3 ໝາກໄມ້ “ ຫຼຸດຄໍເລສເຕີຣອລ ” ພ້ອມປ້ອງກັນ “ ພະຍາດຊ້ຳເຮື້ອ ” ຫາກິນງ່າຍໃກ້ຕົວ

1164

ສຳລັບຜູ້ທີ່ມີຄວາມຕັ້ງໃຈຢາກຈະຫຼຸດຄໍເລສເຕີຣອລ ເພື່ອສົ່ງເສີມສຸຂະພາບຮ່າງກາຍ ນອກຈາກການຈຳກັດການເລືອກຮັບປະທານອາຫານ ແລະ ໝັ່ນອອກກຳລັງກາຍແລ້ວ ການເລືອກກິນໝາກໄມ້ກໍເປັນອີກປັດໄຈທີ່ທຸກຄົນຄວນເຮັດຮ່ວມນຳ ເພາະໝາກໄມ້ບາງຊະນິດນັ້ນອາດມີນ້ຳຕານ ແລະ ຄວາມຫວານຫຼາຍເກີນຄວາມຈຳເປັນ ແຕ່ໝາກໄມ້ຫຼຸດຄໍເລສເຕີຣອລ ຊະນິດໃດແດ່ທີ່ທ່ານຈະບໍ່ສາມາດກິນໄດ້ຢ່າງບໍ່ມີຂໍ້ກັງວົນໃຈ ຜູ້ຂຽນມີຄຳຕອບມາຝາກແຟນຂ່າວທຸກທ່ານ.

ຄໍເລສເຕີຣອລຊະນິດບໍ່ດີ ສົ່ງຜົນເສຍຕໍ່ສຸຂະພາບແນວໃດ?.

ຄໍເລສເຕີຣອລເປັນສານຊະນິດໜຶ່ງທີ່ມີລັກສະນະເຄິ່ງຂອງແຫຼວ ແລະ ແຂງຕົວໄດ້ ໂດຍປົກກະຕິແລ້ວຮ່າງກາຍຂອງເຮົາຈະສາມາດສ້າງຄໍເລສ ເຕີຣອລຂຶ້ນມາໄດ້ເອງ ແຕ່ຂະນະດຽວກັນຫາກຮ່າງກາຍຂອງທ່ານໄດ້ຮັບອາຫານທີ່ມີປະລິມານຂອງຄໍເລສເຕີຣອລບໍ່ດີຫຼາຍເກີນໄປຮ່ວມນຳ ເຊັ່ນ: ອາຫານປະເພດໄຂມັນອີ່ມຕົວສູງ, ຊີ້ນສັດຕິດມັນເປັນຕົ້ນ ກໍອາດສົ່ງຜົນໃຫ້ຮ່າງກາຍເກີດການສະສົມຄໍເລສເຕີຣອລໃນເສັ້ນເລືອດເອົາໄວ້ຈຳນວນຫຼາຍ ແລະ ເພີ່ມ ຄວາມສ່ຽງທີ່ຈະປະເຊີນກັບພະຍາດຫຼອດເລືອດຫົວໃຈ, ພະຍາດຫຼອດເລືອດຫົວໃຈຕີບ, ພາວະຫົວໃຈວາຍໄດ້.

ໝາກໄມ້ຫຼຸດຄໍເລສເຕີຣອລ 3 ຊະນິດ ທີ່ຄວນຮັບປະທານ:

ບໍ່ວ່າຈະເປັນໝາກໄມ້ຊະນິດໃດກໍຍ່ອມມີສານອາຫານ, ວິຕາມິນ, ແຮ່ທາດຈາກທຳມະຊາດທີ່ພ້ອມໃຫ້ປະໂຫຍດແກ່ສຸຂະພາບຂອງເຮົາ ແຕ່ສຳລັບໝາກໄມ້ທັງ 3 ຊະນິດດັ່ງຕໍ່ໄປນີ້ ອາດມີຄຸນສົມບັດໃນການຄວບຄຸມ ຫຼື ຫຼຸດຄໍເລສເຕີຣອລໄດ້ດີກວ່າໝາກໄມ້ຊະນິດອື່ນໆ ແລະ ຂ້ອນຂ້າງເໝາະສົມຫຼາຍໃນຜູ້ທີ່ມີຈຸດປະສົງໃນການຫຼຸດຄໍເລສເຕີຣອລຢ່າງຈິງຈັງ.

May be an image of fruit

1 ອາໂວຄາໂດ
ເນື່ອງຈາກອາໂວຄາໂດເປັນແຫຼ່ງລວມໄຂມັນອີ່ມຕົວເຊັ່ນດຽວວິຕາມິນ ແລະ ໄຟເບີ ຈຶ່ງເຮັດໃຫ້ຮ່າງກາຍຂອງຜູ້ທີ່ຮັບປະທານໃນປະລິມານທີ່ພໍດີ ສາມາດຂັດຂວາງລະບົບການດູດຊຶມຄໍເລສເຕີຣອລບໍ່ດີໃນຮ່າງກາຍ ສົ່ງຜົນໃຫ້ຄໍເລສເຕີຣອລບໍ່ສາມາດເພີ່ມຂຶ້ນໄປໃນລະດັບທີ່ສູງ ເຊິ່ງສ່ຽງຕໍ່ການເປັນພະຍາດຫົວໃຈ ແລະ ພະຍາດຫຼອດເລືອດໄດ້.

May be an image of food and outdoors

2 ໝາກໜອດ

ໝາກໜອດເປັນໝາກໄມ້ທີ່ປະກອບດ້ວຍນ້ຳຕານຕ່ຳ ແຕ່ມີວິຕາມິນຊີ, ໂພແທສຊຽມ ແລະ ໄຟເບີສູງ ຊ່ວຍຫຼຸດຄໍເລສເຕີຣອລສ່ວນເກີນອອກຈາກຫຼອດເລືອດໄດ້ ທີ່ສຳຄັນຍັງອາດຊ່ວຍຫຼຸດຄວາມດັນເລືອດ ແລະ ຄວາມສ່ຽງຕໍ່ການເປັນພະຍາດຫົວໃຈເພີ່ມຕື່ມໄດ້ອີກ.

May be an image of apple

3 ໝາກແອັບເປິ້ນ

ການສຶກສາໜຶ່ງໃນປີ ພ.ສ 2556 ພົບວ່າການຮັບປະທານແອັບເປິ້ນ ສາມາດຊ່ວຍຫຼຸດຄໍເລສເຕີຣອລທີ່ມີຄວາມແໜ້ນຂອງໄລໂປໂປຣຕິນ ( Lipoprotein ) ແຕ່ຕ້ອງເປັນແອັບເປີ້ນສົດເທົ່ານັ້ນ ຫາກການດື່ມນ້ຳແອັບເປິ້ນ ຫຼື ຜະລິດຕະພັນທີ່ສະກັດຈາກແອັບເປິ້ນ ອາດເຮັດໃຫ້ຮ່າງກາຍທ່ານບໍ່ໄດ້ຮັບສານອາຫານຈາກທຳມະຊາດ ເຊັ່ນ: ໄຟເບີ ເຊິ່ງໄຟເບີໃນແອັບເປິ້ນສົດນັ້ນມີສ່ວນຊ່ວຍໃນການຫຼຸດຄໍເລສເຕີຣອລໄດ້ຢ່າງເຕັມທີ່ ເມື່ອທຽບເທົ່າກັບການດື່ມນ້ຳແອັບເປິ້ນ ຫຼື ຜະລິດຕະພັນທີ່ສະກັດຈາກແອັບເປິ້ນ.

ອາຫານທີ່ຄວນຫຼີກລ່ຽງ ເພື່ອປ້ອງກັນຄໍເລສເຕີຣອລສູງ

ຕາມຄຳແນະນຳຂອງສະມາຄົມພະຍາດຫົວໃຈແຫ່ງສະຫະລັດອາເມຣິກາ ກ່ຽວກັບການຫຼຸດຄໍເລສເຕີຣອລ ລະບຸວ່າເພື່ອຄວບຄຸມຄໍເລສເຕີຣອລໃຫ້ຄົງທີ່ ຫຼຸດອັດຕາການເກີດພະຍາດຫົວໃຈ ທ່ານຈຳເປັນຕ້ອງຫຼີກລ່ຽງການບໍລິໂພກອາຫານຕ່າງໆເຫຼົ່ານີ້ ເນື່ອງຈາກມັນອາດເຮັດໃຫ້ເພີ່ມໄຂມັນອີ່ມຕົວ ແລະ ໄຂມັນທຣານທີ່ບໍ່ດີຕໍ່ຮ່າງກາຍ ໄດ້.

ຊີ້ນສັດຕິດມັນ ເຊັ່ນ: ຊີ້ນແກະ ຊີ້ນໝູ.

ນ້ຳມັນໝູ ນ້ຳມັນປາມ.

ເຂົ້າໜົມຫວານ ເຊັ່ນ: ໂດນັດ, ເຄັກ ເປັນຕົ້ນ.

ອາຫານປະເພດຈືນທຸກຊະນິດທົ່ວໄປ.

ເຂົ້າໜົມກິນຫຼິ້ນ

ຄຣີມ ແລະ ເນີຍ

ຫາກທ່ານບໍ່ໝັ້ນໃຈວ່າອາຫານໃນຊີວິດປະຈຳວັນນັ້ນມີອາຫານປະເພດໃດທີ່ຄວນງົດ ເພື່ອຫຼຸດຄໍເລສເຕີຣອລ ທ່ານສາມາດເຂົ້າຮັບຄຳປຶກສາຈາກແພດເພີ່ມຕື່ມໄດ້ ເພາະແພດສາມາດຊ່ວຍທ່ານວາງແຜນ ແລະ ປັບການຮັບປະທານອາຫານທີ່ເໝາະສົມກັບທ່ານໄດ້.

ທີ່ມາ: https://www.sanook.com/health/29393/?fbclid=IwAR0Y