ແຈ້ງຜູ້ຕິດເຊື້ອມື້ນີ້ 106, ຍັງຕິດໃນຊຸມຊົນ 2 ກໍລະນີຢູ່ແຂວງວຽງຈັນ

524

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານ ສະພາບການລະບາດພະຍາດ ໂຄວິດ-19 ໃນ ສປປ ລາວ ປະຈຳວັນທີ 12 ກໍລະກົດ 2021 ໃຫ້ຮູ້ວ່າ ມື້ນີ້ພົບຜູ້ຕິດເຊື້ອໃໝ່ລວມ 106 ກໍລະນີ ໃນນັ້ນ ຕິດໃນຊຸມຊົນອີກ 2 ຄົນ.

ເຊິ່ງວັນທີ 11 ກໍລະກົດ 2021 ໄດ້ເກັບຕົວຢ່າງໄປກວດວິເຄາະທັງໝົດ 1.499 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 106 ຄົນ, ຈາກນະຄອນຫຼວງ 12 ກໍລະນີ, ວຽງຈັນ 2 ກໍລະນີ, ສະຫວັນນະເຂດ 42 ກໍລະນີ, ຈຳປາສັກ 43 ກໍລະນີ ແລະ ຄຳມ່ວນ 7 ກໍລະນີ.


ໃນນັ້ນ ກໍລະນີນຳເຂົ້າມີ 104 ກໍລະນີ ຈາກ ນະຄອນຫຼວງ 12 ກໍລະນີ, ສະຫວັນນະເຂດ 42 ກໍລະນີ, ຈຳປາສັກ 43 ກໍລະນີ ແລະ ຄຳມ່ວນ 7 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆ.


ການຕິດເຊື້ອໃນຊຸມຊົນມີ 2 ກໍລະນີ ຈາກ ແຂວງວຽງຈັນ 2 ກໍລະນີ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.
ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທັງໝົດ ຢູ່ ສປປ ລາວມາຮອດມື້ນີ້ 2.825 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 606 ຄົນ.

ແລະໃນວັນທີ 11 ກໍລະກົດ 2021 ຍັງມີຜູ້ເດີນທາງເຂົ້າມາຕາມດ່ານຕ່າງໆ ໃນ ສປປ ລາວ ທັງໝົດ 893 ຄົນ, ທັງໝົດ ແມ່ນຖືກເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ແລະ ເຂົ້າສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້. ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 50 ສູນ ແລະ ມີຜູ້ຈຳກັດບໍລິເວນ 5,601 ຄົນ.