ກະຊວງ ກະສິກໍາ ແລະ ປ່າໄມ້ຕັ້ງເປົ້າປູກເຂົ້ານາປີ 706.300 ເຮັກຕາ ໂດຍອອກຄຳສັ່ງ 11 ຂໍ້ ເພີ່ມທະວີຄວາມຮັບຜິດຊອບກຽມຄວາມພ້ອມເຂົ້າສູ່ການຜະລິດ

756

ກະຊວງກະສິກໍາ ແລະ ປ່າໄມ້ ຕັ້ງເປົ້າປູກເຂົ້ານາປີປີນີ້ ໃຫ້ໄດ້ 706.300 ເຮັກຕາ ຜົນຜະລິດ 2.942.100 ໂຕນ, ເຂົ້າໄຮ່ໃຫ້ໄດ້ 88.730 ເຮັກຕາ ຜົນຜະລິດ 180.000 ໂຕນ; ສ່ວນພືດສະບຽງອາຫານ ແລະ ພືດສິນຄ້າອື່ນໆ ໃຫ້ໄດ້ປະມານ 589.000 ເຮັກຕາ ຜົນຜະລິດ 7.772.000 ໂຕນ.


ໂດຍໄດ້ອອກຄໍາສັ່ງ ເລກທີ 0739/ກປ ລົງວັນທີ 16 ມິຖຸນາ 2021 ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບໃນການກະກຽມຄວາມພ້ອມຮອບດ້ານເຂົ້າສູ່ການຜະລິດລະດູຝົນ ປີ 2021 ໂດຍອອກຄໍາສັ່ງ 11 ຂໍ້ດັ່ງນີ້.
1. ໃຫ້ກົມປູກຝັງ ແລະ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ເປັນເຈົ້າການສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ເອົາໃຈໃສ່ລົງຊຸກຍູ້ປະຊາຊົນ ເຮັດການຜະລິດລະດູຝົນ 2021 ໃຫ້ບັນລຸຕາມແຜນການ ໂດຍຖືເອົາຂະບວນການນີ້ ຕິດພັນກັບຂະບວນການແຂ່ງຂັນລວມ ພາຍໃຕ້ຄໍາຂວັນ “ຮັກຊາດ ແລະພັດທະນາ”


2. ໃຫ້ກົມແຜນການ ແລະ ການເງິນ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ແລະ ກົມຊົນລະປະທານ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ກໍານົດຕົວເລກຄາດໝາຍສູ້ຊົນໃຫ້ຈະແຈ້ງ ພ້ອມທັງກຳນົດຈຸດສຸມຜະລິດສະບຽງອາຫານ ເພື່ອສະໜອງພາຍໃນ ແລະ ຜະລິດເປັນສິນຄ້າສົ່ງອອກ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນ, ລວມທັງປັດໄຈການຜະລິດ, ແນວພັນພືດ-ສັດ-ສັດນ້ຳ, ການເຂົ້າຫາແຫຼ່ງທຶນຂອງຊາວກະສິກອນ ແລະ ຜູ້ປະກອບການ ເພື່ອກະກຽມແນວພັນພືດລະດູຝົນໃຫ້ພຽງພໍ ສາມາດສະໜອງແນວພັນທີ່ດີ ໃຫ້ຊາວກະສິກອນໄດ້ຢ່າງພຽງພໍ ພ້ອມທັງມີສ່ວນແຮໄວ້. ນອກຈາກນັ້ນ, ກໍຕ້ອງກະກຽມຄວາມພ້ອມໃນການສະໜອງນ້ໍາຊົນລະປະທານໃຫ້ແກ່ພື້ນທີ່ການຜະລິດ ແລະ ວາງແຜນລະບາຍນໍ້າຢ່າງເປັນລະບົບ ໃນກໍລະນີເກີດເຫດການສຸກເສີນ ເຊັ່ນ: ໄພແຫ້ງແລ້ງ ຫຼື ນ້ໍາຖ້ວມ.


3. ໃຫ້ກົມປູກຝັງ ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ກໍານົດຄວາມຕ້ອງການຝຸ່ນ, ປຸ໋ຍ, ຢາປາບສັດຕູພືດ, ອຸປະກອນການຜະລິດ ໄປພ້ອມໆກັບ ການສືບຕໍ່ເຝົ້າລະວັງການລະບາດ ຂອງພະຍາດພືດ, ສັດຕູພືດ ເປັນຕົ້ນ ຕັກແຕນຝູງໄມ້ປ່ອງ, ບົ້ງຝູງສາລີ, ພະຍາດຫ່ຽວເຫຼືອງກ້ວຍ, ເພ້ຍແປ້ງມັນຕົ້ນ ເພື່ອສະກັດກັ້ນ ແລະ ຄວບຄຸມໄດ້ຢ່າງທັນການ. ນອກນັ້ນ, ໃຫ້ເຂັ້ມງວດການນຳໃຊ້ມາດຕະການສະກັດກັ້ນການຄ້າ-ຂາຍ ແລະ ນໍາເຂົ້າ ພືດແບບບໍ່ຖືກຕ້ອງ ຕາມຊາຍແດນລະຫວ່າງຊາດ ຢ່າງເຂັ້ມງວດ.


4. ໃຫ້ກົມລ້ຽງສັດ ແລະ ການປະມົງ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ກໍານົດຄວາມຕ້ອງການອຸປະກອນການຜະລິດ, ອາຫານສັດ ແລະ ຢາປິ່ນປົວພະຍາດສັດໄປພ້ອມໆກັບການສືບຕໍ່ເຝົ້າລະວັງການລະບາດຂອງພະຍາດສັດ ພະຍາດຜິວໜັງອັກເສບຕິດຕໍ່ (Lumpy Skin Disease), ພະຍາດປາກເປື່ອຍລົງເລັບ ງົວ ຄວາຍ ແກະ ແບ້, ພະຍາດເຕົ້າໂຮມເລືອດງົວ-ຄວາຍ, ພະຍາດອະຫິວາໝູອາຟຣິກາ, ພະຍາດຫູກໍ່າໝູ່ (PRRS) ແລະ ພະຍາດໄຂ້ຫວັດສັດປີກສາຍພັນໃໝ່ H5N6, H7N9 ແລະ ສາຍພັນ H5N1 ເພື່ອສະກັດກັ້ນແລະ ຄວບຄຸມໄດ້ຢ່າງທັນການ. ນອກນັ້ນ, ໃຫ້ເຂັ້ມງວດ ການນໍາໃຊ້ມາດຕະການສະກັດກັ້ນການຄ້າ-ຂາຍ ແລະ ນໍາເຂົ້າສັດແບບບໍ່ຖືກຕ້ອງຕາມຊາຍແດນລະຫວ່າງຊາດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດສັດ, ປຸກລະດົມຂະບວນການສັກຢາປ້ອງກັນພະຍາດສັດ ໃຫ້ກວມອັດຕາເປັນສ່ວນຫຼາຍ ໂດຍສະເພາະເຂດທີ່ມີການລະບາດຂອງພະຍາດ; ກໍານົດເຂດຈຸດສຸມ ແລະ ສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າ ໂດຍການພັດທະນາສາຍພັນງົວ ເປັນງົວລູກປະສົມ ເພື່ອລ້ຽງໃຫ້ໄດ້ທັງນ້ໍາໜັກ ແລະ ຄຸນນະພາບຊີ້ນທີ່ດີ ໄດ້ຕາມມາດຕະຖານທີ່ຕະຫຼາດຕ້ອງການ ແລະ ພ້ອມກັນນັ້ນ, ກໍ່ສົ່ງເສີມໃຫ້ປູກພືດອາຫານສັດ, ນຳໃຊ້ສິ່ງເສດເຫຼືອຈາກການປູກຝັງ ແລະ ຈາກອຸດສະຫະກຳປຸງແຕ່ງ ເພື່ອຜະລິດເປັນອາຫານສັດໃຫ້ພຽງພໍ.


5. ໃຫ້ກົມລ້ຽງສັດ ແລະ ການປະມົງ ແລະ ສູນຄົ້ນຄວ້າການປະມົງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສົມທົບກັບພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ກໍານົດຕົວເລກຄາດໝາຍສູ້ຊົນໃຫ້ຈະແຈ້ງ ພ້ອມທັງກໍານົດຈຸດສຸມຜະລິດ ແນວພັນສັດ ແລະ ສັດນ້ໍາ ເພື່ອສະໜອງພາຍໃນ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນ, ສາມາດສະໜອງແນວພັນສັດນ້ໍາທີ່ດີ ໃຫ້ຊາວກະສິກອນ ໃນລະດູຝົນ ລວມທັງກະກຽມແນວພັນປາໃຫ້ຂະບວນການປ່ອຍປາ ໃນວັນປ່ອຍປາ ແຫ່ງຊາດ ແລະ ວັນອານຸລັກ ສັດນ້ຳ ແລະ ສັດປ່າແຫ່ງຊາດ ປະຈຳປີ 2021 ໄດ້ຢ່າງພຽງພໍ ພ້ອມທັງມີສ່ວນແຮໄວ້ ໃນກໍລະນີເກີດເຫດການສຸກເສີນ ເຊັ່ນ: ໄພແຫ້ງແລ້ງ ຫຼື ນ້ຳຖ້ວມ.
6. ໃຫ້ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ເອົາໃຈໃສ່ຫັນເອົາວິຊາການຂອງຕົນ ລົງຊ່ວຍດ້ານເຕັກນິກວິຊາການ ໃຫ້ແກ່ບັນດາຈຸດສຸມກຸ່ມບ້ານ ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ເພື່ອນໍາພາປະຊາຊົນເຮັດການຜະລິດຕົວຈິງ, ພ້ອມທັງໂຄສະນາເຜີຍແຜ່ເຕັກນິກໃໝ່ໆ ແລະ ແນະນຳການນໍາໃຊ້ກົນຈັກເຂົ້າຊ່ວຍ ໃນການຜະລິດ ແລະ ການເກັບກ່ຽວ ສຳລັບບ່ອນທີ່ມີເງື່ອນໄຂເພື່ອຫຼຸດຜ່ອນແຮງງານ ແລະຕົ້ນທຶນການຜະລິດ.


7. ໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກຈຸດສຸມ ແລະ ເລັ່ງດ່ວນເຊັ່ນ: ກຳນົດເຂດຈຸດສຸມຕົວແບບ ລວມທັງບ້ານຈຸດສຸມພັດທະນາ ເພື່ອສຸມໃສ່ການຜະລິດສະບຽງອາຫານ ແລະ ເປັນສິນຄ້າ ປ້ອນໂຮງງານ ແລະ ສົ່ງອອກຕ່າງປະເທດ ໃຫ້ຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ ໂດຍມີການນໍາໃຊ້ແນວພັນດີ, ເໝາະກັບພື້ນທີ່ການຜະລິດ ແລະ ສາມາດໃຫ້ຜົນຜະລິດສູງ, ນຳໃຊ້ເຕັກນິກກະເສດສຸມ ຢ່າງຖືກຕ້ອງ ຕິດພັນກັບການນໍາໃຊ້ກົນຈັກເຂົ້າຊ່ວຍ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ; ຫັນເອົາພະນັກງານວິຊາການ ລົງນໍາພາຊາວກະສິກອນ ເຮັດການຜະລິດຕົວຈິງ ໃຫ້ສໍາເລັດຕາມລະດູການໂດຍສະເພາະພື້ນທີ່ໆຕ້ອງເອົາໃຈໃສ່ເປັນພິເສດເຊັ່ນ: ນາເຂດທີ່ຫ່າງໄກສອກຫຼີກ ຫຼື ບໍ່ມີຊົນລະປະທານ, ນາເຂດຕໍ່າ ແລະ ນໍ້າຂັງ, ເຂດທີ່ມີນ້ໍາຊົນລະປະທານ ແມ່ນຕ້ອງໃຫ້ຄຳແນະນໍາທາງດ້ານເຕັກນິກ; ສົມທົບກັບພາກສ່ວນ ທະນາຄານ, ການເງິນຈຸລະພາກ ເພື່ອຊ່ວຍເຈລະຈາອັດຕາດອກເບ້ຍເງິນກູ້ ສົມເຫດສົມຜົນ ແລະ ຜ່ອນຜັນ ຊ່ວຍຍູ້ໜູນການຜະລິດ ຂອງຊາວກະສິກອນໃຫ້ຫຼາຍຂຶ້ນ, ພ້ອມກັນນັ້ນ, ກໍ່ໃຫ້ສົມທົບກັບກຸ່ມຜູ້ປະກອບການ, ພໍ່ຄ້າ ເພື່ອຊອກຫາຕະຫຼາດທີ່ໝັ້ນຄົງ ໃຫ້ແກ່ຊາວກະສິກອນ ຜະລິດແລ້ວໃຫ້ມີບ່ອນຈຳໜ່າຍ.


8. ໃຫ້ ກົມຊົນລະປະທານ ແລະ ກົມແຜນການ ແລະ ການເງິນ ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ຕິດຕາມຂ່າວສານ ພະຍາກອນອາກາດ ແລະ ກະກຽມແຜນຮັບມື ຕ້ານແລ້ງ-ຕ້ານຖ້ວມ ກັບໄພພິບັດທາງທໍາມະຊາດ ທີ່ອາດເກີດຂຶ້ນໃນຊ່ວງລະດູຝົນ ທີ່ຈະມາເຖິງນີ້.
9. ໃຫ້ ກົມລ້ຽງສັດ ແລະ ການປະມົງ ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ກຳນົດເຂດຈຸດສຸມ ແລະ ສົ່ງເສີມການລ້ຽງສັດໃຫ່ຍເປັນສິນຄ້າ ໂດຍການພັດທະນາສາຍພັນງົວ ເປັນງົວລູັກປະສົມ ເພື່ອລ້ຽງໃຫ້ໄດ້ທັງນໍ້າ ໜັກ ແລະ ຄຸນນະພາບຊີ້ນທີ່ດີ ໄດ້ຕາມມາດຕະຖານທີ່ຕະຫຼາດຕ້ອງການ ແລະ ພ້ອມກັນນັ້ນ, ກໍ່ສົ່ງເສີມໃຫ້ປູກຫຍ້າຍັນຕ່າງໆ ເພື່ອຜະລິດເປັນອາຫານສັດໃຫ້ພຽງພໍ.
10. ມອບໃຫ້ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ ດໍາເນີນການກວດກາຄຸນນະພາບ ແລະ ມາດຕະຖານທາງດ້ານສຸຂະນາໄມພືດ ແລະ ສັດ ໃຫ້ໄດ້ຕາມມາດຖານຂອງປະເທດຄູ່ຄ້າ ສໍາລັບບັນດາ ພືດ ແລະ ສັດ ທີ່ຈະສົ່ງອອກ ແລະ ເອື້ອອໍານວຍຄວາມສະດວກໃນການຂຶ້ນທະບຽນສົ່ງອອກ ໃຫ້ບັນດາບໍລິສັດທີ່ມີເງື່ອນໄຂ;


11. ມອບໃຫ້ ບັນດາກົມ, ສະຖາບັນອ້ອມຂ້າງກະຊວງ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ອອກຄໍາແນະນໍາດ້ານວິຊາການ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ແລະ ໃຫ້ມີຜົນສໍາເລັດ, ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ໃຫ້ລາຍງານການນໍາ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບຊາບຢ່າງເປັນປົກກະຕິ ເພື່ອຫາວິທີແກ້ໄຂຢ່າງທັນການ.