ຈຳປາສັກສັ່ງກວດຄືນດ່ວນທີ່ສຸດ ສຳລັບແຮງງານ ແລະເຈົ້າໜ້າທີ່ໃນສູນກັກກັນ 21

375

ຄະນະສະເພາະກິດຂັ້ນແຂວງຈຳປາສັກ ອອກແຈ້ງການ ເລກທີ 669/ຫວຂ,ຈສ, ລົງວັນທີ 18 ກໍລະກົດ 2021 ເລື່ອງມາດຕະການສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃນເຂດທີ່ມີການລະບາດ ແລະ ມີຄວາມສ່ຽງສູງ ໂດຍກອງເລຂາຄະນະສະເພາະກິດຂັ້ນແຂວງ ແຈ້ງມາຍັງທ່ານຊາບວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ບັນດາມາດຕະການໃນການສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ໃຫ້ມີຄວາມຮັດກຸມ, ສອດຄ່ອງ ແລະ ແທດເໜາະກັບສະພາບການລະບາດຕົວຈິງໃນແຕ່ລະໄລຍະ. ດັ່ງນັ້ນ, ຈຶ່ງໄດ້ກໍານົດເຂດທີ່ມີການລະບາດ ແລະມາດຕະການທີ່ຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ລະອຽດດັ່ງລຸ່ມນີ້:

1. ສູນກັກກັນແຮງງານຈາກຕ່າງປະເທດສູນຫຼັກ 21 (1) ແລະ ສູນຫຼັກ 21 (2): ຫ້າມບໍ່ໃຫ້ເຈົ້າໜ້າທີ່ຄຸ້ມຄອງສູນ ແລະ ແຮງງານ ມີການເຄື່ອນຍ້າຍເຂົ້າ-ອອກສູນ ເລີ່ມແຕ່ວັນທີ 17 ກໍລະກົດ 2021 ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ໆຮັບຜິດຊອບສູນດັ່ງກ່າວ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນດ້ານສາທາລະນະສຸກຢ່າງເຂັ້ມງວດ; ໃຫ້ເກັບຕົວຢ່າງ ເຈົ້າໜ້າທີ່ ແລະ ແຮງງານທີ່ຢູ່ໃນສູນຫຼັກ 21 (1) ແລະ ສູນຫຼັກ 21 (2) ຄືນໃທັງໝົດ ພ້ອມທັງການເກັບຕົວຢ່າງເພື່ອຕິດຕາມການຕິດເຊື້ອພະຍາດໂຄວິດ-19 ໃນສູນດັ່ງກ່າວເປັນປົກກະຕິຕາມມາດຕະການສາທາລະນະສຸກ ຖ້າກັກກັນຄົບກຳນົດເວລາ ແລະ ຜົນກວດເປັນລົບແມ່ນໃຫ້ຈັດສົ່ງອອກໄປກັກກັນຢູ່ສູນຂອງເມືອງຕື່ມອີກ 14 ວັນ.

ສໍາລັບເຈົ້າໜ້າທີ່ ແລະ ແຮງງານຜູ້ທີ່ກວດພົບເຊື້ອພະຍາດໂຄວິດ-19 ໃນໄລຍະທີ່ຢູ່ໃນສູນ ແມ່ນໃຫ້ສົ່ງເຂົ້າສູນປິ່ນປົວພະຍາດໂຄວິດ-19 ຂອງແຂວງທີ່ກໍານົດໄວ້ ເພື່ອຕິດຕາມອາການ ແລະ ປິ່ນປົວຈົນຫາຍດີ; ພາຍຫຼັງທີ່ພະນັກງານ ແລະ ແຮງງານກັກກັນຄົບກຳນົດແລ້ວ ແລະ ກວດບໍ່ພົບເຊື້ອໝົດທຸກຄົນແລ້ວ ໃຫ້ທຳຄວາມສະອາດ ແລະ ສິດຢາຂ້າເຊື້ອໃນບໍລິເວນສູນຫຼັກ 21 (1) ແລະ ສູນຫຼັກ 21 (2) ກ່ອນ ຈຶ່ງໃຫ້ເຈົ້າໜ້າທີ່ຄຸ້ມຄອງສູນ ແລະ ແຮງງານຊຸດໃໝ່ເຂົ້າໄປປະຕິບັດໜ້າທີ່ ແລະ ມອບໃຫ້ພະແນກສາທາລະນະສຸກແຂວງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດມາດຕະການດັ່ງກ່າວຢ່າງເຂັ້ມງວດ.


2. ເຂດດ່ານສາກົນວັງເຕົ່າ: ສໍາລັບເຈົ້າໜ້າທີ່ທັງໝົດຢູ່ດ່ານ ໃຫ້ຈໍາກັດບໍລິເວນຢູ່ໃນເຂດດ່ານສາກົນວັງເຕົ່າໃຫ້ຄົບກຳນົດ 14 ວັນ ແລະ ມີການເກັບຕົວຢ່າງເພື່ອຊອກຫາເຊື້ອພະຍາດໂຄວິດ-19 ໃນແຕ່ລະໄລຍະຕາມມາດຕະການສາທາລະນະສຸກ ທີ່ວາງອອກ ຈົນກວ່າຈະມີມາດຕະການໃໝ່ອອກມາເພີ່ມເຕີມ; ສໍາລັບເຈົ້າໜ້າທີ່ມີຄວາມຈໍາເປັນຈະຕ້ອງໄດ້ປະຕິບັດໜ້າທີ່ຢູ່ເຂດດັ່ງກ່າວ ຈະຕ້ອງມີການຜັດປ່ຽນການປະຈໍາການ ແຕ່ຕ້ອງໃຫ້ປະຕິບັດມາດຕະການໃນການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ.

ສຳລັບລົດຂົນສົ່ງສິນຄ້າ ໃຫ້ປະຕິບັດຕາມແຈ້ງການເພີ່ມເຕີມຂອງເຈົ້າແຂວງ ສະບັບເລກທີ 04/ຈຂ.ຈສ, ລົງວັນທີ 23 ມັງກອນ 2021 ແລະ ບົດແນະເລກທີ 8485 ຂອງກະຊວງ ຍທຂ. ມອບໃຫ້ເຈົ້າ ໜ້າທີ່ໆກ່ຽວຂ້ອງ ຮັບຜິດຊອບເອົາໃຈໃສ່ຕິດຕາມການເຂົ້າ-ອອກ ແລະ ການເຄື່ອນໄຫວໄປ-ມາ ຂອງລົດຂົນສົ່ງສິນຄ້າໃຫ້ສອດຄ່ອງຕາມມາດຕະການ ຂອງຄະນະສະເພາະກິດທີ່ໄດ້ວາງອອກ; ສໍາລັບແຮງງານຈາກຕ່າງປະເທດ ທີ່ເດີນທາງເຂົ້າມາຜ່ານດ່ານແມ່ນຕ້ອງປະຕິບັດຕາມມາດຕະການທີ່ສາທາລະນະສຸກໄດ້ກໍານົດອອກຢ່າງເຂັ້ມງວດ ແລະ ໃຫ້ເຮັດອະນາໄມ ແລະ ພົ່ນຢາຂ້າເຊື້ອຕາມສະຖານທີ່ເຮັດວຽກຂອງເຈົ້າໜ້າທີ່ປະຈໍາດ່ານ ແລະ ບ່ອນພັກຂອງແຮງງານທີ່ເຂົ້າມາຈາກຕ່າງປະເທດທຸກວັນ ເພື່ອລົດຄວາມສ່ຽງຂອງການຕິດເຊື້ອພະຍາດໂຄວິດ-19.