5 ປະຕູຂອງ ໂຣນັລໂດ ອາດຈະບໍ່ພຽງພໍຕໍ່ການຄວ້າດາວຍິງສູງສຸຸດ ຢູໂຣ 2020

534

ການແຂ່ງຂັນບານເຕະ ຢູໂຣ 2020 ສໍາເລັດໄປແລ້ວຮອບ 16 ທີມສຸດທ້າຍ ແລະ ຄືນວັນທີ 2 ກໍລະກົດ 2021 ຈະລຸ້ນກັນຕໍ່ໃນຮອບ 8 ທີມສຸດທ້າຍ, ປັດຈຸບັນ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງທີມຊາດປ໊ອກຕຸຍ ທີ່ຕົກຮອບໄປແລ້ວຍັງເປັນຜູ້ນໍາດາວຍິງສູງສຸດໃນລາຍການທີ 5 ປະຕູ, ແຕ່ອາດຈະບໍພຽງພໍທີ່ຈະຄວ້າຕໍາແໜ່ງດັ່ງກ່າວໄດ້ ເພາະມີຄູ່ແຂ່ງໄລ່ຫຼັງມາຕິດ.
ຮອບ 16 ທີມສຸດທ້າຍສໍາເລັດໄປແລ້ວ ປາກົດວ່າ ຫຼາຍໆທີມໃຫຍ່ຕ່າງກໍພິກລ໊ອກຕົກຮອບໄປ ໂດຍສະເພາະແມ່ນກຸ່ມ F ຕົກຮອບໄປທັງໝົດນໍາໂດຍ ປ໊ອກຕຸຍການ ແຊັມເກົ່າ, ຝຣັ່ງ ຮອງແຊັມເກົ່າ, ເຢຍລະມັນ ແລະ ຮົງກາລີ ຕົກຮອບໄປໄວເກີນຄາດພຽງຮອບ 16 ທີມເທົ່ານັ້ນ.
ສ່ວນອີກຢ່າງທີ່ໜ້າຕິດຕາມໃນຢູໂຣ 2020 ກໍຄືຕໍາແໜ່ງດາວຍິງສູງສຸດ ເຊິ່ງປັດຈຸບັນຜູ້ທີ່ມີໂອກາດທີຈະຄວ້າຕໍາແໜ່ງດັ່ງກ່າວສູງກວ່ານັກເຕະຄົນອື່ນໆປະກອບມີໃນຮູບລຸ່ມນີ້:

1.ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ປ໊ອກຕຸຍການ ຍິງໄປ 5 ປະຕູ

2.ພາທຣິກ ຊິກ ກອງໜ້າຂອງ ສາທາລະນະລັດເຊັກ ຍິງໄປ 4 ປະຕູ

3.ໂຣເມລູ ລູກາກູ ກອງໜ້າຂອງ ແບນຊິກ ຍິງໄປ 3 ປະຕູ

4.ຣາຮີມ ສະເຕີລິງ ກອງໜ້າຂອງ ອັງກິດ ຍິງໄປ 3 ປະຕູ

5.ຮາຣິສ ເຊເຟໂຣວິຊ ກອງໜ້າຂອງ ສະວິດ ຍິງໄປ 3 ປະຕູ

ທັງ 5 ຄົນນີ້ຄືນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດໃນຕອນນີ້ ໂດຍສະເພາະ ໂຣນັລໂດ ຍິງໄປ 5 ປະຕູແຕ່ໝົດໂອກາດບວກປະຕູເພີ່ມເພາະທີມຕົກຮອບແລ້ວ ເຮັດໃຫ້ໂອກາດຕົກໄປຢູ່ທີ່ ຊິກ, ລູກາກູ, ສະເຕີລິງ ແລະ ເຊເຟໂຣວິຊ ທີ່ຍັງມີພາລະກິດພາທີມຊາດຂອງຕົວເອງໄປແຂ່ງຂັນໃນຮອບ 8 ທີມສຸດທ້າຍກັນຕໍ່

ມາຮອດປັດຈຸບັນ ນັກເຕະທີ່ຖືກຍົກໃຫ້ເປັນຕົວເຕັງໃນການຄວ້າດາວຍິງສູງສຸດຂອງ ຢູໂຣ 2020 ເປັນ ຣາຮີມ ສະເຕີລິງ ກອງໜ້າຂອງທີມຊາດອັງກິດ ເນື່ອງຈາກຜົນງານຄົງເສັ້ນຄົງວາ ສະເຕີລິງ ຍິງໃຫ້ກັບທີມຊາດອັງກິດ 3 ນັດຈາກ 4 ນັດ ( ຍິງບໍ່ໄດ້ພຽງນັດທີ່ສະເໝີກັບ ສະກ໊ອດແລນ 0-0 ). ນອກນັ້ນ ເຫດຜົນທີ່ ສະເຕີລິງ ຈະໄດ້ລາງວັນດັ່ງກ່າວກໍຄື ທີມຊາດອັງກິດ ມີໂອກາດສູງທີ່ຈະເຂົ້າເຖິງຮອບຊີງ ເພາະເບິ່ງຈາກຄູ່ແຂ່ງຂອງທີມຊາດອັງກິດ ໃນຮອບ 8 ທີມ ແລະ 4 ທີມ ອັງກິດ ເໜືອຄູ່ແຂ່ງ ພ້ອມທັງມີໂອກາດຈະແຂ່ງຂັນໃນປະເທດອັງກິດ ໃນຮອບຮອງ ແລະ ຮອບຊີງຊະນະເລີດ ຖ້າຫາກຜ່ານໄປໄດ້.

ຢ່າງໃດກໍຕາມ, ພາທຣິກ ຊິກ ຈາກສາທາລະນະລັດເຊັກ, ລູກາກູ ຈາກແບນຊິກ ແລະ ເຊເຟໂຣວິຊ ຍັງຖືກຍົກໃຫ້ເປັນຕົວເຕັງເຊັ່ນກັນ ເພາະທຸກຄົນຕ່າງກໍມັກຈະເປັນຄວາມຫວັງຂອງທີມ ແລະ ຍິງປະຕູໄດ້ທຸກຄັ້ງທີ່ລົງແຂ່ງຂັນ ຕ້ອງຕິດຕາມກັນຕໍ່ໄປໃນຮອບ 8 ທີມ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ, ສ່ວນດາວຍິງສູງສຸດໃນຢູໂຣຄັ້ງທີ່ຜ່ານມາ ກໍຄືປີ 2016 ເປັນຂອງ ອວງຕວນ ກຣິຊມັນ ກອງໜ້າທີມຊາດຝຣັ່ງ ຍິງໄປທັງໝົດ 6 ປະຕູ, ແຕ່ໃນຢູໂຣ 2020 ກຣີຊມັນ ຍິງໄດ້ພຽງ 1 ປະຕູ ແລະ ຕົກຮອບໄປແລ້ວ.
ສໍາລັບ ຕາຕະລາງແຂ່ງຂັນ 8 ທີມສຸດທ້າຍໃນຢູໂຣ 2020 ມີດັ່ງນີ້: