ຄະນະກວດກາພັກ ແລະ ອົງການກວດກາລັດ ແຂວງບໍ່ແກ້ວ ທາບທາມຕໍາແໜ່ງບໍລິຫານ ປະເພດ 5 ແລະ 6

731
ກອງປະຊຸມທາບທາມບຸກຄະລາກອນຕໍາແໜ່ງບໍລິຫານປະເພດ 5 ແລະ 6 ຄັ້ງທີ II ຂອງຄະນະກວດ ກາພັກ ແລະ ອົງການກວດກາລັດແຂວງ ບໍ່ແກ້ວ ໄດ້ເປີດຂຶ້ນໃນວັນທີ 7 ກໍລະກົດ 2021ນີ້ ໂດຍການເປັນປະທານຂອງທ່ານ ສຸກຂະ ຫຼຽນທອງຄໍາ ຄະນະປະຈໍາພັກແຂວງ ປະທານກວດກາພັກ ແລະ ຫົວໜ້າອົງການກວດກາລັດແຂວງ, ເຂົ້າຮ່ວມມີທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ, ມີຮອງປະທານກວດກາພັກ-ລັດແຂວງ, ແຂກຮັບເຊີນ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.
ກອງປະຊຸມ ທ່ານ ແກ້ວລາ ນໍລະສິງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານເອກະສານເລກທີ 461/ລບ ວ່າດ້ວຍມາດຖານຕໍາແໜ່ງງານຂອງພະນັກງານລັດຖະກອນ ໂດຍສະເພາະການສ້າງພະນັກງານຕໍາແໜ່ງບໍລິຫານຕ້ອງສ້າງແຜນກໍ່ສ້າງພະນັກງານແຕ່ຕົ້ນ, ສ້າງໃຫ້ມີພະນັກງານໜຸ່ມນ້ອຍ, ເພດ, ໄວ ແລະ ຊົນເຜົ່າ.
ການທາບທາມຕໍາແໜ່ງບໍລິຫານປະເພດ 5 ແລະ 6 ທ່ານເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ໄດ້ເວົ້າວ່າ: ແມ່ນເປັນວຽກງານໜຶ່ງທີ່ສໍາຄັນຂອງພະນັກງານເພື່ອເຮັດໃຫ້ພະນັກງານເຂົ້າສູ່ລະບຽບ ສະແດງເຖິງຄວາມເປັນເຈົ້າການໃນການວາງແຜນດ້ານບຸກຄະລາກອນ, ຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດ ສະ ເພາະໜ້າ ແລະ ຍາວນານ, ຈັດວາງພະນັກງານໃຫ້ເໝາະສົມກັບຕໍາແໜ່ງບໍລິຫານແຕ່ລະຂັ້ນ. ສໍາລັບແຜນບໍາລຸງກໍ່ສ້າງພະນັກງານກໍ່ຕ້ອງໄດ້ທົບສອບເປັນຕົ້ນ ແມ່ນການລົງເຮັດວຽກຕົວຈິງຢູ່ຮາກຖານ, ການຕິດຕາມກວດກາ, ການ ຈັດຕັ້ງປະຕິບັດໜ້າວຽກການມອບໝາຍວ່າມີຄວາມສໍາເລັດ ຫຼື ບໍ່ ແລະ ການປະຕິບັດນະໂຍບາຍ ເພື່ອສ້າງສິ່ງຈູງໃຈໃຫ້ພະນັກງານມີກໍາລັງໃຈ, ເຮັດວຽກມີຄວາມບຸກບືນ, ຝຶກຝົນຫຼໍ່ຫຼອມຕົນເອງ ໂດຍສະເພາະແມ່ນຜູ້ເຮັດວຽກໄດ້ຕ້ອງຍ້ອງຍໍຊົມເຊີຍ, ເລື່ອນຊັ້ນ, ຕໍາແໜ່ງ ການທາບທາມຕໍາແໜ່ງບໍລິຫານ ຕ້ອງໄດ້ເລືອກເຟັ້ນໃຫ້ໄດ້ພະນັກງານທີ່ມີຄວາມຮູ້ຄວາມສາມາດ, ພະນັກງານທີ່ມີຄຸນະພາບໃນການເຮັດໜ້າທີ່ການເມືອງ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງພັກ-ລັດຂັ້ນເທີງ.