ຖະແຫຼງຂ່າວໂຄວິດ-19 ມື້ນີ້ຕິດເພີ່ມ 23 ຄົນ, ຕິດຈາກຊຸມຊົນ 3

629

 

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ຕາງໜ້າສະເພາະກິດ ເພືອ່ປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ຮອດວັນທີ 1 ກໍລະກົດ 2021 ສປປ ລາວ ມີຈຳນວນຜູ້ຕິດເຊື້ອສະສົມທັງໝົດ 2.144 ຄົນ (ຕິດເຊື້ອໃໝ່ 23 ຄົນ) , ໃນນັ້ນ ຕິດເຊື້ອໃນຊຸມຊົນ 3 ກໍລະນີຈາກແຂວງວຽງຈັນ ແລະ ຕິດເຊື້ອຜູ້ທີ່ເດີນທາງເຂົ້າມາຈາກປະເທດໃກ້ຄຽງ.


ໃນນັ້ນ ນະຄອນຫຼວງວຽງຈັນ 2 ຄົນ , ສະຫວັນນະເຂດ 7 ຄົນ , ຈຳປາສັກ 7 ຄົນ ແລະ ຄຳມ່ວນ 4 ຄົນ ), ເສຍຊີວິດ ສະສົມທັງໝົດ 03 ຄົນ (ເສຍຊີວິດໃໝ່ 00), ຄົບກຳນົດປີ່ນປົວອອກຈາກໂຮງໝໍແລ້ວທັງໝົດ 1.970 ຄົນ ( ໃໝ່ 03) ຍັງຕິດຕາມປິ່ນປົວທົ່ວປະເທດຈຳນວນ 171ຄົນ.

ສຳລັບຕົວເລກຜູ້ຕິດເຊື້ອສະສົມໃນທົ່ວໂລກມາຮອດມື້ນີ້ມີທັງໝົດ 182.953.005 (380.369 ໃໝ່), ເສຍຊີວິດທັງໝົດ 3.962.118 (8.214 ໃໝ່), ປິ່ນປົວ ຫາຍດີ 167.535.560 (376.095 ໃໝ່).

ກ່ຽວກັບຜູ້ຕິດເຊື້ອໃໝ່ 23 ຄົນທີ່ກວດພົບຫຼ້າສຸດໃນລາວ 3 ຄົນຢູ່ແຂວງວຽງຈັນ ແມ່ນຕິດຈາກກຸ່ມເກົ່າໃນຊຸມຊົນ ໃນໄລຍະຜ່ານມາ, ນະຄອນຫຼວງວຽງຈັນ 2, ສະວັນນະເຂດ 7 ຄົນ, ຈຳປາສັກ 7 ຄົນຄຳມ່ວນ 4 ຄົນ ລ້ວນເປັນກໍລະນີນຳເຂົ້າ ເຊິ່ງກວດພົບໃນແຮງງານທີ່ກັບຄືນຈາກປະເທດໃກ້ຄຽງ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຢ່າງຖືກຕ້ອງຕາມກົດໝາຍ.