ຄະນະບໍລິຫານງານສະຫະພັນກຳມະບານກະຊວງການເງິນ ມອບເງິນ 20 ລ້ານ ໃຫ້ແຂວງໄຊຍະ ຟື້ນຟູນໍ້າຖ້ວມ

270

ໃນວັນທີ 13 ກໍລະກົດ 2021 ຜ່ານມາ, ຄະນະບໍລິຫານງານສະຫະພັນກຳມະບານກະຊວງການເງິນ ໄດ້ນຳເງິນຈຳນວນ 20 ລ້ານກີບ ມອບໃຫ້ແຂວງໄຊຍະບູລີ ທີ່ປະສົບໄພນ້ຳຖ້ວມ ເພື່ອເປັນການປະກອບຊ່ວຍເຫຼືອປະຊາຊົນແຂວງໄຊຍະບູລີ, ໂດຍສະເພາະແມ່ນສະຫະພັນກຳມະບານແຂວງໄຊຍະບູລີ, ທີ່ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ, ເພື່ອນຳໃຊ້ເຂົ້າໃນການຟື້ນຟູ ແລະ ບຳລຸງຮັກສາອຸປະກອນທີ່ນຳໃຊ້ໃນຫ້ອງການຂອງຄະນະບໍລິຫານງານສະຫະພັນກຳມະບານຂອງແຂວງໄຊຍະບູລີ. ທີ່ສູນກາງສະຫະພັນກຳມະບານລາວ, ໂດຍຕາງໜ້າມອບຂອງສະຫາຍ ບຸນປະເສີດ ສີກຸນລະບຸດ ປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງການເງິນ ແລະ ຕາງໜ້າຮັບຂອງສະຫາຍ ວິໄລ  ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ການມອບ-ຮັບຄັ້ງນີ້, ເພື່ອເປັນການປະກອບສ່ວນຊຸກຍູ້ຊ່ວຍເຫຼືອປະຊາຊົນແຂວງໄຊຍະບູລີເວົ້າລວມ, ເວົ້າສະເພາະກໍຄືໃນຂົງເຂດກຳມະບານແຂວງໄຊຍະບູລີ, ເພື່ອເປັນການບຳລຸງຮັກສາຫ້ອງການ, ຊຶ່ງໄດ້ຮັບຜົນກະທົບຢ່າງໜັກ, ສະນັ້ນທາງສູນກາງສະຫະພັນກຳມະບານລາວ ຈຶ່ງໄດ້ອອກແຈ້ງການປຸກລະດົມຈິດໃຈຂໍຄວາມຊ່ວຍເຫຼືອຈາກພາກສ່ວນສາຍພົວພັນຕ່າງໆໃນຂອບເຂດທົ່ວປະເທດ, ເພື່ອເປັນການຊຸກຍູ້ບຳລຸງຮັກສາສະຫະພັນກຳມະບານແຂວງ ແລະ ຫ້ອງການກຳມະບານເມືອງ, ພ້ອມເມືອງອ້ອມຂ້າງທີ່ໄດ້ຮັບຜົນກະທົບ.

ໂອກາດດັ່ງກ່າວ, ສະຫາຍ ວິໄລ ວົງຂະເສີມ ກໍໄດ້ກ່າວຂອບໃຈ ແລະ ກ່າວຍ້ອງຍໍຊົມເຊີຍມາຍັງຄວາມຮູ້ບຸນຄຸນຂອງຄະນະບໍລິຫານງານສະຫະພັນກຳມະບານ ແລະ ສະມາຊິກກຳມະບານກະຊວງການເງິນ ເປັນຢ່າງສູງ, ທີ່ໄດ້ໃຫ້ການປະກອບສ່ວນຊ່ວຍເຫຼືອສະໜັບສະໜູນ, ຊຶ່ງສະແດງໃຫ້ເຫັນເຖິງຄວາມມີນ້ຳຈິດນ້ຳໃຈຂອງບັນດາສະຫາຍທັງຫຼາຍ, ໃນຜ່ານມາທາງສູນກາງສະຫະພັນກຳມະຍານລາວກໍໄດ້ລົງຢຽມຢາມ, ພ້ອມມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໃຫ້ປະຊາຊົນ, ສະມາຊິກກຳມະບານແຂວງ ແລະ ສະມາຊິກກຳມະບານເມືອງອີກດ້ວຍ.