ຈັນດາລີ ພຸດກຼາດ ສາວແພດ ຂໍຝາກຕົວກັບແຟນນາງງາມໃນເວທີທໍາອິດ Miss Teen Lao 2021

696

ທໍາຄວາມຮູ້ຈັກນັກສຶກສາແພດໄວໜ້າຮັກ ເວທີ Miss Teen Laos 2021 ຈັນດາລີ ພຸດກຼາດ ຫຼື ນາຕະລີ MTL145 ອາຍຸ 18 ປີ ສູງ 170 ຊັງຕີແມັດ ຈາກນະຄອນຫຼວງວຽງຈັນ ປັດຈຸບັນເປັນນັກສຶກສາທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ຄະນະແພດສາດ ປີທີ 2 ທັງເປັນນາງແບບ ແລະ ນັກສະແດງຂອງສັງກັດ first modeling Lao ແລະ ໃນຕອນນີ້ນ້ອງໄດ້ເຂົ້າຮອບ 50 ຄົນ ເປັນທີ່ຮຽບຮ້ອຍແລ້ວ.

May be an image of 1 person, standing and outdoors

ນາຕະລີ ໄດ້ໃຫ້ສໍາພາດວ່າ: ເຫດຜົນທີ່ຮຽນແພດ ເພາະວ່າມັກສ່ວນຕົວຕັ້ງແຕ່ນ້ອຍ ແລະ ໃຫຍ່ມາກັບເລື່ອງແພດໝໍເລື່ອງປິ່ນປົວຄົນເຈັບ ເພາະວ່າພໍ່ເປັນໝໍເລີຍເຮັດໃຫ້ເຫັນ ແລະ ເຂົ້າໃຈເຖິງອາຊີບນີ້ ເຮັດໃຫ້ຄົ້ນພົບຕົວເອງວ່າຢາກເປັນໝໍ ຢາກຊ່ວຍເຫຼືອຄົນເຈັບ ມີຄວາມສຸກເວລາທີ່ໄດ້ອະທິບາຍໃຫ້ຄົນອື່ນໆຮູ້ ແລະ ເຂົ້າໃຈໃນຮ່າງກາຍຕົວເອງໃຫ້ເຂົາເຈົ້າຮູ້ວິທີທາງການໃຊ້ຊີວິດໃຫ້ຖືກຕ້ອງ ແລະ ດີຂຶ້ນ ມີສຸຂະພາບແຂງແຮງ ເປັນສ່ວນໜຶ່ງທີ່ໄດ້ໃຫ້ປະໂຫຍດແກ່ສັງຄົມບໍ່ຫຼາຍກໍໜ້ອຍ ບາງເທື່ອເຖິງຈະເປັນການໃຫ້ທີ່ເລັກໜ້ອຍແຕ່ເຮົາກະດີໃຈທີ່ໄດ້ມີສ່ວນເຮັດໃຫ້ເຂົາເຈົ້າມີຄວາມສຸກ.

May be a closeup of 1 person

ທີ່ຜ່ານມາແມ່ນຍັງບໍ່ເຄີຍປະກວດເວທີໃດມາກ່ອນ ສ່ວນຕົວແມ່ນມັກໃນເລື່ອງຂອງແຟຊັນ ແລະ ວົງການບັນເທີງ ພ້ອມກັບມັກເບິ່ງການປະກວດຢູ່ແລ້ວຕັ້ງແຕ່ນ້ອຍ ຈຶ່ງຄິດໄວ້ໃນໃຈວ່າຖ້າໄດ້ມີໂອກາດມີປະສົບການເປັນໜຶ່ງໃນນັ້ນຈະດີ ເພາະເວົ້າໄດ້ວ່າເປັນຄວາມໃຝ່ຝັນ ແລະ ກໍເປັນຄວາມສຸກອີກຢ່າງໜຶ່ງຂອງນ້ອງເລີຍສໍາລັບວົງການບັນເທີງ.

May be an image of child, standing and outdoors

ນ້ອງເອງມັກຈະມີຄໍາເວົ້າທີ່ໃຊ້ເຕືອນໃຈຂອງຕົນເອງຢູ່ສະເໝີວ່າ: ຕ້ອງເຊື່ອໝັ້ນໃນຕົນເອງ ບໍ່ທໍ້ຖອຍກ້າທີ່ຈະລົງມືເຮັດ ການທີ່ເຮົາເຮັດສິ່ງໃດສິ່ງໜຶ່ງກໍລ້ວນມີຄວາມຫວັງ ແລະ ຄວາມຫວັງນັ້ນເອງຈະເປັນແຮງພັກດັນເຮົາ, ຖ້າເຮົາເຊື່ອວ່າເຮົາເຮັດໄດ້ ເອົາຊະນະໃຈຕົວເອງ ແລະ ຜົນສຳເລັດກໍຈະຕາມມາ, ໃນການປະກວດຄັ້ງນີ້ສິ່ງທີ່ນ້ອງຢາກຈະສະແດງອອກສູ່ສາຍຕາທຸກຄົນ ຖ້ານ້ອງໄດ້ເປັນຕົວແທນຂອງຄົນລາວໃນສາກົນ ນ້ອງຈະນຳສະເໜີດ້ານວັດທະນະທຳໃນຮູບແບບຕ່າງໆ ເຊັ່ນຄວາມມີນໍ້າໃຈ, ການນຸ່ງຖື ອັນທີ່ເປັນເອກະລັກທີ່ເຮັດໃຫ້ເຮົາແຕກຕ່າງຈາກຊາດອື່ນໆ ແລະ ສິ່ງນີ້ເອງຈະບົ່ງບອກເຖິງຄວາມເປັນລາວໄດ້ດີທີ່ສຸດ.

May be a closeup of 1 person and standing

ສໍາລັບໃນຄວາມຄິດນ້ອງ Miss teen Laos ເປັນເວທີທີ່ເຮັດໃຫ້ໄວໜຸ່ມໄດ້ສະແດງ ຄວາມສາມາດຂອງຕົນເອງ ທຸກຄົນທີ່ມາປະກວດແມ່ນເປັນບາດກ້າວໜຶ່ງທີ່ສຳຄັນໃນການເອົາຊະນະໃຈ ແລະ ເຊື່ອໝັ້ນໃນຕົວເອງ ເຊິ່ງນ້ອງຄິດວ່າບຸກຄະລິກກະພາບການສະແດງອອກທີ່ເປັນຕົວຂອງຕົວເອງ ການປັບຕົວໃຫ້ເຮົາເຂົ້າກັບທຸກຄົນ ແລະ ສິ່ງທີ່ສຳຄັນກໍຄືຮອຍຍິ້ມທີ່ຈິງໃຈ ເຊິ່ງນ້ອງຄິດວ່ານັ້ນຈະເປັນສິ່ງທີ່ເຮັດໃຫ້ນ້ອງຊະນະໃຈກຳມະການ ແລະ ທຸກໆຄົນໄດ້.

May be an image of 2 people, people standing, sunglasses and outdoors

ໃນການກຽມຕົວກ່ອນເຂົ້າປະກວດ ໂດຍຫຼັກໆເລີຍກໍຄືການກຽມທາງດ້ານການຕອບຄຳຖາມເປັນພິເສດ ໂດຍສະເພະແມ່ນການປັບແນວຄວາມຄິດໃຫ້ເຂົ້າໃຈໃນສິ່ງຕ່າງໆຫຼາຍຂຶ້ນ ເພາະສິ່ງທີ່ຈະເຮັດໃຫ້ຄົນອື່ນໆເຂົ້າໃຈໃນຄວາມຄິດຂອງເຮົາ ກໍຄືການເວົ້າການອະທິບາຍ ແລະ ການກະທຳ ນ້ອງເຊື່ອວ່າເມື່ອທັດສະນະຄະຕິເຮົາດີ ຄວາມຄິດທີ່ດີມັນກໍຈະຖ່າຍທອດອອກມາຜ່ານທາງສີໜ້າ, ແວວຕາ, ທ່າທາງ ແລະ ຄໍາເວົ້າຂອງເຮົານັ້ນເອງ.

May be an image of 1 person, standing and outdoors

ສ່ວນຜົນງານທີ່ຜ່ານມາຕ່າງໆຂອງນ້ອງ ແມ່ນສາມາດເຂົ້າໄປຕິດຕາມໃນ Facebook page : First modeling Lao ຫຼື ເຟສບຸ໊ກສ່ວນຕົວ Natalie puscas ຝາກຕິດຕາມ ແລະ ເຊຍເປັນກຳລັງໃຈໃຫ້ນ້ອງແດ່ເດີ.

ຮູບ: Natalie puscas