ບໍລິສັດ ST ກຣຸບ ຈຳກັດ ມອບເງິນ 350 ລ້ານກີບ ປະຕິສັງຂອນ ວັດພຸດທະວັນນາຣາມ ບ້ານເມືອງກາງ

849
ບໍ່ດົນມານີ້, ທີ່ຫ້ອງວ່າການແຂວງຈຳປາສັກ, ບໍລິສັດ ST ກຣຸບ ຈຳກັດ ໄດ້ມອບເງິນອຸປະຖຳ ຈຳນວນ 350 ລ້ານກີບ ໃຫ້ແຂວງຈຳປາສັກ ເພື່ອນຳໄປປະຕິສັງຂອນ ວັດພຸດທະວັນນາຣາມ ບ້ານເມືອງກາງ ເມືອງຈຳປາສັກ ຕາງໜ້າບໍລິສັດ ST ກຣຸບຈຳກັດ ກ່າວມອບໂດຍ ທ່ານ ສິດທິໄຊ ໄຊຊະນະ ແລະ ກ່າວຮັບໂດຍທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານເຈົ້າແຂວງຈຳປາສັກ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ບໍລິສັດ ST ກຣຸບຈຳກັດ ທີ່ໄດ້ມອບເງິນອຸປະຖຳ ເພື່ອນຳໄປປະຕິສັງຂອນວັດດັ່ງກ່າວ. ຖືວ່າເປັນການເລີ່ນຕົ້ນ ແລະ ເປັນສ່ວນໜຶ່ງຂອງເປົ້າໝາຍການສ້າງເມືອງບູຮານຢູ່ແຂວງຈຳປາສັກ, ຊຸກຍູ້ສົ່ງເສີມການທ່ອງທ່ຽວທີ່ຕິດພັນກັບປະຫວັດສາດ ແລະ ວັດທະນະທຳ ທີ່ເກົ່າແກ່. ວັດພຸດທະວັນນາຣາມ ຕັ້ງຢູ່ ບ້ານເມືອງກາງ ເມືອງຈຳປາສັກ ແຂວງຈຳປາສັກ ເປັນວັດທີ່ເກົ່າແກ່ທີ່ສຸດ ໃນເມືອງຈຳປາສັກ ຊຶ່ງມີ​ອາ​ຍຸເກືອບ 500 ປີ (ພ.ສ 2042 ຫຼື ຄ.ສ 1499).
ວັດແຫ່ງນີ້, ມີເອກະລັກສະເພາະ ເປັນການປະສົມປະສານທາງດ້ານສະຖາປັດຕະຍະກຳຕ່າງໆທີ່ຈົບງາມ, ມີອາຄານເກົ່າແກ່ 5 ຫຼັງຄື: ພັດທະສິມມາ, ຫໍພຣະໄຕປິດົກ, ຫໍແຈກ ແລະ ກຸຕິ 2 ຫຼັງ. ໃນເມື່ອກ່ອນວັດແຫ່ງນີ້ ໄດ້ກາຍເປັນສູນກາງທາງພຸດທະສາສະໜາ ເປັນໂຮງຮຽນປະລິຍະຕິທຳ ໃນນະຄອນຈຳປາສັກ ເປັນບ່ອນສຶກສາຄົ້ນຄວ້າຮ່ຳຮຽນ ຂອງພະສົງສຳມະເນນ ແລະ ຊາວພຸດທັງຫຼາຍ ຊຶ່ງຫໍພຣະໄຕປິດົກ ປະກອບມີໜັງສືໃບລານຫຼາຍເຖິງ 5.000 ກວ່າຜູກ, ອັນໄດ້ກາຍເປັນມໍລະດົກທີ່ລໍ້າຄ່າ ແລະ ມີແຫ່ງດຽວຢູ່ແຂວງພາກໃຕ້ຂອງລາວເຮົາ. ປັດຈຸບັນ ອາຄານທີ່ເກົ່າແກ່ທັງ 5 ຫຼັງ ໄດ້ຊຸດໂຊມໄປຕາມການເວລາ. ດັ່ງນັ້ນ, ຈຶ່ງມີໂຄງການປະຕິສັງຂອນອາຄານວັດເມືອງກາງຄືນໃໝ່ ເພື່ອບູລະນະ ປະຕິສັງຂອນ ມໍລະດົກອັນລ້ຳຄ່ານີ້ ໃຫ້ສືບຕໍ່ເປັນມໍລະດົກທາງດ້ານວັດທະນະທຳຂອງຊາດລາວເຮົາຕະຫລອດໄປ.