ກະຊວງ ຖວທ ປະກາດແຕ່ງຕັ້ງ ຕໍາແໜ່ງບໍລິຫານຂັ້ນຫົວໜ້າກົມ ແລະ ປະກາດການອອກພັກການ ຮັບອຸດໜູນບໍານານຂັ້ນຮອງຫົວໜ້າກົມ

873

ຂປລ. ໃນວັນທີ 9 ກໍລະກົດ 2021 ຢູ່ຫໍວັດທະນະທໍາແຫ່ງຊາດ, ໄດ້ມີພິທີປະກາດ ການແຕ່ງຕັ້ງ ຕໍາແໜ່ງບໍລິຫານຂັ້ນກົມ ແລະ ປະກາດການອອກພັກການຮັບອຸດໜູນບໍານານ ຂັ້ນຮອງຫົວໜ້າກົມພາຍໃນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ໂດຍການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຄະນະພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫລັກແຫລ່ງອ້ອມຂ້າງກະຊວງດັ່ງກ່າວ ເຂົ້າຮ່ວມ.


ໃນພິທີ, ຕາງໜ້າຄະນະຈັດຕັ້ງ ກະຊວງ ຖວທ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ບົວໄລ ພານຸວົງ ຂຶ້ນເປັນຫົວໜ້າຫ້ອງການ ກະຊວງ ຖວທ, ທ່ານ ອໍາຄໍາ ວົງໝື່ນກ້າ ເປັນຫົວໜ້າກົມການເງິນ, ທ່ານ ຄໍາຫລ້າ ຍອຍສາຍຄໍາ ເປັນຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຄົມ ດວງຈັນທາ ເປັນຫົວໜ້າກົມໂຄສະນາການທ່ອງທ່ຽວ ແລະ ທ່ານ ນາງ ພອນມະລີ ອິນທະພົມ ເປັນຫົວໜ້າກົມພັດທະນາການທ່ອງທ່ຽວ.


ພ້ອມນີ້, ຍັງໄດ້ປະກາດພະນັກງານຂັ້ນຮອງກົມ ອອກພັກການ-ຮັບອຸດໜູນບໍານານ ຄື: ທ່ານ ນາງ ສົມພຽນ ພົງສະຫວັດມີໄຊ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ, ທ່ານ ໂອທອງ ຄໍາອິນຊູ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ, ທ່ານ ນາງ ຄໍາໄມ ເພັງພະວັນ ຮອງຫົວໜ້າກົມການເງິນ, ທ່ານ ວຽງແກ້ວ ສຸກສະຫວັດດີ ຮອງຫົວໜ້າກົມມໍລະດົກ, ທ່ານ ບຸນຫາບ ສຸລິໂຍ ຮອງຫົວໜ້າກົມສື່ມວນຊົນ, ທ່ານ ບົວເງິນ ພົມມະຈັກ ຮອງຫົວໜ້າກົມວິຈິດສິນ, ທ່ານ ວິນລຽມ ສຸວັນນາມ ຮອງຜູ້ອໍານວຍການໂທລະພາບແຫ່ງຊາດ ແລະ ທ່ານ ວິວັນ ຈັນທະໂຄດ ຮອງຫົວໜ້າອໍານວຍການສໍານັກພິມ ແລະ ຈໍາໜ່າຍປຶ້ມແຫ່ງລັດ.


ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີວ່າ: ກະຊວງ ຖວທ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບດ້ານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນຂອບເຂດທົ່ວປະເທດ. ສະນັ້ນ, ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນມື້ນີ້ ຂໍໃຫ້ຮີບຮ້ອນນໍາພາການເຄື່ອນໄຫວວຽກງານ ພາຍໃນໜ່ວຍງານຂອງຕົນ ໃຫ້ດໍາເນີນໄປເປັນປົກກະຕິ, ເນື່ອງຈາກວ່າພາຍຫລັງຜົນສໍາເລັດກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງແລ້ວ ພວກເຮົາມີວຽກງານຫລາຍອັນທີ່ຈະຕ້ອງໄດ້ຮີບຮ້ອນຈັດຕັ້ງປະຕິບັດ, ພ້ອມທັງສະເໜີ ໃຫ້ພະນັກງານ-ລັດຖະກອນ ໃນທຸກຂົງເຂດວຽກງານ ຖວທ ຈົ່ງເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວບຸກບືນສູ້ຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດອັນໃໝ່ ແລະ ມີຄຸນນະພາບສູງກວ່າເກົ່າ.

ສໍາລັບຜູ້ທີ່ໄດ້ຮັບນະໂຍ ບາຍອອກພັກການ-ຮັບອຸດໜູນບໍານານ ກໍຂໍໃຫ້ສືບຕໍ່ຊ່ວຍເຫລືອ ແລະ ເປັນແບບຢ່າງໃຫ້ກັບພະນັກງານ ລຸ້ນສືບທອດພາຍໃນກະຊວງ ໄດ້ສຶກສາຮຽນຮູ້ເອົາບົດຮຽນ ແລະ ປະສົບການຂອງພວກທ່ານ. ເພາະໃນເງື່ອນໄຂໃໝ່ນີ້, ການຈັດຕັ້ງແມ່ນຕ້ອງການພະນັກງານທີ່ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະ ຕິວັດ ເຂົ້າມາປະກອບໜ້າທີ່ວຽກງານນໍາອົງການຈັດຕັ້ງພັກ-ລັດ ກໍຄື ຢູ່ກະຊວງ ຖວທ ເພື່ອເປັນກໍາລັງແຮງໃນການປະຕິບັດໜ້າທີ່ວຽກງານໃນແຕ່ລະໄລຍະຂອງກະຊວງໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປລື້ອງໆ.

ຂ່າວ: ສຸພະສະຫວັນ
ພາບ: ຂັນໄຊ