ປະກາດແຕ່ງຕັ້ງທ່ານ ພູທະນູເພັດ ໄຊສົມບັດ ເປັນຮອງລັດຖະມົນຕີ ກະຊວງການເງິນ

795

ໃນຕອນບ່າຍຂອງວັນທີ 16 ກໍລະກົດ 2021 ຜ່ານມານີ້, ກະຊວງການເງິນ ໄດ້ປະກາດແຕ່ງຕັ້ງຂັ້ນຮອງລັດຖະມົນຕີກະຊວງການເງິນ ແລະ ສັບຊ້ອນການຈັດຕັ້ງຂັ້ນຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ພະແນກຈຳນວນໜຶ່ງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ມີຄະນະພັກ-ຄະນະນຳກະຊວງ, ຄະນະໜ່ວຍພັກ, ຄະນະກົມ, ພະນັກງານນຳພາຫຼັກແຫຼ່ງເຂົ້າຮ່ວມ.


ໃນພິທີສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 431/ນຍ ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງທ່ານ ພູທະນູເພັດ ໄຊສົມບັດ ເປັນຮອງລັດຖະມົນຕີກະຊວງການເງິນ.

ຈາກນັ້ນ, ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2325/2405/3022/3023/3024/3025/ກງ, ແຕ່ງຕັ້ງທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ທີ່ເປັນພະນັກງານສືບທອດປ່ຽນແທນຂອງກະຊວງການເງິນ ໄປລົງຮາກຖານໄລຍະ 2 ປີຢູ່ແຂວງວຽງຈັນ ມາຮັບໜ້າທີໃໝ່ເປັນຮອງຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ; ແຕ່ງຕັ້ງທ່ານ ທອງລິດ ກິ່ງແກ້ວອຸດົມ ຫົວໜ້າພະແນກຈັດຊື້-ຈັດຈ້າງ ກົມຄຸ້ມຄອງຊັບສິນຂອງລັດ ເປັນຮອງຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ.

ແຕ່ງຕັ້ງທ່ານ ໄຊດວງວັນ ບຸນລາວົງ ຫົວໜ້າພະແນກຂອງຫ້ອງການກະຊວງ ເປັນຮອງຫົວໜ້າຫ້ອງການກະຊວງການເງິນ; ແຕ່ງຕັ້ງທ່ານ ນາງ ມະນີວອນ ພົນອາມາດ ຫົວໜ້າຄຸ້ມຄອງໜີ້ສິນ ກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜິ້ສິນ ເປັນຮອງຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜິ້ສິນ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ເທີດທູນ ສຸກອາລຸນ ຫົວໜ້າພະແນກຂອງຫ້ອງການກະຊວງ ເປັນຫົວໜ້າຄຸ້ມຄອງໜີ້ສິນ ກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜິ້ສິນ ກະຊວງການເງິນ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຜູ້ຕາງໜ້າຂອງລັດຖະບານລາວ ໄປຮັບໜ້າທີ່ໃໝ່ປ່ຽນແທນຜູ້ເກົ່າຢູ່ບໍລິສັດຮຸ້ນສ່ວນທ່າເຮືອສາກົນລາວ-ຫວຽດນາມ, ເຫັນດີແຕ່ງຕັ້ງທ່ານ ພຸດທະຂັນ ຂັນຕີ ຮອງຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ ເປັນຫົວໜ້າຄະນະ, ທ່ານ ທອງດຳ ໄຊສະຫວັນ ຫົວໜ້າພະແນກຂອງກົມທາງນ້ຳ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຮອງຫົວໜ້າຄະນະ, ທ່ານ ສິດທິເດດ ກິ່ງວົງສາ ເປັນຄະນະ, ເພື່ອໄປປະຈຳການຈັດຕັ້ງປະຕິບັດໜ້າທີ່ຕາມສິດຂອບເຂດທີ່ກຳນົດໃນສັນຍາ, ປະສານສົມທົບເພື່ອດຳເນີນການໂອນຮຸ້ນຂອງລັດຖະບານຂຶ້ນເປັນ 60% ໃຫ້ສຳເລັດໃນປີ 2021.


ໃນພິທີສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ໃໝ່ເປັນຮອງລັດຖະມົນຕີ ແລະ ຮອງຫົວໜ້າກົມ, ຫ້ອງການ, ຫົວໜ້າພະແນກ, ທີ່ຈະເປັນກຳລັງແຮງໃນການນຳພາວຽກງານຂອງກະຊວງ ແລະ ເປັນແບບຢ່າງນຳໜ້າເສຍສະຫຼະເພື່ອສ່ວນລວມ, ສ້າງຄວາມສາມັກຄີ ແລະ ເປັນເອກະພາບ,ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານໃນຂະແໜງການການເງິນຢ່າງມີປະສິດທິພາບ.