ແຂວງບໍ່ແກ້ວປະກາດສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມ ໂດຍແມ່ນ ທ່ານນາງ ນົງລັກ ວິໄລສັກ ເປັນປະທານ

787

ພິທີປະກາດສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມແຂວງບໍ່ແກ້ວ ມີຂຶ້ນຢ່າງເປັນທາງການ ໃນຕອນເຊົ້ ວັນທີ 9 ກໍລະກົດ 2021 ຢູ່ທີ່ຫໍວັດທະນະທໍາແຂວງ ໂດຍການ ເຂົ້າຮ່ວມເປັນປະທານຂອງທ່ານ ເຄື່ອນເພັດ ວົງຈັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານເສດຖະກິດ; ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ – ຮອງຫົວໜ້າພະແນກການອ້ອມຂ້າງແຂວງ; ແຂກເຊີນຈາກຄະນະຊາວໜຸ່ມ ປປລ ແລະ ສະມາຄົມນັກທຸລະກິດໜຸ່ມນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ໄຊຍະບູລີ, ຫຼວງພະບາງ ແລະ ອຸດົມໄຊ,ຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງ, ເລຂາ – ຮອງເລຂາໜ່ວຍຊາວໜຸ່ມອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານນາງ ດວງຕາ ໄຊຍະຫົງ ກໍາມະການພັກແຂວງ, ກໍາມະການສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ( ປປລ) ແຂວງບໍ່ແກ້ວໄດ້ຂຶ້ນຜ່ານບົດລາຍງານການກະກຽມ, ການປຸກລະດົມສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມແຂວງ ເຊິ່ງໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນ, ເຫດຜົນຂອງການສ້າງຕັ້ງ, ການກະກຽມເອກະສານຕ່າງໆທີ່ກ່ຽວຂ້ອງ, ຈັດກອງປະຊຸມປຶກສາຫາລື ແລະ ແຕ່ງຕັ້ງຄະນະຮັບຜິດຊອບປຸກລະດົມຂົນຂວາຍ; ຂໍທິດຊີ້ນໍາອົງການປົກຄອງແຂວງໃນແຕ່ລະໄລຍະ ແລະ ສະເໜີເຈົ້າແຂວງຂໍການພິຈາລະນາຕົກລົງສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມ.

ຈາກນັ້ນຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງບໍ່ແກ້ວ ສະບັບເລກທີ 331/ຈຊ.ບກ ລົງວັນທີ 19 ເມສາ 2021 ວ່າດ້ວຍການສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມແຂວງບໍ່ແກ້ວ ແລະ ຂໍ້ຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຂວງ ຈໍານວນ 11 ສະຫາຍ, ຍິງ 4 ສະຫາຍ; ໃນນີ້ແຕ່ງຕັ້ງ ທ່ານນາງ ນົງລັກ ວິໄລສັກ ເປັນປະທານສະມາຄົມນັກທຸລະກິດໜຸ່ມແຂວງບໍ່ແກ້ວ; ແຕ່ງຕັ້ງຮອງປະທານຈໍານວນ 6 ທ່ານ ແລະ ກໍາມະການ ຈໍານວນ 4 ທ່ານ ; ມີສະມາຊິກທັງໝົດ 41ຫົວໜ່ວຍທຸລະກິດ ໃນນີ້ເປັນສະມາຊິກສາມັນ 31ຫົວໜ່ວຍທຸລະກິດ ແລະ ສະມາຊິກວິສາມັນ 10ຫົວໜ່ວຍທຸລະກິດ.

ໂອກາດນີ້, ທ່ານ ເຄື່ອນເພັດ ວົງຈັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງທີ່ມີຄວາມເປັນເຈົ້າການໃນການປຸລະດົມຂົນຂວາຍ ແລະ ຮຽກຮ້ອງໃຫ້ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຂວງແບ່ງໜ້າທີ່ຄວາມຮັບຜິດຊອບໃນການຄຸ້ມຄອງບໍລິຫານຢ່າງຈະແຈ້ງ, ປະຕິບັດລະບອບສ່ອງແສງ – ລາຍງານໂດຍຍົກໃຫ້ເຫັນດ້ານອ່ອນຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດສະເໜີອໍານາດການປົກຄອງແຂວງຊ່ວຍເຫຼືອໃຫ້ທັນເວລາ.

ເຄື່ອນໄຫວປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງນັກທຸລະກິດ; ສ້າງຄວາມເຂົ້າໃຈເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະໃຫ້ຈະແຈ້ງແລະພ້ອມກັນປະຕິບັດຢ່າງເຂັ້ມງວດ; ສ້າງໃຫ້ມີການພົບປະສະມາຊິກຢ່າງເປັນປະຈໍາເພື່ອແລກປ່ຽນຄໍາຄິດເຫັນໃນການພັດທະນາທຸລະກິດ, ສ້າງເງື່ອນໄຂໃຫ້ໄດ້ຮັບການຝຶກອົບຮົມ, ທັດສະນະສຶກສາຢູ່ຕ່າງເມືອງ, ຕ່າງແຂວງ, ຈັດການວາງສະແດງສິນຄ້າແລະກິດຈະກໍາອື່ນໆເພື່ອເປີດໂອກາດໃຫ້ສະມາຊິກໄດ້ເຂົ້າເຖິງຕະຫຼາດແລະແຫຼ່ງທຶນ, ສ້າງໃຫ້ກາຍເປັນເຄື່ອຂ່າຍທຸລະກິດທີ່ເຂັ້ມແຂງ;