ຊາວໜຸ່ມກອງພັນນ້ອຍ17 ແລະ ກອງພັນໃຫຍ່102 ທີ່ຂຶ້ນກັບກອງພົນທະຫານຮາບທີ1 ໄດ້ສ້າງຂະບວນການອອກແຮງງານປັກດຳເຂົ້ານາປີຊ່ວຍເຫຼືອປະຊາຊົນ

445

ເພື່ອສ້າງຄວາມສາມັກຄີລະຫວ່າງກອງທັບກັບປະຊາຊົນໃຫ້ເປັນປຶກແຜນແໜ້ນໜາ ແລະ ເຮັດໃຫ້ກົມກອງມີຂະບວນການຟົດຟື້ນຕໍ່ເນື່ອງ, ໃນວັນທີ 15 ກໍລະກົດ 2021 ຜ່ານມາ ຊາວໜຸ່ມກອງພັນນ້ອຍ17ແລະ ກອງພັນໃຫຍ່102 ທີ່ຂຶ້ນກັບກອງພົນທະຫານຮາບທີ1 ໄດ້ສ້າງຂະບວນການອອກແຮງງານປັກດຳເຂົ້ານາປີຊ່ວຍເຫຼືອປະຊາຊົນກຸ່ມບ້ານອ້ອມຂ້າງ ໂດຍພາຍໃຕ້ການຊີ້ນຳ – ນຳພາຂອງຄະນະບໍລິຫານງານຊາວໜຸ່ມກອງພັນ17, ມີຄະນະໜ່ວຍແຕ່ລະໜ່ວຍຕະຫຼອດຮອດສະມາຊິກຊາວໜຸ່ມໃນທົ່ວກົມກອງກໍ່ພ້ອມພຽງຮຽງໜ້າກັນປະກອບສ່ວນແຮງງານຮ່ວມ.


ເມື່ອກ້າວເຂົ້າສູ່ລະດູຝົນແລ້ວ ເຊິ່ງແມ່ນລະດູທຳການຜະລິດຂອງຊາວກະສິກອນ, ຊາວໄຮ່, ຊາວນາ ກໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ເປັນຕົ້ນແມ່ນ ການປັກດຳເຂົ້ານາປີ ແລະ ປູກພືດຜັກຊະນິດຕ່າງໆຕາມລະດູການເພື່ອລ້ຽງຊີບ ແລະ ສ້າງລາຍໄດ້ໃຫ້ແກ່ຄອບຄົວຂອງເຂົາເຈົ້າ. ໃນນັ້ນ, ບາງຄອບຄົວກໍມີແຮງງານພຽງພໍຕອບສະໜອງຄວາມຮຽກຮ້ອງຕ້ອງການທັນການ ແລະ ຖືກຕ້ອງຕາມລະດູການ, ກົງກັນຂ້າມບາງຄອບຄົວພັດຂາດເຂີນທາງດ້ານແຮງງານ ແລະ ວັດຖຸເງິນຄຳ ເຮັດວຽກບໍ່ທັນການ. ດັ່ງນັ້ນ, ທາງຄະນະພັກ – ຄະນະບັນຊາກອງພັນນ້ອຍ17 ຈຶ່ງໄດ້ເຫັນໄດ້ເຖິງຄວາມໝາຍ ຄວາມສຳຄັນ ແລະ ຄວາມຈຳເປັນເປັນຂອງພໍ່ແມ່ປະຊາຊົນ ຈຶ່ງໄດ້ຈັດຕັ້ງກຳລັງຂອງຊາວໜຸ່ມໃນທົ່ວກົມກອງລົງຊ່ວຍພໍ່ແມ່ປະຊາຊົນໃນຂອບເຂດທີ່ກົມກອງຕັ້ງທັບ ແລະ ກຸ່ມບ້ານອ້ອມຂ້າງທີ່ກົມກອງຮັັບຜິດຊອບ ເພື່ອຕອບສະໜອງທາງດ້ານແຮງງານໃຫ້ແກ່ຄອບຄົວທີ່ຂາດເຂີນແຮງງານ ເພື່ອເຮັດວຽກໃຫ້ທັນກັບເວລາ ແລະ ຖືກຕ້ອງຕາມລະດູການ.

ພ້ອມກັນນັ້ນ ກໍຍັງເປັນການສ້າງຄວາມສາມັກຄີພາຍນອກໃຫ້ກວ້າງຂວາງ ແລະ ໜັກແໜ້ນ, ຊ່ວຍເຫຼືອປະຊາຊົນໃນຍາມທີ່ລຳບາກ, ຫຍຸ້ງຍາກຂາດເຂີນ ໃຫ້ສົມກັບຄຳວ່າ ກອງທັບກັບປະຊາຊົນປຽບເໝືອນ ປາກັບນ້ຳ  ທີ່ຕັດອອກຈາກກັນບໍ່ໄດ້. ການດຳນາໃນຄັ້ງນີ້ເຖິງແມ່ນວ່າດິນຟ້າອາກາດຈະບໍ່ເອື້ອອຳນວຍ, ມີຟ້າເຫຼື້ອມ, ຟ້າຮ້ອງ, ຝົນຕົກໜັກ ແຕ່ກໍບໍ່ໄດ້ເປັນອຸປະສັກ ຊາວໜຸ່ມແຕ່ລະສະຫາຍລ້ວນແລ້ວແຕ່ມີຄວາມອົດທົນສູງ, ຜ່ານຜ່າຕໍ່ສະພາບການດັ່ງກ່າວ ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຈົນສຳເລັດ ສົມດັງຄຳຂວັນທີ່ວ່າ: “ ບ່ອນໃດຍາກຊາວໜຸ່ມເຮົາບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດທຸລະກັນດານຊາວໜຸ່ມຂານອາສາ.”


ຕໍ່ກັບຜົນສຳເລັດທີ່ກ່າວມານັ້ນລ້ວນແລ້ວແຕ່ສະແດງໃຫ້ເຫັນເຖິງຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານຂອງສະມາຊິກຊາວໜຸ່ມພາຍໃນກົມກອງ ທີ່ມີມານະຈິດອົດທົນອັນສູງສົ່ງ, ມີຄວາມສາມັກຄີພາຍໃນທີ່ໜັກແໜ້ນ, ພາຍນອກຢ່າງກວ້າງຂວາງ, ຮູ້ຈັກຊ່ວຍເຫຼືອແບ່ງປັນນ້ຳໃຈໃຫ້ກັບພໍ່ແມ່ປະຊາຊົນໃນຍາມທີ່ຕົກທຸກໄດ້ຍາກ, ສູມທຸກເຫື່ອແຮງພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ.

ຂ່າວໂດຍ: ສົມບູນ ບົວນ້ອຍສອນ ນັກຂ່າວ ງໍ17