6 ເດືອນ ເກັບລາຍຮັບໄດ້11.052ຕື້ກີບ ໂດຍຄາດໝົດປີ ຈະປະຕິບັດໄດ້86%ຂອງແຜນປີ

876

ການຈັດຕັ້ງປະຕິບັດລາຍຮັບງົບປະມານແຫ່ງລັດ ແຕ່ວັນທີ 1 ມັງກອນຫາວັນທີ 30 ມິຖຸນາ 2021 ໄດ້ທັງໝົດ 11.052 ຕື້ກີບເທົ່າກັບ 40% ຂອງແຜນປີ, ສ່ວນແຜນການຄາດຄະເນໝົດປີ 2021 ຈະສາມາມາດປະຕິບັດໄດ້ 23.683 ຕື້ກີບຫຼືເທົ່າກັບ 86% ຂອງແຜນປີ. ຂະນະທີ່ລັດຖະມົນຕີກະຊວງການເງິນ ໄດ້ແນະນຳບັນດາກົມ,ພະແນກການເງິນແຂວງ ເອົາໃຈໃສ່ປັບປຸງການຄຸ້ມຄອງ ບໍ່ໃຫ້ມີບໍລິສັດຄ້າຂາຍເຖື່ອນ ແລະ ນໍາເຂົ້າບໍ່ຖືກຕ້ອງ; ປັບປຸງການຄຸ້ມຄອງການສົ່ງອອກແຮ່ທາດ,ການຂຸດຄົ້ນແຮ່ທາດ, ການແຈ້ງມູນຄ່າແຈ້ງຊັບພະຍາກອນທໍາມະຊາດ ແລະ ບັນຫາອື່ນໆເພື່ອຂຸດຄົ້ນແຫຼ່ງລາຍຮັບໃຫ້ໄດ້ຫຼາຍທີ່ສຸດ.

ອີງຕາມການລາຍງານຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນຕໍ່ກອງປະຊຸມປະຊຸມສະຫຼຸບການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ແລະ ຄາດຄະເນໝົດປີປະຈໍາປີ 2021 ຜ່ານລະບົບກອງປະຊຸມທາງໄກ ຊຶ່ງໄດ້ຈັດຂຶ້ນໃນວັນທີ 09 ກໍລະກົດ 2021 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ; ມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.

ຜ່ານການຈັດຕັ້ງປະຕິບັດແຜນງົບປະມານຕົວຈິງໃນ 6 ເດືອນຕົ້ນປີ 2021 (ວັນທີ 1 ມັງກອນຮອດວັນທີ 30 ມິຖຸນາ 2021) ປະຕິບັດລາຍຮັບໄດ້ທັງໝົດ 11.052 ຕື້ກີບເທົ່າກັບ 40% ຂອງແຜນປີ.ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 9.997 ຕື້ກີບເທົ່າກັບ 40% ຂອງແຜນປີ (ປະກອບມີ ລາຍຮັບທີ່ສູນກາງຄຸ້ມຄອງເກັບປະຕິບັດໄດ້ 8.043 ຕື້ກີບເທົ່າກັບ 41% ຂອງແຜນປີ ແລະ ລາຍຮັບທີ່ທ້ອງຖິ່ນຄຸ້ມຄອງເກັບປະຕິບັດໄດ້ 1.954 ຕື້ກີບເທົ່າກັບ35% ຂອງແຜນປີ); ສ່ວນລາຍຮັບຈາກການຊ່ວຍເຫຼືອລ້າປະຕິບັດໄດ້ 1.055 ຕື້ກີບເທົ່າກັບ 44% ຂອງແຜນການປີ.

ອີງຕາມແຜນການຄາດຄະເນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໝົດປີ 2021 ອາດບໍ່ບັນລຸຕາມແຜນການ, ຄາດວ່າຈະສາມາມາດປະຕິບັດໄດ້ທັງໝົດ 23.683 ຕື້ກີບ ຫຼື ເທົ່າກັບ 86% ຂອງແຜນປີ. ໃນນັ້ນ, ລາຍຮັບພາຍໃນຄາດວ່າຈະປະຕິບັດໄດ້ 21.333 ຕື້ກີບເທົ່າກັບ 85% ຂອງແຜນປີ (ທຽບໃສ່ປີ 2020 ເພີີ່ມຂຶ້ນພຽງ 922 ຕື້ກີບ) ຫຼື ຫຼຸດແຜນປະມານ 3.946 ຕື້ກີບ. ໃນນີ້, ຂັ້ນສູນກາງ 3.019 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 927 ຕື້ກີບ (ລາຍຮັບຈາກການຊ່ວຍເຫຼືອລ້າຄາດຄະເນໄດ້ຕາມແຜນ).

ຄາດຄະເນໝົດປີ 2021 ຈະເຮັດໃຫ້ການຂາດດຸນທັງໝົດເພີ່ມຈາກ 3.955 ຕື້ກີບ (2,17% ຂອງ GDP) ມາເປັນ 7.901 ຕື້ກີບ ຫຼື ເທົ່າກັບ 4,33% ຂອງ GDP ຕາມມູນຄ່າ GDP 182.603 ຕື້ກີບ (ກໍລະນີຄາດຄະເນການລະດົມແຫຼ່ງດຸ່ນດ່ຽງໄດ້ຕາມແຜນ). ຕາມກົດໝາຍງົບປະມານແຫ່ງລັດມາດຕາ 51 ທີີ່ກໍານົດໄວ້ ຖ້າລາຍຮັບຄາດຄະເນບໍ່ໄດ້ເກີນ 5% ຂອງແຜນການປີລັດຖະບານສາມາດສະເໜີສະພາແຫ່ງຊາດ ເພື່ອດັດແກ້ງົບປະມານ.

ແນວໃດກໍຕາມ, ລັດຖະບານກໍຄືກະຊວງການເງິນ,ຈຶ່ງຕັດສິນໃຈຍັງບໍ່ທັນສະເໜີດັດແກ້ງົບປະມານ ປີ 2021 ຈະສືບຕໍ່ຄົົ້ນຄວ້າມາດຕະການເພີ່ມຕາມທີີ່ໄດ້ກໍານົດໃນວາລະແຫ່ງຊາດໂດຍສະເພາະແມ່ນ ການເກັບລາຍຮັບຈາກຂະແໜງບໍ່ແຮ່ ແລະ ການເກັບກູ້ໜີ້ສິນຕາມຜົນການກວດສອບແລ້ວ, ຮອດ 9 ເດືອນ ຈຶ່ງປະເມີນຄືນໃໝ່ເພື່ອລາຍງານລັດຖະບານໃນການກໍານົດມາດຕະການສຸດທ້າຍວ່າຈະດັດແກ້ງົບປະມານປີ 2021 ຫຼື ບໍ່ເພື່ອສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ຄັ້ງທີ 2 ຊຸດທີ 9 ໃນເດືອນຕຸລາ 2021 ນີ້.

ໂອກາດດຽວກັນ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ທິດຊີ້ນຳຜ່ານລະບົບກອງປະຊຸມທາງໄກ, ເພື່ອເປັນທິດທາງ ແລະ ແກ້ໄຂສະພາບຄວາມຫຍຸ້ງຍາກຕ່າງໆທີ່ສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບ, ພ້ອມທັງໄດ້ແນະນຳບັນດາກົມ, ບັນດາພະແນກການເງິນແຂວງເອົາໃຈໃສ່ດໍາເນີນການປັບປຸງການຄຸ້ມຄອງ ໂດຍສະເພາະແມ່ນການຄຸ້ມຄອງ ການນໍາເຂົ້າການເຄື່ອນຍ້າຍ, ການແຈ້ງລາຍຮັບການນໍາເຂົ້ານໍ້າມັນເຊື້ອໄຟ, ດັດສົມບໍລິສັດຂາອອກ-ຂາເຂົ້າ ໂດຍສະເພາະແມ່ນການນໍາເຂົ້າເຄື່ອງໃຊ້, ເຄື່ອງອຸປະໂພກ-ບໍລິໂພກ, ວັດສະດຸກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າ.

ສ້າງ ແລະ ວາງມາດຕະການໃຫ້ແກ່ບໍລິສັດທີ່ນໍາເຂົ້າ-ສົ່ງອອກສິນຄ້າໃຫ້ເປັນບໍລິສັດຕົວແບບ ແລະ ດໍາເນີນສ້າງເງື່ອນໄຂ ໃຫ້ເປັນບໍລິສັດບູລິມະສິດ ເພື່ອສ້າງແຮງຈູງໃຈໃຫ້ບໍລິສັດດັ່ງກ່າວເປັນຜູ້ນໍາໜ້າໃນການປະຕິບັດກົດໝາຍ, ການຖືບັນຊີ ການລາຍງານການເງິນເພື່ອດັດສົມບໍ່ໃຫ້ມີບໍລິສັດຄ້າຂາຍເຖື່ອນ ແລະ ນໍາເຂົ້າບໍ່ຖືກຕ້ອງ, ການປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ, ປັບປຸງການຄຸ້ມຄອງການສົ່ງອອກແຮ່ທາດ,ການຂຸດຄົ້ນແຮ່ທາດ, ການແຈ້ງມູນຄ່າແຈ້ງຊັບພະຍາກອນທໍາມະຊາດ ແລະ ບັນຫາອື່ນໆເພື່ອຂຸດຄົ້ນແຫຼ່ງລາຍຮັບໃຫ້ໄດ້ຫຼາຍທີ່ສຸດ ເພື່ອຈະບັນລຸໄດ້ໃນການຈັດຕັ້ງປະຕິບັດ ການຈັດເກັບລາຍຮັບເຂົ້າງົບປະມານ.