ປະຊາຊົນລາວ ຈະໄດ້ສັກວັກແຊງ Johnson & Johnson ຫຼັງພິມອບ-ຮັບມອບຮັບ ຢ່າງເປັນທາງການ

725

ໃນວັນທີ 19 ເດືອນກໍລະກົດ ປີ 2021 ໄດ້ມີພິທີ ມອບ-ຮັບ ວັກແຊງກັນພະຍາດໂຄວິດ-19 ຂຶ້ນທີ່ສະໜາມບິນສາກົນວັດໄຕ, ໂດຍການເຂົ້າຮ່ວມຂອງ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ດຣ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ, ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ກ້າວ ຈຸນ ວ່າການແທນຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ, ເເລະ ທ່ານ ນາງ ບີອາເຕ ດາສເຕລ໌ ວ່າການແທນຜູ້ຕາງໜ້າອົງການຢູນິເຊັບປະຈໍາ ສປປ ລາວ, ພ້ອມດ້ວຍ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ບີອາເຕ ດາສເຕລ໌, ວ່າການແທນຜູ້ຕາງໜ້າອົງການຢູນິເຊັບປະຈໍາ ສປປ ລາວ ກ່າວວ່າ: ອີງຕາມການຈັດຕັ້ງວຽກງານສັກຢາກັນພະຍາດໃຫ້ກັບເດັກໃນສິບປີທີ່ຜ່ານມາ ສາມາດເຫັນໄດ້ຢ່າງຊັດເຈນວ່າ ຢາວັກແຊງນັ້ນສາມາດຊ່ວຍຊີວິດໄດ້. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຮູ້ສຶກມີຄວາມປິຕິຍິນດີ ທີ່ໄດ້ເຫັນຄວາມຄືບໜ້າຢ່າງສະໝໍ່າສະເໝີທີ່ພວກເຮົາໄດ້ຮ່ວມກັນ ເພື່ອສັກວັກແຊງກັນພະຍາດໃຫ້ແກ່ປະຊາຊົນລາວ. ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຕໍ່ສະຫະລັດອາເມລິກາ, ໂດຍສະເພາະ ສະຖານທູດສະຫະລັດອາເມລິກາປະຈຳ ສປປ ລາວ ແລະ ອົງການ USAID, ສຳລັບການປະກອບສ່ວນອັນໃຫຍ່ຫຼວງຂອງພວກເຂົາ. ການເຂົ້າເຖິງຢ່າງເທົ່າທຽມກັນໃນການສັກວັກແຊງກັນພະຍາດໂຄວິດ-19 ແມ່ນເສັ້ນທາງທີ່ຈະແຈ້ງທີ່ສຸດເພື່ອຫລຸດພົ້ນອອກຈາກການລະບາດຂອງພະຍາດນີ້ສຳລັບພວກເຮົາໝົດທຸກຄົນ, ລວມທັງເດັກ. ຍ້ອນວ່າໄວຣັດກາຍພັນພາໃຫ້ເກີດສາຍພັນໃໝ່, ຄວາມຕ້ອງການໃຫ້ຮ່ວມມືກັນເພື່ອເອົາຊະນະແມ່ນຈະຍິ່ງຫຍຸ້ງຍາກກວ່າເກົ່າ. ການບໍລິຈາກວັກແຊງແມ່ນນະໂຍບາຍທີ່ສະຫຼາດສະຫຼຽວ ເເລະ ສະແດງເຖິງຜົນປະໂຫຍດສູງສຸດແບບລວມໝູ່ຂອງພວກເຮົາ.


ທ່ານ ດຣ. ກາວຈູນ ວ່າການແທນຜູ້ຕາງໜ້າ, ອົງການ ອະນາໄມໂລກປະຈໍາ ສປປ ລາວ ກ່າວບາງຕອນວ່າ: ການຮັບປະກັນການເຂົ້າເຖິງວັກແຊງ ແລະ ການສັກວັກແຊງແບບເທົ່າທຽມກັນໃຫ້ແກ່ຜູ້ທີ່ມີຄວາມສ່ຽງທີ່ສຸດໃນທົ່ວໂລກ ແມ່ນບູລິມະສິດຕົ້ນຕໍຂອງອົງການອະນາໄມໂລກ. ການສະໜັບສະໜູນຂອງ ສະຫະລັດອາເມລິກາໃນຄັ້ງນີ້ ແມ່ນທັນຕາມເວລາທີ່ຕ້ອງການທີ່ສຸດ ເພາະວ່າເປັນການມາເຖິງໃນເວລາທີ່ປະເທດກຳລັງຕ້ອງການຫຼາຍທີ່ສຸດ ແລະ ຈະຊ່ວຍໃຫ້ການສັກວັກແຊງໃຫ້ຜູ້ທີ່ມີຄວາມຕ້ອງການທີ່ສຸດໃນເຂດທີ່ເຂົ້າເຖິງໄດ້ຍາກ.


ທ່ານ ດຣ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ກ່າວວ່າ: ພູມໃຈທີ່ໄດ້ຕາງໜ້າລັດຖະບານສະຫະລັດອາເມລິກາ ໃນການສະໜອງວັກແຊງຊ່ວຍຊີວິດເຫຼົ່ານີ້ໃຫ້ແກ່ປະຊາຊົນ ສປປ ລາວ. ການບໍລິຈາກໃນມື້ນີ້ຈະຮັບປະກັນວ່າປະຊາຊົນລາວຫຼາຍກວ່າ 1 ລ້ານຄົນຕື່ມອີກ ກວມເອົາປະມານ 14% ຂອງປະຊາກອນຂອງ ສປປ ລາວ – ຈະໄດ້ຮັບການສັກວັກແຊງກັນພະຍາດໂຄວິດ-19 ຢ່າງຄົບຖ້ວນ. ອັນນີ້ຈະເຮັດໃຫ້ ສປປ ລາວ ກ້າວເຂົ້າໃກ້ເຖິງເປົ້າໝາຍການສັກວັກແຊງກັນພະຍາດໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021 ນີ້, ແລະ ຈະເຮັດໃຫ້ທົ່ວໂລກກ້າວເຂົ້າໃກ້ກັບການຢຸດຕິການແຜ່ລະບາດຂອງພະຍາດນີ້. ລັດຖະບານ ແຫ່ງ ສປປ ລາວ ຈະໃຊ້ວັກແຊງ ຈອນຊັນ ແອນ ຈອນຊັນ Johnson & Johnson ເຫຼົ່ານີ້ ຕໍ່ກຸ່ມທີ່ເປັນູລິມະສິດ, ລວມທັງຜູ້ທີ່ມີອາຍຸ 60 ປີຂື້ນໄປ, ຄົນທີ່ມີພະຍາດປະຈໍາຕົວ ແລະ ພະນັກງານສາທາລະນະສຸກໃນຂອບເຂດທົ່ວປະເທດ, ໂດຍສອດຄ່ອງກັບແຜນປະຕິບັດງານການສັກວັກແຊງກັນພະຍາດໂຄວິດ-19 ແຫ່ງຊາດ ແລະ ຍັງມີແຜນການເພີ່ມເຕີມເພື່ອນຳໃຊ້ຕໍ່ປະຊາກອນກຸ່ມເປົ້າໝາຍອື່ນໆ, ລວມທັງເຂດຫ່າງໄກ ສອກຫຼີກ ແລະ ເຂດທີ່ເຂົ້າເຖິງໄດ້ຍາກ.


ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ກ່າວວ່າ: ລັດຖະບານ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ການສືບຕໍ່ຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນສະຫະລັດອາເມລິກາ ເເກ່ ລັດຖະບານ ແລະ ປະຊາຊົນລາວ, ເຊິ່ງໃນຄັ້ງນີ້ ແມ່ນການຊ່ວຍເຫຼືອວັກແຊງປ້ອງກັນພະຍາດໂຄວິດ-19 ອັນໄດ້ສະເເດງໃຫ້ເຫັນເຖິງສາຍພົວພັນທີ່ດີລະຫວ່າງສອງປະເທດຂອງພວກເຮົາ ພາຍໃຕ້ຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ເເລະ ສປປ ລາວ. ຂ້າພະເຈົ້າເຊື່ອໝັ້ນວ່າ ການໄດ້ຮັບວັກແຊງ ຈອນຊັນ ເເອນ ຈອນຊັນ ຂອງ ສປປ ລາວ ໃນຄັ້ງນີ້ ຈະຊ່ວຍເລັ່ງລັດການບັນລຸເປົ້າໝາຍການສັກວັກແຊງໃຫ້ໄດ້ຢ່າງນ້ອຍ 50 ເປີເຊັນ ຂອງປະຊາຊົນລາວ ພາຍໃນທ້າຍປີ 2021 ນີ້.


ຈາກການໄດ້ຮັບວັກແຊງຈຳນວນ 1.008,000 ໂດສ໌ ເຊິ່ງເປັນການບໍລິຈາກໂດຍກົງຈາກປະຊາຊົນອາເມລິກາໃຫ້ແກ່ ສປປ ລາວ, ຈະເຮັດໃຫ້ ລັດຖະບານລາວ ສາມາດຕອບສະໜອງການປ້ອງກັນການຕິດເຊື້ອໄວຣັດໃຫ້ແກ່ປະຊາຊົນ 1 ລ້ານກວ່າຄົນ ໃນຈຳນວນປະຊາກອນທັງໝົດປະມານ 7 ລ້ານຄົນ.


ວັກແຊງກັນພະຍາດໂຄວິດ-19 ຈອນຊັນ ເເອນ ຈອນຊັນ ແຕກຕ່າງຈາກວັກແຊງກັນພະຍາດໂຄວິດ-19 ຊະນິດອື່ນໆທີ່ມີຢູ່ໃນ ສປປ ລາວ ໃນປະຈຸບັນ ຍ້ອນວ່າຕ້ອງສັກພຽງຄັ້ງດຽວເທົ່ານັ້ນ. ນອກນັ້ນ, ວັກແຊງ ຈອນຊັນ ເເອນ ຈອນຊັນ ຍັງສາມາດເກັບຮັກສາໄວ້ໃນອຸນຫະພູມຕູ້ເຢັນປົກກະຕິ ເຊິ່ງເປັນທີ່ເໝາະສົມທີ່ສຸດຕໍ່ການສັກວັກຊີນກັນພະຍາດໃຫ້ແກ່ປະຊາກອນໃນເຂດຊົນນະບົດ ຫຼື ເຂດຫ່າງໄກສອກຫຼີກທີ່ເຂົ້າເຖິງຍາກ.