ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ14 ຂໍ້ ສືບຕໍ່ເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ-19 ແຕ່ 5-19 ກໍລະກົດ

2058

ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການເລກທີ 618/ສສກ  ວັນທີ 04 ກໍລະກົດ 2021, ເຖິງ : ບັນດາທ່ານ ຫົວໜ້າຫ້ອງການ, ຫົວຫນ້າກົມ, ຜູ້ອໍານວຍການສະຖາບັນ, ສໍານັກພິມສຶກສາແລະ ກິລາ ແລະ ສູນ; ທ່ານ ອະທິການບໍດີມະຫາວິທະຍາໄລ 4 ແຫ່ງ;  ທ່ານ ຫົວຫນ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງວຽງຈັນ; ທ່ານ ປະທານສະມາຄົມການສຶກສາພາກເອກະຊົນ; ທ່ານ ຜູ້ອໍານວຍການສະຖານການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ. ເລື່ອງການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະ ວັນທີ 05-19 ກໍລະກົດ 2021 ຂອງຂະແຫນງການ ສຶກສາ ແລະ ກິລາ.

ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 745/ຫສນຍ, ລົງວັນທີ 4 ກໍລະກົດ 2021;
ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ທົ່ວຂະແຫນງການສຶກສາ ແລະ ກິລາ ໃນຂອບເຂດ ທົ່ວປະເທດ.

ຫົວຫນ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ດັ່ງນີ້: 1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາສັ່ງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ແຈ້ງການຂອງຫົວຫນ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ອອກໄປຕື່ມອີກ 15 ວັນ ຢ່າງເຂັ້ມງວດນັບແຕ່ວັນທີ 05-19 ກໍລະກົດ 2021;

2. ສໍາລັບແຂວງໃດທີ່ບໍ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນ ເຊິ່ງບໍ່ທັນໄດ້ເປີດການຮຽນ-ການສອນ ໃຫ້ເປີດການຮຽນ-ການສອນຄືນຄົບທຸກຊັ້ນ, ທຸກສາຍ, ໂຮງຮຽນສຶກສາພິເສດ ລວມທັງໂຮງຮຽນ ກິນນອນຊົນເຜົ່າ; ພ້ອມກັນນີ້ໃຫ້ປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ, ຖ້າຫາກສະຖານການສຶກສາໃດບໍ່ສາມາດປະຕິບັດມາດຕະການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປໃຫ້ນັກຮຽນ-ນັກສຶກສາ ນັ່ງຄົນລະໂຕະ, ຖ້າຫາກບໍ່ສາມາດປະຕິບັດໄດ້ແມ່ນໃຫ້ປ່ຽນກັນໄປຮຽນພາກເຊົ້າພາກບ່າຍ ຫຼື ຜັດປ່ຽນກັນຮຽນເປັນວັນ;

3. ສໍາລັບການສຶກສາກ່ອນໄວຮຽນໃນແຂວງທີ່ບໍ່ມີການລະບາດໃນຊຸມຊົນສາມາດເປີດຮຽນຄືນໄດ້ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ແລະ ປະຕິບັດມາດຕະການປ້ອງກັນພະຍາດ COVID-19 ຢ່າງ ເຂັ້ມງວດ, ພ້ອມທັງຮັບປະກັນວ່າຜູ້ດູແລເດັກ, ຄູສອນ, ຜູ້ບໍລິຫານ ແລະ ພະນັກງານຂອງສະຖານການສຶກສາດັ່ງກ່າວນັ້ນໄດ້ຮັບການສັກວັກຊີນປ້ອງກັນພະຍາດ COVID-19 ຄົບສອງເຂັມ;

4. ສໍາລັບນະຄອນຫຼວງວຽງຈັນ ແມ່ນໃຫ້ສືບຕໍ່ປິດການຮຽນ-ການສອນທຸກຊັ້ນທຸກສາຍ ແລະ ທຸກຂັ້ນຮຽນ ໃນສະຖານການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ; ຍົກເວັ້ນປີສຸດທ້າຍ ຂອງສາຍອາຊີວະສຶກສາ, ການສຶກສາຄູ, ວິທະຍາໄລ ແລະ ມະຫາວິທະຍາໄລ ສາມາດເປີດການຮຽນ-ການສອນໄດ້ ແຕ່ຕ້ອງປະຕິບັດມາດ ຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ; ລາຍລະອຽດມອບໃຫ້ກົມການສຶກສາຊັ້ນສູງ, ກົມອາຊີວະສຶກສາ, ກົມສ້າງຄູ, ກົມກິລາມວນຊົນ ພະລະ ແລະ ສິລະປະສຶກສາ, ກົມກິລາລະດັບສູງ ແລະ ສູນສົ່ງເສີມການສຶກສາຮຽນຮ່ວມ ອອກຄໍາແນະນໍາສະເພາະ ແລະຕິດຕາມການປະຕິບັດຕົວຈິງ;

5. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ທີ່ໄດ້ເປີດຮຽນຄືນ ສືບຕໍ່ສົມທົບກັບອົງການປົກຄອງທ້ອງຖິ່ນທຸກຂັ້ນ, ຄະນະພັດທະນາການສຶກສາຂັ້ນເມືອງ ແລະ ຂັ້ນບ້ານ ປຸກລະດົມພໍ່ແມ່-ຜູ້ປົກຄອງນັກຮຽນ ໃຫ້ສົ່ງລູກຫລານຂອງຕົນກັບເຂົ້າມາຮຽນຄືນໃຫ້ຄົບຕາມຫຼັກສູດ, ພ້ອມທັງເກັບກໍາສະຖິຕິຈໍານວນນັກຮຽນທີ່ບໍ່ມາເຂົ້າຮຽນຄືນ ແລະ ຂາດການສອບເສັງຈົບຊັ້ນ ປ.5 ໃນແຂວງຂອງຕົນ ແລະ ສັງລວມສົ່ງໃຫ້ກະຊວງ;

6. ສືບຕໍ່ອະນຸຍາດໃຫ້ຍ່າງອອກກໍາລັງກາຍຕາມສະຖານທີ່ຕ່າງໆ ແລະ ຫຼິ້ນກິລາກາງແຈ້ງປະເພດທີ່ຮ່າງກາຍບໍ່ສໍາ
ພັດກັນ;

7. ອະນຸຍາດໃຫ້ເປີດສູນກິລາໃນຮົ່ມທຸກປະເພດຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໃຫ້ເຈົ້າຂອງກິດຈະການສະເຫນີຜ່ານ ຂະແຫນງການສຶກສາ ແລະ ກິລາ ເພື່ອຂໍອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ; ສະເພາະ ຢູ່ນະຄອນຫຼວງວຽງຈັນ ໃຫ້ເຈົ້າຂອງກິດຈະການສະເຫນີຫາຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ເພື່ອຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ, ພ້ອມນີ້ ໃຫ້ເຈົ້າຂອງກິດຈະການສະເຫນີມາດຕະການໃນການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດຢ່າງເຂັ້ມງວດ, ເພື່ອເປັນບ່ອນອີງໃຫ້ຂະແຫນງການສຶກສາ ແລະ ກິລາ ສົມທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາສະຖານທີ່ກ່ອນອະນຸຍາດ ແລະ ຕິດຕາມການຈັດຕັ້ງປະຕິບັດຕົວຈິງ ພາຍຫຼັງເປີດບໍລິການ;

8. ພາຍຫຼັງຍ່າງອອກກໍາລັງກາຍ, ຫຼິ້ນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ຫ້າມດື່ມສິ່ງມຶນເມົາ ຫຼື ຊຸມແຊວທຸກຮູບແບບໃນສະຖານທີ່ອອກກໍາລັງກາຍ ແລະ ສະຖານທີ່ຫຼິ້ນກິລາທຸກປະເພດ ຢ່າງເດັດຂາດ;

9. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ, ສໍາມະນາ, ປາຖະກະຖາ, ຝຶກອົບຮົມຕ່າງໆຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຢ່າງເຂັ້ມງວດ ເປັນຕົ້ນ: ວັດແທກ ອຸນຫະພູມ, ຮັກສາໄລຍະຫ່າງ 01 ແມັດ ຂຶ້ນໄປ, ໃສ່ຜ້າອັດປາກ-ດັງ, ຫມັ່ນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼືເຈວລ້າງມື;

10. ໃນກໍລະນີຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ພະນັກງານລັດຖະກອນ ຜູ້ທີ່ຈະໄປເຄື່ອນໄຫວວຽກງານທາງລັດຖະການຢູ່ຕ່າງແຂວງ/ນະຄອນຫຼວງວຽງຈັນ ຈະຕ້ອງໄດ້ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບສອງເຂັມ ໂດຍບໍ່ຕ້ອງຂໍອະນຸຍາດຈາກຄະນະສະເພາະກິດຂັ້ນຂອງຕົນ, ສໍາລັບຜູ້ທີ່ບໍ່ໄດ້ສັກຢາວັກຊີນ ຫຼື ສັກຢາ ວັກຊີນບໍ່ຄົບ 2 ເຂັມ ແຕ່ມີຄວາມຈໍາເປັນໃນການເດີນທາງ ຈະຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນຂອງຕົນ ແຕ່ຕ້ອງປະຕິບັດມາດຕະການຂອງຄະນະສະເພາະກິດຂອງແຂວງ/ນະຄອນຫຼວງວຽງຈັນ ທີ່ຕົນໄປເຄື່ອນໄຫວຢ່າງເຂັ້ມງວດ;

11. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ແລະ ພະນັກງານ-ລັດຖະກອນພາຍໃນຂະແຫນງການສຶກສາ ແລະກິລາ ທຸກຄົນມາປະຈໍາການປົກກະຕິ ແຕ່ໃຫ້ມີການວັດແທກອຸນຫະພູມ-ມີເຈວລ້າງມືຢູ່ທາງເຂົ້າສໍານັກງານຫ້ອງການ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ ແລະ ລ້າງມືດ້ວຍນ້ໍາສະອາດໃສ່ສະບູ ເປັນປົກກະຕິ;

12. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ ສືບຕໍ່ປຸກລະດົມອົງການຈັດຕັ້ງທາງສັງຄົມ,ຜູ້ປະກອບການ, ພໍ່ແມ່-ຜູ້ປົກຄອງ ແລະ ຊຸມຊົນ ເພື່ອປະກອບສ່ວນສະຫນອງຜ້າອັດປາກ-ດັງ, ສະບູ-ເຈວລ້າງມື ແລະ ເຄື່ອງວັດແທກອຸນຫະພູມ ໃຫ້ສະຖານການສຶກສາ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ;

13. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈົ່ງສືບຕໍ່ລະມັດລະວັງໃນການຮັບຂໍ້ມູນຂ່າວສານຈາກສື່ສັງຄົມອອນລາຍ ໂດຍສະເພາະແມ່ນຂ່າວປອມ ຫ້າມບໍ່ໃຫ້ເຜີຍແຜ່ ຫຼື ແຊຕໍ່ຢ່າງເດັດ ຂາດ, ໃຫ້ຕິດຕາມຂ່າວສານຈາກສື່ອອນລາຍທີ່ເຊື່ອຖືໄດ້;

14. ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຜັນຂະຫຍາຍແຈ້ງການສະບັບນີ້ເປັນອັນລະອຽດ, ຕິດຕາມ
, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດປົກກະຕິ ນັບແຕ່ ວັນທີ 05 ກໍລະກົດ 2021 ເຖິງ ເວລາ 24:00 ໂມງ ຂອງ ວັນທີ 19 ກໍລະກົດ 20121.