ສ.ເກົາຫຼີ ອາດເປັນສູນກາງການຜະລິດວັກແຊັງ mRNA ໃນອາຊີ

321

ສຳນັກຂ່າວຣອຍເຕີລາຍງານວ່າ: ສາທາລະນະລັດເກົາຫຼີ ກຳລັງເຈລະຈາກັບບໍລິສັດຜູ້ຜະລິດວັກແຊັງປ້ອງກັນໂຄວິດ – 19 ຊະນິດ mRNA ( messenger Ribonucleic Acid ) ປະກອບມີ: Pfizerb ແລະ ໂມເດີນາ ເພື່ອຜະລິດໃນ ສ.ເກົາຫຼີ ຫາກການເຈລະຈາສຳເລັດຈະກາຍເປັນແຫຼ່ງຜະລິດລາຍ ໃຫຍ່ທີ່ສຸດໃນອາຊີ.

ທັງນີ້, ຫຼັກການເຮັດວຽກຂອງວັກແຊັງປ້ອງກັນໂຄວິດ – 19 ຊະນິດ mRNA ຄືການເອົາຊິ້ນສ່ວນຂອງສານພັນທຸກຳຂອງເຊື້ອໄວຣັສໂຄວິດ – 19 ສ່ວນທີ່ກ່ຽວຂ້ອງກັບການສ້າງໂປຣຕິນ ສ່ວນທີ່ເປັນປຸ່ມໜາມຂອງເຊື້ອໄວຣັສ ( Spike protein ) ນຳມາສັງເຄາະເປັນລະຫັດຄຳສັ່ງທີ່ເອີ້ນວ່າ S – spike mRNA ແລະ ເມື່ອສັກວັກແຊັງຊະນິດດັ່ງກ່າວເຂົ້າສູ່ຮ່າງກາຍແລ້ວ ຈະເຮັດໃຫ້ເຊວໃນຮ່າງກາຍຜະລິດໂປຣຕິນ ສ່ວນທີ່ເປັນປຸ່ມໜາມຂອງໄວຣັສ ແລະ ໂປຣຕິນທີ່ຜະລິດ ຈະເຮັດໜ້າທີ່ເປັນຕົວກະຕຸ້ນພູມຄຸ້ມກັນ ( Antigen ) ໃຫ້ຮ່າງກາຍຂອງມະນຸດຮູ້ຈັກກັບເຊື້ອພະຍາດໂຄວິດ – 19 ແລະ ສ້າງພູມຄຸ້ມກັນ ( Antibody ) ເພື່ອປ້ອງກັນການເຈັບປ່ວຍ ຫຼື ເສຍຊີວິດຈາກພະຍາດໂຄວິດ – 19, ໂດຍທຳມະຊາດສານພັນທຸກຳ mRNA ເຫຼົ່ານີ້ ຈະຖືກກຳຈັດອອກຈາກຮ່າງກາຍພາຍໃນໄລຍະເວລາບໍ່ດົນ ມັນຈຶ່ງຝັງຕົວຢູ່ໃນຮ່າງກາຍ ຫຼື ສະສົມຢູ່ໃນນິວເຄລຍຂອງເຊວໃນຮ່າງກາຍ.

ປັດຈຸບັນບໍລິສັດຜູ້ຜະລິດ ວັກແຊັງທີ່ໃຊ້ເຕັກໂນໂລຊີດັ່ງກ່າວນີ້ ເພື່ອຜະລິດວັກແຊັງປ້ອງກັນໂຄວິດ – 19 ໄດ້ແກ່ ບໍລິສັດຟາຍເຊີ – ໄບອອນເທັກ ( Pfizer-BioNtech ) ແລະ ໂມເດີນາ ( Moderna ).

ທັງນີ້, ຖ້າຫາກບັນລຸຂໍ້ຕົກລົງໄດ້ ກໍຈະຊ່ວຍແກ້ໄຂການຂາດແຄນວັກແຊັງປ້ອງກັນໂຄວິດ – 19 ທົ່ວໂລກໄດ້ ໂດຍສະເພາະໃນອາຊີທີ່ໂຄງການສັກວັກແຊັງຫຼ້າຊ້າ ເມື່ອທຽບໃສ່ເອີຣົບ ແລະ ຈະເຮັດໃຫ້ ສ.ເກົາຫຼີ ກາຍເປັນແຫຼ່ງຜະລິດວັກແຊັງປ້ອງກັນໂຄວິດ – 19 ລາຍໃຫຍ່ ທີ່ສຸດໃນອາຊີ.

ປັດຈຸບັນ ສ.ເກົາຫຼີ ໄດ້ມີຂໍ້ຕົກລົງຜະລິດວັກແຊັງປ້ອງກັນໂຄວິດ – 19 ໃຫ້ແກ່ບໍລິສັດຜູ້ພັດທະນາແລ້ວ 3 ແຫ່ງ ໄດ້ແກ່: ແອັສຕຣາເຊເນກາ/ມະຫາວິທະຍາໄລອັອກຟອດ, ບໍລິສັດໂນວາແວັກ ແລະ ສະຖາບັນວິໄຈຂອງຣັດເຊຍ. ນອກຈາກນີ້, ຍັງມີຂໍ້ຕົກລົງບັນຈຸກວດ, ຫີບຫໍ່ບັນຈຸວັກແຊັງກັບບໍລິສັດໂມເດີນາ.