະຫະລັດ, ໃນນັ້ນ ລາວສົ່ງອອກໄປສິງກະໂປ 17 ລ້ານກວ່າໂດລາສະຫະລັດ ແລະ ລາວນໍາເຂົ້າຈາກສິງກະໂປງ 19 ກວ່າລ້ານໂດລາສະຫະລັດ.

ທ່ານ ນາງ ລຽວ ຊິວ ລິນ ໄດ້ສະແດງຄວາມຍິນດີໃນການມາຮັບໜ້າທີ່ເປັນລັດຖະມົນຕີ ກະຊວງ ອຄ ຂອງທ່ານ ຄໍາແພງ ໄຊສົມແພງ ພ້ອມຈະສືບຕໍ່ສະໜັບສະໜູນໃຫ້ການຮ່ວມມື ເພື່ອເຮັດໃຫ້ວຽກງານການຄ້າຂອງສອງປະເທດມີການເຕີບໃຫຍ່ຂະຫຍາຍຕົວ ຂຶ້ນໄປເລື້ອຍໆ.