17 ກໍລະກົດ ລາວ ຕິດເຊື້ອ 108 ຄົນ ຕິດເຊື້ອໃນຊຸມຊົນ 4 ຄົນ ຢູ່ແຂວງຈຳປາສັກ ເປັນພະນັກງານປະຈຳດ່ານ 3 ຄົນ

687

ໃນວັນທີ 17 ກໍລະກົດ 2021  ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ,  ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ມາຮອດປະຈຸບັນຕົວເລກສະສົມຜູ້ຕິດເຊື້ອໃນ ສປປ ລາວ ມີທັງໝົດ 3.295 ຄົນ, ມີຕົວເລກສະສົມຜູ້ເສຍຊີວິດ 4 ຄົນ, ຍັງມີຜູ້ນອນປິ່ນປົວ 1.009 ຄົນ, ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 48 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 6.152 ຄົນ. ພ້ອມນີ້ມີຜູ້ເດີນທາງເຂົ້າລາວ ວັນທີ 16 ກໍລະກົດ ຈຳນວນ 2.673 ຄົນ.

ໃນວັນທີ 16 ກໍລະກົດ ໄດ້ເກັບຕົວຢ່າງໄປກວດວິເຄາະຫາເຊື້ອທັງໝົດ 1.513 ກໍລະນີ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 108 ຄົນ, ໃນນັ້ນ ຈຳປາສັກ 45​ ຄົນ, ສະຫວັນນະເຂດ 43 ຄົນ, ສາລະວັນ 13 ຄົນ, ນະຄອນຫຼວງວຽງຈັນ 5 ຄົນ, ບໍລິຄຳໄຊ 1 ຄົນ ແລະ ຄຳມ່ວນ 1 ຄົນ.

ໃນນັ້ນ ກໍລະນີນຳເຂົ້າມີ 104 ຄົນ ເປັນການນຳເຂົ້າຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ, ສ່ວນການຕິດເຊື້ອໃນຊຸມຊົນມີ 4 ຄົນ ຈາກ ຢູ່ແຂວງຈຳປາສັກ ເຊິ່ງເປັນພະນັກງານປະຈຳດ່ານ 3 ຄົນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ ແລະ ອີກ 1 ຄົນ ແມ່ນເປັນແຮງງານນຳເຂົ້າ.