Plan – based diet ກັບວິທີກິນຜິດໆ ທີ່ອາດທຳລາຍຮ່າງກາຍ

692

Plan – based diet ຫຼື ເທຣນ ການກິນອາຫານເນັ້ນພືດ ບໍ່ກິນ ຫຼື ຫຼີກລ່ຽງຊີ້ນສັດໃຫ້ໜ້ອຍທີ່ສຸດ ເປັນວິທີການກິນຂອງໃຜຫຼາຍໆຄົນທີ່ຢາກຮັກສາສຸຂະພາບໃຫ້ດີຂຶ້ນ ເນື່ອງຈາກການຫຼີກລ່ຽງຊີ້ນສັດສາມາດຫຼຸດການຮັບປະທານໄຂມັນຈາກສັດ ແລະ ຈາກງານວິໄຈຫຼາຍເຫຼັ້ມລະບຸວ່າ ການກັບມາຮັບປະທານອາຫານຈາກພືດຫຼາຍຂຶ້ນ ຊ່ວຍຫຼຸດຄວາມສ່ຽງຂອງພະຍາດບໍ່ຕິດຕໍ່ຮ້າຍແຮງໄດ້ຫຼາຍຊະນິດ ເຊັ່ນ: ພະຍາດຫົວໃຈ ແລະ ຫຼອດເລືອດ, ພະຍາດຕຸ້ຍ, ຫຼອດເລືອດສະໝອງ ເປັນຕົ້ນ.

May be an image of fruit and text that says 'GRAINS & STARCHY VEGETABLES 5+ SERVINGS FRUIT 2+SERVINGS SEEDS&NUTS & NUTS SEEDS 1-2SERVINGS & LENTILS 3+SERVINGS VEGETABLES 4+SERVINGS'

ແນວໃດກໍຕາມ, ການຮັບປະທານ Plan – based diet ໃຫ້ໄດ້ປະໂຫຍດ ບໍ່ແມ່ນແຕ່ການເລືອກກິນແຕ່ພືດພຽງຢ່າງດຽວ ເພາະບໍ່ແມ່ນພືດທຸກຊະນິດທີ່ກິນຫຼາຍໆ ແລ້ວຈະດີຕໍ່ສຸຂະພາບ ການເລືອກປະເພດຂອງພືດຜັກ – ໝາກໄມ້ທີ່ຈະກິນກໍສຳຄັນເຊັ່ນກັນ.

May be an image of food and text

Plan-based diet ກັບວິທີກິນຜິດໆທີ່ຍັງອາດທຳລາຍຮ່າງກາຍ:

ຈາກລາຍງານການສຶກສາຂອງ Harvard ທີ່ຕີພິມລົງໃນວາລະສານອອນລາຍ Neurology ເມື່ອວັນທີ 10 ມີນາ 2021 ທີ່ຜ່ານມາ ໄດ້ລະບຸວ່າ: ຈາກຂໍ້ມູນລາຍງານຂໍ້ມູນສຸຂະພາບດ້ວຍຕົນເອງຈາກຜູ້ຊາຍ ແລະ ແມ່ຍິງສຸຂະພາບດີ ປະມານ 210.000 ຄົນ ທີ່ຕອບແບບສອບຖາມຕາມໄລຍະເວລາມາຕະຫຼອດ 25 ປີ ເມື່ອປຽບທຽບຂໍ້ມູນລະຫວ່າງຄົນທີ່ຮັບປະທານອາຫານຈາກພືດທີ່ບໍ່ດີຕໍ່ສຸຂະພາບ ( ເຊັ່ນ: ເຂົ້າໜົມປັງຂາວ, ພິດຊ່າ, ມັນຝຣັ່ງ ແລະ ອາຫານທີ່ໃສ່ນ້ຳຕານເພີ່ມ ) ກັບຄົນທີ່ຮັບປະທານອາຫານຈາກພືດທີ່ດີຕໍ່ສຸຂະພາບ ( ເຊັ່ນ: ຜັກໃບຂຽວ, ໂຮເກຣນ, ຖົ່ວ ) ພົບວ່າຄົນທີ່ກິນອາຫານຈາກພືດທີ່ດີຕໍ່ສຸຂະພາບສາມາດຫຼຸດຄວາມສ່ຽງຕໍ່ພະຍາດຫຼອດເລືອດສະໝອງໄດ້ຫຼາຍເຖິງ 10% ໂດຍສະເພາະພາວະຫຼອດເລືອດສະໝອງຕີບຕັນ ທີ່ເກີດຂຶ້ນຈາກການອັດຕັນຂອງການໄຫຼວຽນ ຂອງເລືອດ.

May be an image of food and indoor

ດັ່ງນັ້ນ, ແມ່ນວ່າຈະກິນອາຫານຈາກພືດຄືກັນ ແຕ່ຄວນເລືອກກິນຄາໂບໄຮເດຣດເຊີງຊ້ອນ ເຊັ່ນ: ເຂົ້າກ້ອງ, ໂຮເກຣນ ເນັ້ນຜັກໃບຂຽວ, ຖົ່ວ ຫຼາຍກວ່າແປ້ງຂັດຂາວ, ເຂົ້າໜົມປັງຂາວ ,ນ້ຳຕານ ເຖິງຈະດີຕໍ່ສຸຂະພາບ.

May be an image of food and indoor

ອີກຢ່າງໜຶ່ງການກິນອາຫານຈາກພືດ ( plant – based diet ) ເປັນພຽງຫົນທາງໜຶ່ງທີ່ຊ່ວຍຫຼຸດຄວາມສ່ຽງໃນການເກີດພະຍາດຫຼອດເລືອດສະໝອງເທົ່ານັ້ນ ຍັງມີອີກຫຼາຍຢ່າງທີ່ຕ້ອງເຮັດຄວບຄູ່ກັນໄປ ເພື່ອຫຼຸດຄວາມສ່ຽງຂອງພະຍາດຕ່າງໆ ທັງອອກກຳລັງກາຍເປັນປະຈຳ ເພື່ອບໍລິຫານກ້າມຊີ້ນຫົວໃຈ ແລະ ປອດ ນອນຫຼັບພັກຜ່ອນໃຫ້ພຽງພໍ ຫຼຸດຄວາມຄຽດ ຫຼຸດ ຄວາມດັນເລືອດ ລະດັບນ້ຳຕານໃນເລືອດ ແລະ ນ້ຳໜັ້ກຕົວໃຫ້ຢູ່ໃນເກນປົກກະຕິ, ຈຳກັດປະລິມານເຄື່ອງດື່ມແອວກໍຮໍທີ່ດື່ມ ແລະ ບໍ່ສູບຢາ ຖ້າຫາກໄດ້ຕາມນີ້ຈະຊ່ວຍຫຼຸດຄວາມສ່ຽງພະຍາດຫຼອດເລືອດສະໝອງ ແລະ ພະຍາດອັນຕະລາຍອື່ນໆໄດ້ແນ່ນອນ.

May be an image of food and indoor

ທີ່ມາ: https://www.sanook.com/health/29241/