“ ຜ້າເຊັດຕົວ ” ແຫຼ່ງສະສົມເຊື້ອພະຍາດ ຄວນຊັກ ຫຼື ປ່ຽນເປັນປະຈຳຫຼາຍປານໃດ?

671

ຜ້າເຊັດຕົວ ເຄື່ອງທີ່ເປັນແຫຼ່ງສະສົມຂອງເຊື້ອພະຍາດ ແຕ່ເຮົາມັກເບິ່ງຂ້າມ ແລະ ບໍ່ໃຫ້ຄວາມສຳຄັນໃນດ້ານ ຄວາມສະອາດກັບມັນປານໃດ ຫຼາຍຄົນມັກຈະເຮັດຄວາມສະອາດບ້ານເຮືອນ, ເກີບ, ເສື້ອຜ້າຕະຫຼອດ ແຕ່ມັກລືມ ແລະ ບໍ່ໃສ່ໃຈກັບເຄື່ອງໃກ້ຕົວ ເຊັ່ນ: ຜ້າເຊັດຕົວທີ່ສະສົມເຊື້ອພະຍາດໄວ້ຫຼາຍ.

May be an image of one or more people

ບາງຄົນໃຊ້ເຊັດຕົວ ບາງເທື່ອຜ້າເຊັດຕົວຍັງບໍ່ແຫ້ງດີກໍເອົາມາໃຊ້ອີກຮອບແລ້ວ ບາງຄົນລ້າງມືກໍໃຊ້ຜ້າເກົ່າມາເຊັດ ບາງຄົນເຂົ້າຫ້ອງນ້ຳຖ່າຍໜັກຖ່າຍເບົາແລ້ວ ເວລາໄປລ້າງມືກໍໃຊ້ຜ້າເຊັດຕົວຜືນເກົ່າເຊັດ.

ບາງທີຜ້າເຊັດຕົວເຮົາກໍເຮ່ຍແລ້ວກໍຈັບຂຶ້ນມາໃຊ້ໃໝ່ ຈາກຫຼາຍເຫດຜົນທັງໝົດນີ້ທີ່ເຮັດໃຫ້ຜ້າເຊັດຕົວກາຍເປັນແຫຼ່ງສະສົມຂອງເຊື້ອພະຍາດ.

ອັນຕະລາຍຂອງມັນສະຫຼຸບງ່າຍໆຄື ອາດເຮັດໃຫ້ເຮົາເກີດພະຍາດຜິວໜັງໄດ້ ເຮັດໃຫ້ເຮົາເປັນສິວໄດ້ທັງຢູ່ໜ້າ – ຢູ່ຫຼັງ ແຜ່ກະຈາຍເຊື້ອພະຍາດໃສ່ຄົນທີ່ນຳເອົາຜ້າເຊັດຕົວຂອງເຮົາໄປໃຊ້ໄດ້.

May be an image of furniture and indoor

ແລ້ວຄວນຊັກ ຫຼື ປ່ຽນດຸປານໃດ?

ຄວນຊັກຢ່າງໜ້ອຍອາທິດລະເທື່ອ.

ເອົາໄປຕາກແດດໃຫ້ຖືກແດດຫຼັງຈາກໃຊ້ ເພື່ອໃຫ້ພະຍາດໝົດໄປ.

ຊັກທັນທີ ຫາກຖືກສານຄັດຫຼັ່ງຈາກຮ່າງກາຍ ເຊັ່ນ: ນ້ຳມູກ, ນ້ຳລາຍ.

ຊັກ ຫາກນຳໃຊ້ໄປຊັບເຫື່ອ ຫຼື ເກັບໄວ້ໃນບ່ອນອັບຊຸ່ມ.

ອາຍຸການໃຊ້ງານປົກກະຕິຂອງຜ້າເຊັດຕົວຢູ່ປະມານ 1 – 3 ປີ.

May be an image of indoor

ສະຫຼຸບຜ້າເຊັດຕົວຄວນຊັກອາທິດລະເທື່ອ ຫຼື ຫຼາຍກ່ອນນັ້ນໄດ້ກໍດີ ຊັກທັນທີຫາກໃຊ້ກັບສານຄັດຫຼັ່ງ ເຊັ່ນ: ນ້ຳມູກ, ນ້ຳລາຍ, ເຫື່ອ, ຕົກພື້ນ, ເກັບໄວ້ບ່ອນອັບຊຸ່ມຄວນປ່ຽນເມື່ອມີອາຍຸ 1 – 3 ປີຂຶ້ນໄປຢູ່ກັບການໃຊ້ງານ.

ເລີ່ມຕົ້ນດ້ວຍຕົວເຮົາ ສິ່ງໃກ້ຕົວແບບນີ້ອາດສົ່ງຜົນເສຍຕໍ່ສຸຂະພາບເຮົາໄດ້ຫຼາຍກວ່າທີ່ຄິດ.

ທີ່ມາ: https://www.sanook.com/health/29513/