ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ອຸປະຖໍາທີມນັກກີລາກອງທັບ ເຂົ້າຮ່ວມແຂ່ງຂັນ Army Games 2021 ທີ່ຣັດເຊຍ

307

ທ້າຍເດືອນມິຖຸນາຜ່ານມາ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສະໜັບສະໜູນເງິນ ຈໍານວນ 10 ລ້ານກີບ ໃຫ້ແກ່ທິມນັກກີລາກອງທັບ ໂດຍສະເພາະແມ່ນກອງພັນໃຫຍ່ລົດຕັງ-ຍານເກາະ 661 ເພື່ອເຂົ້າຮ່ວມແຂ່ງຂັນ Army Games 2021 ທີ່ປະເທດຣັດເຊຍ.

ຕາງໜ້າ LaoVietBank, ໃຫ້ກຽດມອບໂດຍທ່ານ ສີປະເສີດ ຄ່ວງສະຫວັນ, ຮອງຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ແລະ ຮັບໂດຍ ທ່ານ ພັນເອກ ບຸນປອນ ລົມພະຈັນ, ຫົວໜ້າກອງພັນໃຫຍ່ລົດຕັງ-ຍານເກາະ 661 ພ້ອມດ້ວຍຄະນະນໍາທັງສອງຝ່າຍເຂົ້າຮ່ວມ.

ໃນປີ 2020 ຜ່ານມາ, ທິມນັກກີລາກອງພັນໃຫຍ່ລົດຕັງ-ຍານເກາະ 661 ສາມາດຍາດໄດ້ລາງວັນທີ 02 ຈາກການເຂົ້າຮ່ວມແຂ່ງຂັນກີລາການທະຫານສາກົນ (Army Games 2020) ທີ່ປະເທດຣັດເຊຍ, ໄດ້ເຮັດໃຫ້ບົດບາດຂອງກອງທັບປະຊາຊົນລາວເຮົາຖືກຍົກສູງໃນເວທີສາກົນ ແລະ 2021 ກໍເປັນອີກປີໜຶ່ງທີ່ລາວເຮົາໄດ້ເຂົ້າຮ່ວມແຂ່ງຂັນ.