5ເດືອນ ຍອດສົງອອກບັນລຸ 2,4 ຕື້ກວ່າໂດລາ ໃນນີ້ສົ່ງອອກໄປຈີນກວມເກືອບເຄິ່ງ

1146

5 ເດືອນຕົ້ນປີ 2021 ການສົ່ງອອກຂອງສປປລາວບັນລຸ 2,4ຕື້ກວ່າໂດລາ ປະເທດສົ່ງອອກຫຼັກແມ່ນ ສປຈີນ ມູນຄ່າ1ຕື້ກວ່າກີບ ຮອງມາແມ່ນ ຫວຽດນາມ ແລະໄທ.ສິນຄ້າສົ່ງອອກຫຼັກມີ ຄຳປະສົມ, ມັນຕົ້ນ, ແຮ່ທອງ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ກາເຟ ແລະ ຢ່າງພາລາ.

ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ໃຫ້ຮູ້ວ່າ:ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ 5 ເດືອນ ປີ 2021 ບັນລຸ4.914ລ້ານໂດລາ ໃນນີ້ການສົ່ງອອກ2.445ລ້ານໂດລາ ແລະ ນຳເຂົ້າ2.469ລ້ານໂດລາ ຂາດດຸນການຄ້າ 24ລ້ານໂດລາ. ປະເທດທີ່ສົ່ງອອກຫຼັກແມ່ນຈີນ ມີມູນຄ່າ1ຕື້ກວ່າໂດລາ ຮອງມາຫວຽດນາມ519ລ້ານໂດລາ ແລະ ໄທ 420ລ້ານໂດລາ.ສ່ວນການນຳເຂົ້າຫຼັກແມ່ນຈາກໄທ ຮອງມາແມ່ນຈີນ ແລະ ຫວຽດນາມ.

ສິນຄ້າສົ່ງອອກຫຼັກມີ ຄຳປະສົມ(ຄຳແທ່ງ)401ລ້ານໂດລາ ຮອງມາແມ່ນມັນຕົ້ນ200ລ້ານໂດລາ, ແຮ່ທອງ194ລ້ານໂດລາຕໍ່ມາກໍແມ່ນໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ກາເຟ ແລະ ຢ່າງພາລາ. ສ່ວນສິນຄ້ານຳເຂົ້າຫຼາຍກວ່າໝູ່ມີ ພາຫະນະທາງບົກ206ລ້ານໂດລາ,ຮອງມາແມ່ນນໍ້າມັນກາຊວນ194ລ້ານໂດລາ,ອຸປະກອນກົນຈັກໜັກ ແລະ ເຫຼັກ(ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ).
ສະເພາະມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ພຶດສະພາ ປີ 2021 ບັນລຸໄດ້ປະມານ 904 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 425 ລ້ານໂດລາ, ມູນຄ່າການນໍາເຂົ້າ ມີປະມານ 479 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 54 ລ້ານໂດລາ.

ສິນຄ້າສົ່ງອອກຫຼັກປະກອບມີແຮ່ທອງ ມູນຄ່າ 26 ລ້ານໂດລາ, ໝາກກ້ວຍ ມູນຄ່າ 17 ລ້ານໂດລາ, ຄໍາປະສົມ (ຄຳແທ່ງ) ມີມູນຄ່າ59 ລ້ານໂດລາ, ມັນຕົ້ນ ມີມູນຄ່າ 6 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ມີມູນຄ່າ 11 ລ້ານໂດລາ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ມີມູນຄ່າ 10 ລ້ານໂດລາ, ນໍ້າຕານ 3 ລ້ານໂດລາ, ຢາງພາລາ 10 ລ້ານໂດລາ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ…) ມູນຄ່າ 4 ລ້ານໂດລາ ແລະ ໄມ້ແປຮູບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ມີມູນຄ່າປະມານ 2 ລ້ານໂດລາ.

ສິນຄ້ານໍາເຂົ້າຫຼັກ ມີພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າປະມານ 45 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 19 ລ້ານໂດລາ, ນ້ຳມັນກາຊວນ 37 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 35 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 23 ລ້ານໂດລາ ແລະ ສິນຄ້າອື່ນໆອີກ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກໃນເດືອນພຶດສະພາ ມີ ຈີນ 168 ລ້ານໂດລາສະຫະລັດ, ຫວຽດນາມ 106 ລ້ານໂດລາ, ໄທ 60 ລ້ານໂດລາ, ສະວິດເຊີແລນ 17 ລ້ານໂດລາແລະ ເຢຍລະມັນ 7 ລ້ານໂດລາ. ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີ ໄທ 227 ລ້ານໂດລາສະຫະລັດ, ຈີນ 117 ລ້ານໂດລາ, ຫວຽດນາມ 39 ລ້ານໂດລາ, ຢີ່ປຸ່ນ 16 ລ້ານໂດລາ ແລະ ສ ອາເມລິກາ 31 ລ້ານໂດລາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.