ມື້ນີ້ ສປປ ລາວເຮົາ ກວດພົບສາຍພັນເດວຕ້າ ເທື່ອທຳອິດ ຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ

779

ທ່ານດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ30 ມິຖຸນາ 2021ວ່າ:ວັນທີ 29 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1.524 ຄົນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 20 ຄົນ; ໃນນີ້ຈາກສະຫວັນນະເຂດ 9 ຄົນ, ຈຳປາສັກ 6 ຄົນ, ແຂວງວຽງຈັນ 4 ຄົນ ແລະ ຄຳມ່ວນ 1 ຄົນ.

ສຳລັບ ແຂວງວຽງຈັນ 4 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.ສ່ວນ ສະຫວັນນະເຂດ 9 ຄົນ, ຄຳມ່ວນ 1 ຄົນ ແລະ ຈຳປາສັກ 6 ຄົນ (ໃນນັ້ນ 3 ຄົນ ແມ່ນກວດພົບສາຍພັນເດວຕ້າ), ທັງໝົດ 16 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.


ມື້ນີ້ ສປປ ລາວເຮົາ ໄດ້ກວດພົບສາຍພັນເດວຕ້າ ເທື່ອທຳອິດ ຈາກແຮງງານລາວ 3 ຄົນ ທີ່ກັບມາຈາກປະເທດເພື່ອນບ້ານ ເຊິ່ງສາຍພັນດັ່ງກ່າວ ແມ່ນກຳລັງລະບາດໃນຫຼາຍປະເທດທົ່ວໂລກ, ສາມາດຕິດເຊື້ອໄດ້ງ່າຍ ແລະ ເສຍຊີວິດໄວກວ່າເກົ່າ.

ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງເຂັ້ມງວດໃນການກວດກາ, ລາດຕະເວນ ຮັບປະກັນບໍ່ໃຫ້ມີຜູ້ລັກລອບເຂົ້າມາ ສປປ ລາວ ຕາມຊ່ອງທາງທຳມະຊາດ, ຖ້າຫາກທ່ານພົບເຫັນ ໃຫ້ຮີບຮ້ອນລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຈະໄດ້ນຳພວກກ່ຽວເຂົ້າໄປຈຳກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ພ້ອມທັງ ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ສາຍພັນ.

ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຄັ່ງຄັດ ເປັນຕົ້ນແມ່ນ ການດຳລົງຊີວິດປົກກະຕິແບບໃໝ່, ການຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວເຫຼົ້າ 70 % ຂຶ້ນໄປ, ຫຼີກລ້ຽງການເດີນທາງໄປສະຖານທີ່ ທີ່ມີຄວາມສ່ຽງ.

ຖ້າຫາກທ່ານຮູ້ສຶກບໍ່ສະບາຍ ຫຼື ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເດີນທາງໄປຍັງສະຖານທີ່ ທີ່ຜູ້ຕິດເຊື້ອເດີນທາງໄປ ໃຫ້ທ່ານຮີບຮ້ອນໄປພົບແພດ ເພື່ອເກັບຕົວຢ່າງກວດຊອກຫາເຊື້ອ ແລະ ຈຳກັດບໍລິເວນຕົນເອງ 14 ວັນ ເຊິ່ງການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ຢູ່ໃນຊຸມຊົນ, ຄອບຄົວ, ໝູ່ເພື່ອນ ແລະ ຄົນອ້ອມຂ້າງ.