ກວດເບິ່ງເຂດສ່ຽງ ຈາກການເດີນທາງໄປຂອງກໍລະນີຕິດເຊື້ອໃໝ່ ຢູ່ນະຄອນຫລວງວຽງຈັນ

449

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ27 ມິຖຸນາ 2021ວ່າ: ວັນທີ 26 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1. 354 ຄົນ ກວດພົບຜູ້ຕິດເຊື້ອທັງໝົດ 10 ຄົນ, ຈາກນະຄອນຫຼວງ 1 ຄົນ, ສະຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4 ຄົນ. ເຮັດໃຫ້ມາຮອດປັດຈຸບັນມີກໍລະນີຕິດເຊື້ອສະສົມ2.110 ຄົນ, ປິ່ນປົວຫາຍດີສະສົມ1.986ຄົນ(ໃໝ່14 ຄົນ), ກຳລັງປິ່ນປົວ121ຄົນ

ສຳລັບນະຄອນຫຼວງວຽງຈັນ 1 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ. ສ່ວນ ແຂວງສະຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

ການເຄື່ອນໄຫວຂອງກໍລະນີຕິດເຊື້ອໃໝ່ 1ຄົນ ຢູ່ໃນນະຄອນຫຼວງວຽງຈັນມີດັ່ງນີ້ – ວັນທີ 23-31/05/2021 ຜູ້ກ່ຽວ ຢູ່ບ້ານ ແລະ ມີແຕ່ໄປຕະຫລາດອົດຊີໃນບາງຄັ້ງຄາວ
– ວັນທີ 01-12/06/2021 ຜູ້ກ່ຽວ ຢູ່ບ້ານ ແຕ່ກໍໄດ້ໄປຕະຫລາດສີເກີດ ໃນບາງຄັ້ງຄາວ
– ວັນທີ 13/06/2021 ຫ້ອງການໄດ້ໃຫ້ພະນັກງານກວດໂຄວິດ-19 ຜົນອອກແມ່ນເປັນລົບ
– ວັນທີ 14-16/06/2021 ຜູ້ກ່ຽວ ໄດ້ຢູ່ເຮືອນກັບຄອບຄົວ (ມີລູກ, ຫລານ, ອ້າຍ, ເອື້ອຍໄພ້ ແລະ ລູກຂອງອ້າຍ 2 ຄົນ)
– ເວລາ 10:00-10:30 ໂມງຂອງ ວັນທີ 17/06/2021 ຜູ້ກ່ຽວ ໄດ້ໄປຊື້ນົມຢູ່ເຈມາກ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ແລະ ເວລາ 11:00-12:00 ໂມງ ກໍໄດ້ໄປຊື້ເຄື່ອງຢູ່ຕະຫລາດຂົວດິນ


– ວັນທີ 18-20/06/2021 ຜູ້ກ່ຽວ ໄດ້ໄປຫາຄອບຄົວ (ສາມີ) ຢູ່ບ້ານໂພນເງິນ ເມືອງໂພນໂຮງ, ແຂວງວຽງຈັນ
– ວັນທີ 21/06/2021 ໄດ້ເດີນທາງກັບຈາກແຂວງວຽງຈັນ ຫາບ້ານສີເກີດ ແລະ ກໍຢູ່ແຕ່ເຮືອນ
– ວັນທີ 22/06/2021 ຜູ້ກ່ຽວ ຮູ້ສຶກເມື່ອຍ ແລະ ປວດຕາມຕົນໂຕ ແລະ ຢູ່ແຕ່ເຮືອນບໍ່ໄດ້ໄປໃສ
– ວັນທີ 23/06/2021 ຜູ້ກ່ຽວ ຮູ້ສຶກເປັນຫວັດໜ້ອຍໜຶ່ງ ແຕ່ໄດ້ກິນຢາດີຫວັດ ແລະ ພັກຜ່ອນ ຢູ່ເຮືອນ
– ວັນທີ 24/06/2021 ຜູ້ກ່ຽວ ຢູ່ເຮືອນຕາມປົກກະຕິ ແລະ ມີພີ່ນ້ອງມາເອົາເສື້ອນຳ
– ວັນທີ 25/06/2021 ຜູ້ກ່ຽວ ຢູ່ເຮືອນຕາມປົກກະຕິ ແລະ ຮູ້ສຶກມີອາການໄອແຫ້ງເລັກຫນ້ອຍ
– ເວລາ 10:00-10:15 ໂມງຂອງວັນທີ 26/06/2021 ຕອນເຊົ້າໄດ້ໄປກວດໂຄວິດກວດແລ້ວໄດ້ໄປຊື້ກາເຟຮ້ານເບຊິກແລ້ວກັບບ້ານ


ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອ ໃໝ່ຢູ່ນະຄອນຫຼວງວຽງຈັນທີ່ໄດ້ເດີນທາງໄປ
– ວັນທີ 23-31/05/2021 ໄດ້ໄປຕະຫລາດອົດຊີໃນບາງຄັ້ງຄາວ (ບໍ່ຈື່ວັນທີຊັດເຈນທີ່ໄດ້ໄປ)
– ວັນທີ 01-12/06/2021ໄດ້ໄປຕະຫລາດສີເກີດ ໃນບາງຄັ້ງຄາວ (ບໍ່ຈື່ວັນທີຊັດເຈນທີ່ໄດ້ໄປ)
– ເວລາ 10:00-10:30 ໂມງຂອງ ວັນທີ 17/06/2021 ໄດ້ໄປຊື້ນົມຢູ່ເຈມາກ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ແລະ ເວລາ 11:00-12:00 ໂມງ ໄປຊື້ເຄື່ອງຢູ່ຕະຫລາດຂົວດິນ
– ວັນທີ 18-20/06/2021 ໄປຫາຄອບຄົວ (ສາມີ) ຢູ່ບ້ານໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນ
– ເວລາ 10:00-10:15 ໂມງຂອງວັນທີ 26/06/2021ໄປຊື້ກະເຟຮ້ານເບຊິກ

ປັດຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 12 ບ້ານ ໃນ 5 ເມືອງ ຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊທານີ, ສີໂຄດຕະບອງ ແລະ ໄຊເສດຖາ. ສຳລັບ ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ປະຈຳວັນທີ 27 ມິຖຸນາ 2021 (ບໍ່ມີ). ສຳລັບ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ ມີ 2 ບ້ານ ຄື: ບ້ານທົ່ງຕູມ ເມືອງຈັນທະບູລີ ແລະ ບ້ານຕານມີໄຊ ເມືອງ ໄຊທານີ.