ເຂັ້ມງວດກວດກາ ປ້ອງກັນບໍ່ໃຫ້ພະຍາດໂຄວິດ-19ສາຍພັນເດວຕ້າ ເຂົ້າມາລະບາດໃນປະເທດ

334

ພະຍາດໂຄວິດ-19 ສາຍພັນເດວຕ້າ ໄດ້ລະບາດຢູ່ປະເທດໃກ້ຄຽງທີ່ແຮງງານລາວໄປເຮັດວຽກ ໂດຍໃນວັນທີ 30ມິຖຸນາຜ່ານມາ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ ສາຍພັນເດວຕ້າ ຈາກແຮງງານທີ່ກັບມາຈາກປະເທດໄທ 3 ຄົນຢູ່ແຂວງຈໍາປາສັກ. ສະນັ້ນ ຕ້ອງໄດ້ເຂັ້ມງວດ ກວດກາ, ກັ່ນກອງ ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນຕ່າງໆ ປ້ອງກັນບໍ່ໃຫ້ສາຍພັນເດວຕ້າ ເຂົ້າມາລະບາດໃນປະເທດ.

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວ ປະຈໍາວັນທີ 1 ກໍລະກົດ 2021 ວ່າ: ໃນວັນທີ 30 ມິຖຸນາຜ່ານມາ ສປປ ລາວ ເຮົາ ໄດ້ມີການຢັ້ງຢືນພົບຜູ້ຕິດເຊື້ອພະຍາດໂຄວິດ-19 ສາຍພັນເດວຕ້າ 3ຄົນໃນແຮງງານລາວ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດເດີນທາງມາຈາກປະເທດໃກ້ຄຽງ ເຂົ້າມາທາງດ່ານແຂວງຈຳປາສັກ.

ສາຍພັນເດວຕ້າ ເປັນສາຍພັນທີ່ສາມາດແຜ່ເຊື້ອໄດ້ໄວກວ່າ ສາຍພັນອານຟ້າທີ່ລະບາດໃນປັດຈຸບັນ ເຊິ່ງເຊື້ອພະຍາດສາຍພັນສາຍພັນເດວຕ້າ ນີ້ກໍາລັງເປັນບັນຫາເຮັດໃຫ້ຫຼາຍປະເທດໃນທົ່ວໂລກ ປະສົບກັບສະພາບການລະບາດຮອບໃໝ່. ໃນໄລຍະຜ່ານມາສາຍພັນເດວຕ້າ ມີການແຜ່ລະບາດໃນ 92 ປະເທດທົ່ວໂລກ ເປັນສາຍເຫດເຮັດໃຫ້ມີການລາຍງານຈຳນວນຕົວເລກຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ຕໍ່ເນື່ອງໃນທົ່ວໂລກ ເປັນຕົ້ນແມ່ນທັງປະເທດອິນເດຍ ໄລຍະມີການບາດຮຸນແຮງໃນປະເທດ ແຕ່ລະມື້ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນຈຳນວນຫຼັກແສນ ແລະ ເສຍຊີວິດ ຫຼາຍພັນຄົນຕໍ່ມື້.

ສຳລັບບັນດາປະເທດໃກ້ຄຽງກັບ ສປປ ລາວ ກໍເຫັນວ່າຍັງມີການລະບາດອອກເປັນວົງກວ້າງໃນຊຸມຊົນ, ສະພາບການລະບາດໃນປະເທດ ບໍ່ມີທ່ານອຽງທີ່ຈະຫຼຸດລົງ ຍັງສືບຕໍ່ມີການລາຍງານຕິດເຊື້ອໃໝ່ໃນແຕ່ລະວັນເປັນຫຼັກພັນ ແລະ ສາຍພັນທີ່ກຳລັງມີການລະບາດໃນປະເທດໃກ້ຄຽງ ແມ່ນມີທັງອານຟ້າ, ເບຕາ ກາມາ ແລະ ເດວຕ້າ ເຊິ່ງເປັນພັນທີ່ມີຄວາມສາມາດແຜ່ເຊື້ອໄດ້ໄວກວ່າສາຍພັນດັ່ງເດີມ ແລະ ລັດຖະບານຂອງບາງປະເທດໃກ້ຄຽງທີ່ມີແຮງງານລາວໄປເຮັດວຽກກໍໄດ້ມີການປະກາດປິດບາງແຂວງທີ່ມີການລະບາດໜັກພາຍໃນປະເທດເປັນເວລາ 1 ເດືອນ ເພື່ອຈະໄດ້ປະຕິບັດມາດຕະການສະກັດກັ້ນ ແລະ ຄວບຄຸມພະຍາດໃຫ້ໄດ້ເຕັມສ່ວນ ເຮັດໃຫ້ບັນດາກຸ່ມແຮງງານທີ່ບໍ່ມີວຽກເຮັດກັບຄືນບ້ານເກີດເມືອງນອນ ເຊິ່ງນັ້ນກໍແມ່ນລວມທັງແຮງງານລາວຈຳນວນໜຶ່ງກໍຈະຕ້ອງກັບຄືນມາຖິ່ນຖານເຊັ່ນດຽວກັນ.

ທ່ານດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ຕື່ມວ່າ: ອີງໃສ່ສະພາບທີ່ກ່າວມານັ້ນເຫັນວ່າ ສປປ ລາວ ແມ່ນມີສິ່ງທ້າທາຍທີ່ຈະມີແຮງງານຈຳນວນຫຼາຍ ກັບຈາກປະເທດໃກ້ຄຽງທີ່ມີການລະບາດຂອງເຊື້ອພະຍາດ ແລະ ມີຄວາມສ່ຽງສູງທີ່ອາດຈະເກີດມີການລະບາດຂອງພະຍາດໂຄວິດ-19 ສາຍພັນເດວຕ້າ ໃນປະເທດໂດຍການນໍາເຊື້ອພະຍາດເຂົ້າມາແລ້ວມາແຜ່ລະບາດໃນຊຸມຊົນ ເຊິ່ງຖ້າຫາກມີການລະບາດເກີດຂຶ້ນຈະເຮັດໃຫ້ການສະກັດກັ້ນ ແລະ ຄວບຄຸມ ພະຍາດສາຍພັນດັ່ງກ່າວ ພົບຄວາມຫຍຸ້ງຍາກທີ່ສຸດ ຫຼື ອາດຈະບໍ່ສາມາດຄວບຄຸມການລະບາດຂອງພະຍາດໄດ້ຄືກັບທີ່ຫຼາຍປະເທດໃນໂລກກຳລັງປະສົບກັບບັນຫາດັ່ງກ່າວ.
ຕໍ່ກັບສະພາບດັ່ງກ່າວທາງຄະນະສະເພາະກິດທຸກຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ເອົາໃຈໃສ່ຕິດຕາມໃກ້ຊີດ ແລະ ເຂັ້ມງວດໃນການກວດກາ, ກັ່ນກອງ ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນຕ່າງໆໃນທົ່ວປະເທດ ໂດຍສະເພາະແມ່ນມາຈາກບັນດາປະເທດ ທີ່ກຳລັງມີການລະບາດຂອງ ພະຍາດສາຍພັນເດວຕ້າ ( ປະເທດໄທ, ຫວຽດນາມ, ມຽນມາ ແລະ ກໍາປູເຈຍ) ໂດຍຮັບປະກັນໃຫ້ທຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດເດີນທາງເຂົ້າມາ ສປປ ລາວ ຕ້ອງໄດ້ເກັບຕົວຕົວຢ່າງຊອກຫາເຊື້ອໂຄວິດ-19 ແລະ ຈໍາກັດບໍລິເວນຕາມກໍານົດເວລາ ແລະ ສະຖານທີ່ຄະນະສະເພາະກິດກໍານົດໄວ້ຢ່າງເຂັ້ມງວດ. ສຳລັບການລັກລອບເຂົ້າມາຕາມຊາຍແດນແບບບໍ່ຖືກຕ້ອງນັ້ນ ແມ່ນໃຫ້ທຸກຄົນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນຢູ່ຈຸດໃດໃຫ້ລາຍງານຕໍ່ເຈົ້າໜ້າທີ່ ແລະ ອຳນາດການປົກຄອງໂດຍທັນທີ ເພື່ອນຳເອົາຜູ້ກ່ຽວເຂົ້າມາສະຖານທີ່ຈຳກັດບໍລິເວນຕາມລະບຽບຫຼັກການ ແລະ ສຳລັບກໍລະນີຜູ້ທີ່ຢັ້ງຢືນຕິດເຊື້ອພະຍາດສາຍພັນເດວຕ້າໃນປະເທດນັ້ນ ກໍ່ຕ້ອງໄດ້ເອົາໃຈໃສ່ຕິດຕາມ ແລະ ປະຕິບັດມາດຕະການເຝົ້າລະວັງ ແລະ ຄຸ້ມຄອງກໍລະນີຕາມາດຕະການທີ່ວາງອອກຢ່າງເຂັ້ມງວດ ແລະ ຄົບຖ້ວນ.

ສຳລັບວັນທີ 1 ກໍລະກົດ 2021 ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 23 ຄົນຄື: 3 ຄົນ ຢູ່ແຂວງວຽຈັນ ຕິດເຊື້ອໃນຊຸມຊົນ ແມ່ນຕິດຈາກກຸ່ມເກົ່າ ທີ່ຕິດເຊື້ອໄລຍະຜ່ານມມາ. ສ່ວນ ນະຄອນຫຼວງວຽງຈັນ 2 ຄົນ, ສະຫວັນນະເຂດ 7 ຄົນ, ຈຳປາສັກ 7 ຄົນ ແລະ ຄຳມ່ວນ 4 ຄົນ ແມ່ນຕິດຈາກແຮງງານລາວທີ່ກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ(ກໍລະນີນຳເຂົ້າ).