9 ສັນຍານອັນຕະລາຍ ເຮົາກຳລັງ “ ເຖົ້າ ”

828

ອາຍຸຈະເປັນພຽງຕົວເລກ ເພາະຖ້າອາຍຸຍັງບໍ່ຫຼາຍ ແຕ່ມີອາການເຫຼົ່ານີ້ກໍແປວ່າເຮົາກຳລັງເຖົ້າລົງແລ້ວ ລອງມາກວດເບິ່ງ.

May be a closeup of 1 person and text

ປັດຈຸບັນນີ້ການຊະລໍໄວເປັນສາດໜຶ່ງທີ່ໄດ້ມີການສຶກສາກັນຢ່າງເລິກເຊິ່ງໃນສ່ວນຂອງ     “ ການແພດເວດຊະສາດຊະລໍໄວ ” ເຊິ່ງເປັນສາດທາງການແພດແນວທາງໃໝ່ທີ່ມີວັດຖຸປະສົງຫຼັກໃນການປ້ອງກັນພະຍາດ ຄົ້ນຫາພະຍາດ ປິ່ນປົວພະຍາດ ຟື້ນຟູສຸຂະພາບຈາກຄວາມເສື່ອມຂອງຮ່າງກາຍຕາມອາຍຸ ລວມເຖິງເພື່ອຊ່ວຍຊະລໍຄວາມເຖົ້າຊະລາຂອງຮ່າງກາຍເຮົາລົງ.

ອາການຂອງຄວາມເສື່ອມຖອຍຂອງຮ່າງກາຍ ແລະ ຄວາມຊະລາຈະສະແດງອາການໃຫ້ເຮົາເຫັນດັ່ງຕໍ່ໄປນີ້:

1 ອ່ອນເພຍຕະຫຼອດເວລາ

2 ຮູ້ສຶກບໍ່ສົດຊື່ນເຖິງແມ່ນວ່ານອນເຕັມທີ່ຕະຫຼອດຄືນ

3 ຮູ້ສຶກບໍ່ແຂງແຮງຄືແຕ່ກ່ອນ

4 ນ້ຳໜັກເພີ່ມຂຶ້ນ ຫຼື ບໍ່ສາມາດຄວບຄຸມນ້ຳໜັກໄດ້

5 ຫຼົງລືມຫຼາຍຂຶ້ນເລື້ອຍໆ

6 ເຈັບປວດຕາມຮ່າງກາຍ ປວດຫຼັງ ປວດຂໍ້

7 ນອນບໍ່ຫຼັບ ຫຼື ນອນຫຼັບບໍ່ສະໜິດ

8 ອາລົມຕຶງຄຽດ ກະວົນກະວາຍ ຫຼື ວິຕົກກັງວົນ

9 ຄວາມຕ້ອງການທາງເພດ ແລະ ສະມັດຖະພາບທາງເພດຫຼຸດລົງ.

May be an image of 2 people

ອາການເຫຼົ່ານີ້ເປັນອາການຂອງຄວາມຊະລາ ແມ່ນວ່າໃນອະດີດເຮົາອາດຈະເຄີຍຖືກສອນໃຫ້ຍອມຮັບສະພາບວ່າເປັນອາການຕາມໄວ ແຕ່ໃນປັດຈຸບັນດ້ວຍເຕັກໂນໂລຊີທາງການແພດສະໄໝໃໝ່ ເຮົາບໍ່ຈຳເປັນຕ້ອງຍອມຮັບສະພາບອີກຕໍ່ໄປ.

ແອນໄທ – ເອັດຈິ້ງ ເປັນສາດທີ່ກ່ຽວຂ້ອງກັບການຊະລໍໄວ ແລະ ເຮັດໃຫ້ສຸຂະພາບຮ່າງກາຍແຂງແຮງຍິ່ງຂຶ້ນ ໂດຍການໃຫ້ຮໍໂມນທົດແທນການເສີມສານອາຫານເພື່ອຕ້ານອະນຸມູນອິດສະຫຼະ ການເສີມວິຕາມິນ ແລະ ແຮ່ທາດໃຫ້ຮ່າງກາຍ ການໃຊ້ເຊວບຳບັດ ແລະ ການບໍລິການທາງການແພດດ້ານອື່ນໆ.

May be a closeup of one or more people and jewelry

ເນື່ອງຈາກຄວາມເສື່ອມຂອງຮ່າງກາຍ ມີທີ່ມາຈາກຫຼາກຫຼາຍສາເຫດ ທັງຈາກພາວະຊີວະເຄມີບໍ່ສົມດຸນ, ລະດັບຮໍໂມນທີ່ຫຼຸດລົງ, ຂາດສານອາຫານ, ສະເຕັມເຊວເຮັດວຽກໄດ້ໜ້ອຍລົງ, ເທໂລເມຍກໍສັ້ນລົງ, ໂປຣແກມຊະລໍໄວຈຶ່ງຄວບຄຸມການປິ່ນປົວທັງໃນສ່ວນຂອງພາວະການເຮັດວຽກຂອງຮ່າງກາຍ ສານອາຫານ ວິຕາມິນ ແຮ່ທາດທີ່ບໍ່ສົມດຸນ ເພື່ອຊະລໍຄວາມສ່ຽງໃນການເກີດພະຍາດ ລວມເຖິງແກ້ໄຂບັນຫາສຸຂະພາບທີ່ເກີດຈາກຄວາມເສື່ອມຕາມໄວ.

ສຳລັບທ່ານທີ່ສົນໃຈໃນເລື່ອງຂອງການຊະລໍໄວ ມີຫຼັກການຊະລໍໄວດ້ວຍວິທີການງ່າຍໆມາຝາກກັນ ສາມາດເຮັດໄດ້ຕາມຫຼັກ 5 ອ ຕໍ່ໄປນີ້:

May be a closeup of 1 person

1 ອ. ອາກາດ: ພະຍາຍາມຢູ່ໃນບ່ອນທີ່ມີອາກາດບໍລິສຸດ, ຫຼີກລ່ຽງລັງສີຢູວີເອ – ຢູວີບີ ໃນແສງແດດ, ຄວັນຢາສູບ, ຄວັນຈາກທໍ່ລົດໃຫຍ່ ລວມເຖິງຫາເວລາໄປພັກຜ່ອນຮັບອາກາດບໍລິສຸດນອກເມືອງແດ່.

2 ອ. ອາຫານ: ຄວນຮັບປະທານໃຫ້ຄົບ 5 ໝູ່ ປ່ຽນກຸ່ມອາຫານໃຫ້ຫຼາກຫຼາຍ ຫຼີກລ່ຽງອາຫານທີ່ມີແປ້ງ ແລະ ໄຂມັນສູງ.

3 ອ. ອອກກຳລັງກາຍ: ການອອກກຳລັງກາຍຄວນເຮັດຢ່າງສະໝ່ຳສະເໝີ ຢ່າງໜ້ອຍອາທິດລະ 150 ນາທີ ໂດຍການເຕັ້ນແອໂຣບິກ, ແລ່ນ, ລອຍນ້ຳ ຫຼື ການແລ່ນເບົາໆ ( ຈ໊ອກກິ້ງ ) ຈະຊ່ວຍກະຕຸ້ນເລືອດລົມ ເຮັດໃຫ້ຫົວໃຈແຂງແຮງ ລວມເຖິງໂຍຄະ ເຊິ່ງຈະຊ່ວຍໃຫ້ຂໍ້ຕໍ່ ແລະ ກ້າມຊີ້ນມີການຢືດຢຸ່ນທີ່ດີ ແລະ ການຍົກເວດ ດ້ວຍນ້ຳໜັກທີ່ເໝາະສົມ ຈະຊ່ວຍເລື່ອງມວນກ້າມຊີ້ນໃຫ້ແຂງແຮງ ປ້ອງກັນກະດູກບາງ.

4 ອ. ອາລົມດີ: ການຄິດບວກ ປັບວິທີຄິດ ນັ່ງສະມາທິຈະຊ່ວຍຄື້ນໃນສະໝອງໄດ້ຫຼັບສະໜິດ.

5 ອ. ແອນໄທ – ເອັດຈິ້ງ: ອ. ສຸດທ້າຍ ໃຊ້ຕໍ່ເມື່ອຮ່າງກາຍມີອາການເສື່ອມໃນອາຍຸທີ່ຫຼາຍແລ້ວ ເຮົາຈຳເປັນຕ້ອງໃຊ້ເຕັກໂນໂລຊີທາງການແພດ ແລະ ທີມແພດຜູ້ຊ່ຽວຊານເປັນຜູ້ໃຫ້ການປິ່ນປົວ ຊະລໍບໍ່ໃຫ້ສຸຂະພາບເສື່ອມຖອຍ ຊ່ວຍຟື້ນຟູໃຫ້ແຂງແຮງຂຶ້ນອີກສ່ວນໜຶ່ງ.

ທີ່ມາ: https://www.sanook.com/health/29225/