ແຂວງໄຊສົມບູນ ອະນຸຍາດໃຫ້ 2 ບໍລິສັດ ເຂົ້າສຳຫລວດຄວາມເປັນໄປໄດ້ດ້ານເສດຖະ​ກິດ-ເຕັກນິກ ແຮ່ເຫລັກ, ແຮ່ສັງກະສີ ແລະ ແຮ່ຕິດພັນ.

866

ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອຊອກຄົ້ນ, ສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານ ເສດ​ຖະກິດ-ເຕັກນິກ, ແຮ່ເຫລັກ, ແຮ່ສັງກະສີ ຢູ່ເຂດບ້ານຊຽງຄົງ ເມືອງທ່າໂທມ ແຂວງໄຊສົມບູນ ຂອງບໍລິສັດລາວ ຊິມໄບໂອຊິສ ເຫລັກກາ ແລະ ເຫລັກພັດທະນາ ຈໍາກັດຜູ້ດຽວ ແລະ ບົດບັນທຶກຄວາມເຂົ້າໃຈ MOU ເພື່ອຊອກຄົ້ນ, ສຳ​ຫລວດ ແລະ ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະ​ກິດ-ເຕັກນິກ ແຮ່ສັງກະສີ, ແຮ່ຫາຍາກ ແລະ ແຮ່ຕິດພັນ ຢູ່ບ້ານຜາລະແວກ, ບ້ານຫວຍຊາຍເມືອງຮົ່ມ ແລະ ບ້ານອ້ອມ, ບ້ານຖໍ້າໂລ ເມືອງອະນຸວົງ ແຂວງໄຊສົມບູນ ບໍລິສັດບົວໄລ ມັງກອນທອງ ຂຸດຄົ້ນບໍ່ຖານຫີນ ຈໍາກັດຜູ້ດຽວ ລະຫວ່າງ ອົງການປົກຄອງ ແຂວງໄຊສົມບູນ ກັບສອງບໍລິສັດດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2021 ນີ້ ທີ່ຫ້ອງປະຊຸມກອງ ປະຊາການທະຫານ ແຂວງໄຊສົມບູນ.

ເຂົ້າຮ່ວມຂອງທ່ານ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ມີຮອງເລຂາ ພັກແຂວງ, ປະທານ ສະພາປະຊາຊົນແຂວງ, ມີຮອງເຈົ້າແຂວງ, ມີການນໍາເມືອງອະນຸວົງ, ການນຳເມືອງທ່າໂທມ ແລະ ການນຳເມືອງຮົ່ມ, ພ້ອມດ້ວຍ ພະແນກການອ້ອມຂ້າງແຂວງ, ມີທິມງານຈາກທັງສອງບໍລິສັດ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ຊຶ່ງໃນ ພິທີແມ່ນໄດ້ມີການປະຕິບັດມາດ ຕະການປ້ອງກັນພະຍາດໂຄວິດ 19 ຢ່າງເຂັ້ມງວດ ເປັນຕົ້ນທຸກຄົນທີ່ ເຂົ້າຮ່ວມ ແມ່ນໄດ້ຜ່ານ ການກວດວັດ ແທກອຸນຫະພູມ, ໃສ່ຜ້າ ປິດປາກ-ດັງ ແລະ ຮັກສາໄລຍະຫ່າງ.


ໃນພິທີ ທ່ານ ສົມບູນ ສອນລິດທິເດດ ຫົວໜ້າຫ້ອງວ່າການ ແຂວງໄຊສົມບູນ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງ ວ່າດ້ວຍການອະນຸມັດໃຫ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ໃນຄັ້ງນີ້ ຊຶ່ງໃນບົດບັນທຶກຄວາມເຂົ້າໃຈ MOU ຂອງທັງສອງບໍລິສັດ ແມ່ນ ປະກອບມີທັງໝົດ 20 ມາດຕາ, ໄລຍະເວລາຂອງບົດບັນທຶກແມ່ນ 24 ເດືອນ, ກອບວຽກຂອງໂຄງການຕ້ອງ ໄດ້ຈັດຕັ້ງປະຕິ ບັດຄື: ຊອກຄົ້ນ-ສຳຫລວດແຮ່ເຫລັກ ໃນພຶ້ນທີໄດ້ຮັບອະນຸຍາດ, ສ້າງບົດວິພາກເສດ ຖະກິດ-ເຕັກນິກ ແລະ ບົດສຶກສາຜົນກະທົບຕໍ່ສິ່ງ ແວດລ້ອມສັງຄົມ ແລະ ທຳມະຊາດ ໃນນີ້ ບໍລິສັດລາວຊິມໄບໂອຊິສເຫລັກກ້າ ແລະ ເຫລັກພັດທະນາກໍາກັດຜູ້ ດຽວ ຢູ່ເຂດບ້ານຊຽງຄົງ ເມືອງທ່າໂທມ ແຂວງໄຊສົມບູນ ໃນເນື້ອທີ 156,56 ກິໂລຕາແມັດ.

ສຳລັບບໍລິສັດບົວໄລ ມັງກອນທອງ ຂຸດຄົ້ນບໍ່ຖານຫີນ ຈໍາກັດຜູ້ດຽວຢູ່ບ້ານຜາ ລະແວກ, ບ້ານຫວຍຊາຍ ເມືອງຮົ່ມ ແລະ ບ້ານອ້ອມ, ບ້ານຖໍ້າໂລ ເມືອງອະນຸວົງ ໃນເນື້ອທີ່ 189,4 ກິໂລຕາແມັດ.

ນອກຈາກນີ້ ບໍລິສັດລາວຊິມໄບໂອຊິສເຫລັກກ້າ ແລະ ເຫລັກພັດທະນາກໍາກັດຜູ້ ດຽວ ໄດ້ມອບລົດໃຫຍ່ ໂຕໂຢຕ່າໂວ ເກຍກະປຸກ ຈໍານວນ 2 ຄັນ ໃນມູນຄ່າ 94,000 ໂດລາສະຫະລັດ ແລະ ບໍລິສັດບົວໄລ ມັງກອນທອງ ຂຸດຄົ້ນບໍ່ຖານຫີນ ຈໍາກັດຜູ້ດຽວ ມອບລົດໃຫຍ່ ຈໍານວນ 2 ຄັນ ຄືລົດຟໍຈູເນີ 1 ຄັນ ແລະ ລົດຣີໂວ ເກຍກະປຸກ ຈໍານວນ 1 ຄັນ ໃນມູນຄ່າ119.000 ໂດລາສະຫະລັດ ໃຫ້ແກ່ແຂວງໄຊສົມບູນ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວ ວຽກຕ່າງໆ ຂອງແຂວງ ຕື່ມອີກ.

ໃນໂອກາດນີ້ ທ່ານ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ໄດ້ມີຄຳເຫັນໂອ້ລົມ ຊຶ່ງທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທັງສອງບໍລິສັດ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງສາພັດທະນາແຂວງ ໃນຄັ້ງນີ້ ຊຶ່ງມັນ ເປັນການພັດທະນາຊີວິດການ ເປັນຢູ່ຂອງປະຊາຊົນ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ທ່ານໄດ້ຮຽກຮ້ອງໃຫ້ສອງຝ່າຍບໍລິສັດ ຈົ່ງຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງ ປະຕິບັດຕາມບັນທຶກສະບັບນີ້ ຢ່າງເຂັ້ມງວດ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງ ເປັນເຈົ້າການ ໃນການຕິດຕາມ – ກວດ ກາການປະຕິບັດໂຄງການຢ່າງໃກ້.

ຈາກນັ້ນ ໃນພິທີ ກໍໄດ້ມີການລົງນາມເຊັນ ບົດບັນທຶກຮ່ວມກັນ ລະຫວ່າງ ອົງການປົກຄອງແຂວງ ໄຊສົມບູນ ກັບ 2 ບໍລິສັັັດ ຄືບໍລິສັດລາວຊິມໄບໂອຊິສເຫລັກກ້າ ແລະ ເຫລັກພັດທະນາກໍາ ກັດຜູ້ດຽວ ແລະ ບໍລິສັດບົວໄລ ມັງກອນທອງ ຂຸດຄົ້ນບໍ່ຖານຫີນ ຈໍາກັດຜູ້ດຽວ ໂດຍຊ່ອງໜ້າທ່ານເຈົ້າແຂວງໄຊສົມບູນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກ ຂີພິຍານ.

ຂ່າວ,​ພາບ: ຕູດຄຳພໍໃຈ