6 ເດືອນຕົ້ນປີ ແຂວງຄຳມ່ວນ ປະຕິບັດການຈັດເກັບລາຍຮັບໄດ້ 332 ຕື້ກວ່າກີບ

301

6ເດືອນຕົ້ນປີ2021 ແຂວງຄຳມ່ວນ ເກັບລາຍຮັບໄດ້ທັງໝົດ 332 ຕື້ກວ່າກີບ ເທົ່າກັບ 44,03% ຂອງແຜນການ, ສວ່ນຈ່າຍປະຕິບັດໄດ້187 ຕື້ກວ່າກີບ.

ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງໆ ຄຳມ່ວນ, ທັງເປັນຫົວໜ້າພະແນກການເງິນແຂວງ ລາຍງານຕໍ່ກອງປະຊຸມສະຫລຸບວຽກງານການຈັດຕັ້ງພັກ ແລະ ວຽກງານວິຊາສະເພາະໄລຍະ 6 ເດືອນ 2021ວ່າ: ແຜນເກັບລາຍຮັບເຂົ້າງົບປະມານປີ2021 ແມ່ນ 756,18 ຕື້ກີບ, 6ເດືອນສາມາດປະຕິບັດການຈັດເກັບລາຍຮັບໄດ້ທັງໝົດ 332,98 ຕື້ກີບ ເທົ່າກັບ 44,03% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີ2020 ແມ່ນເພີີ່ມຂຶ້ນ 55,03 ຕື້ກີບ ຫລື ເທົ່າກັບ 19,79%, (ພູດສູນກາງປະຕິບັດໄດ້ 39,64% ແລະ ພູດ ທ້ອງຖິ່ນປະຕິບັດໄດ້ 50,51%).

ດ້ານລາຍຈ່າຍ ແຜນປີ 482,79 ຕື້ກີບ ປະຕິບັດໄດ້ 187,44 ຕື້ກີບ ເທົ່າກັບ 38,82% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນຫລຸດລົງ 11,04 ຕື້ກີບ ຫລື ເທົ່າກັບ 5,89%. ສາມາດເບີກຈ່າຍເງິນເດືອນໃຫ້ພະນັກງານ – ລັດຖະກອນຂັ້ນແຂວງ ແລະ ຂັ້ນເມືອງໄດ້ເປັນປົກກະຕິ, ສ່ວນເງິນບໍລິຫານ ແລະ ຮ່ວງອື່ນໆ ກໍໄດ້ສືບຕໍ່ແກ້ໄຂຕາມເງື່ອນໄຂຄວາມຈໍາເປັນ ແລະ ຄວາມສາມາດໃນການສະໜອງໄດ້.

ພ້ອມດຽວກັນນັ້ນຍັງຍົກໃຫ້ເຫັນບັນຫາດ້ານອ່ອນຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີຈຸດດີ – ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ຕະຫລອດຮອດທິດທາງແຜນການ 6 ເດືອນທ້າຍ ແລະ ໝົດປີ 2021 ດ້ານລາຍຮັບທັງໝົດຄາດຄະເນຈະໄດ້ 658,45 ຕື້ກີບ ເທົ່າກັບ 87,07%; ໃນນັ້ນ, ລາຍ ຮັບສູນກາງຄາດວ່າຈະໄດ້ 380,68 ຕື້ກີບ ເທົ່າກັບ 84,48% ແລະ ລາຍຮັບທ້ອງຖິ່ນ 227,76 ຕື້ກີບ ເທົ່່າກັບ 90,89%, ດ້ານລາຍຈ່າຍຄາດວ່າປະຕິບັດໄດ້ 100%.

ກອງປະຊຸມສະຫລຸບວຽກງານການຈັດຕັ້ງພັກ ແລະ ສະຫລຸບວຽກງານການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໄດ້ຈັດຂຶ້ນໃນວັນທີ 22 ມີຖຸນາ 2021 ທີ່ພະແນກການເງິນແຂວງຄຳມ່ວນ. ມີບັນດາທ່ານໃນຄະນະພັກ, ຄະນະພະແນກ, ບັນດາຫົວໜ້າຫ້ອງການ – ການເງິນປະຈໍາເມືອງ, ພ້ອມດ້ວຍສະມາຊິກພັກ, ພະນັກງານພາຍໃນພະແນກເຂົ້າຮ່ວມ.