ລມຕ ກະຊວງ ອຄ ຢ້ຽມຢາມເຄື່ອນໄຫວວຽກ ຢູ່ ສະຫວັນນະເຂດ ຫຼັງໄດ້ຮັບຕຳແໜ່ງໃໝ່

502

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະ ກຳ-ການຄ້າ ພ້ອມດ້ວຍບັນດາ ຫົວໜ້າກົມ, ຮອງກົມໄດ້ພ້ອມກັນ ລົງມາຢ້ຽມຢາມແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 29-30 ມີຖຸນາ 2021, ພາຍຫຼັງໄດ້ ຮັບໜ້າທີ່ໃໝ່, ພໍມາເຖິງແຂວງສະ ຫວັນນະເຂດໃນຕອນບ່າຍຂອງ ວັນທີ 29 ມີຖຸນາ, ກໍ່ໄດ້ເຂົ້າພົບປະໂອ້ລົມກັບ ທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ, ພ້ອມ ດ້ວຍທ່ານຫົວໜ້າຫ້ອງວ່າການແຂວງ, ຫົວໜ້າພະແນກອຸດສາຫະ ກຳການຄ້າແຂວງ ພ້ອມຄະນະ ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງ.

ທ່ານເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ລາຍງານສະພາບຈຸດພິເສດ, ທີ່ຕັ້ງ, ພ້ອມທັງທ່າແຮງບົ່ມຊ້ອນ ທີ່ສຳຄັນ ໃນການສ້າງສາພັດທະ ນາແຂວງເປັນຕົ້ນ: ທ່າແຮງທາງ ດ້ານກະສິກຳ-ປ່າໄມ້, ແຫຼ່ງຊັບ ພະຍາກອນທຳມະຊາດ, ທ່າແຮງ ທາງດ້ານການເຊື່ອມໂຍງຕາມ ແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ເໜືອ-ໃຕ້ເຊື່ອມໂຍງ ພາກພື້ນ ແລະທ່າແຮງທາງດ້ານ ການຂຸດຄົ້ນບໍ່ແຮ່ (ຄຳ, ທອງ ແດງ, ຫີນກາວ, ບາຣິດ, ເຫຼັກ, ເກືອກາຣີ, ຫີນກໍ່ສ້າງ ແລະອື່ນໆ), ສ່ວນວຽກງານອຸດສາຫະກຳ-ການຄ້າ ກໍ່ໄດ້ມີການສົ່ງເສີມບັນ ດາໂຮງງານອຸດສາຫະກຳທັງຂະ ໜາດໃຫຍ່, ຂະໜາດກາງ ແລະ ຂະໜາດນ້ອຍ, ໃນ 6 ເດືອນຕົ້ນ ປີຜ່ານມາສາມາດສົ່ງອອກສິນ ຄ້າ ຄິດເປັນມູນຄ່າ 893,9 ລ້ານໂດລາສະຫະລັດ ເທົ່າກັບ 50,9% ຂອງແຜນການ; ຈາກນັ້ນທັງສອງ ທ່ານຍັງໄດ້ມີການສົນທະນາໃນ ບັນຫາອື່ນໆຕື່ມອີກ.


ທ່ານ ຄຳແພງ ໄຊສົມແພງ ພ້ອມຄະນະກໍ່ໄດ້ເດີນ ທາງໄປຢ້ຽມຢາມ ເບິ່ງໂຮງງານ ຜະລິດເຫຼັກເສັ້ນຂອງບໍລິສັດ ຄູນຄຳ ສະຕິຣອິນດັສທຣີຈຳກັດ ຜູ້ດຽວ, ເຊິ່ງໂຮງງານຕັ້ງຢູ່ບ້ານ ດົງນາຄຳກິໂລແມັດທີ 13 ຖະ ໜົນເລກ 9, ນະຄອນ ໄກສອນ ພົມວິຫານ, ໂຮງງານດັ່ງກ່າວສາ ມາດຜະລິດເຫຼັກເສັ້ນໄດ້ 2 ແສນ ໂຕນ/ປີ, ຜະລິດເຫຼັກເສັ້ນມີຫຼາຍ ຂະໜາດ, ມີທັງກົມກ້ຽງ ແລະ ຂໍ້ອ້ອຍ, ໂດຍຜ່ານມາການຈຳ ໜ່າຍເຫຼັກເສັ້ນ ແມ່ນໄດ້ຈຳໜ່າຍ ພາຍໃນໃຫ້ກັບຫຼາຍໂຄງການເປັນ ຕົ້ນ: ໂຄງການເຂື່ອນໄຟຟ້າ, ໂຄງ ການທາງລົດໄຟ, ໂຄງການກໍ່ສ້າງ ມະຫາວິທະຍາໄລຕ່າງໆນອກ ນັ້ນ ໃນຕົ້ນປີ 2020 ທາງໂຮງ ງານໄດ້ສົ່ງເຫຼັກເສັ້ນອອກຂາຍ ຢູ່ຕ່າງປະເທດນຳອີກ. ເຊິ່ງໂຮງ ງານດັ່ງກ່າວນີ້ ມີພະນັກງານທັງ ໝົດ 180 ຄົນ, ໃນນັ້ນມີວິຊາການ ຕ່າງປະເທດກວມ 10%. ປະຈຸບັນ ທາງໂຮງງານແມ່ນຍັງມີບັນຫາ ໃນເລື່ອງວັດຖຸດິບເຂົ້າປ້ອນໂຮງ ງານຍັງບໍ່ພຽງພໍກັບຄວາມຕ້ອງ ການ, ອີກບັນຫາໜຶ່ງແມ່ນຄ່າໄຟ ຟ້າຍັງມີລາຄາແພງເຮັດໃຫ້ມີ ຄວາມສ່ຽງຕໍ່ການລົງທຶນ.


ຈາກນັ້ນ ກໍ່ຍັງໄດ້ລົງຕິດຕາມ ເບິ່ງໂຮງງານຜະລິດເບຍສະ ຫວັນ, ນ້ຳດື່ມສະຫວັນ ເຊິ່ງໂຮງ ງານຕັ້ງຢູ່ກິໂລແມັດທີ 13 ເຊັ່ນ ດຽວກັນ, ໂດຍມີທ່ານ ພູທອນ ຊາສີ ປະທານບໍລິສັດໃຫ້ການຕ້ອນ ຮັບ ແລະນຳພາຢ້ຽມຊົມຂັ້ນຕອນ ການຜະລິດຂອງໂຮງງານດັ່ງ ກ່າວຕື່ມອີກ.