ປະກາດແຕ່ງຕັ້ງ ທ່ານ ພຸດພັນ ແກ້ວວົງໄຊ ແລະ ທ່ານ ພອນສຸກ ອິນທະວົງ ເປັນຮອງເຈົ້າແຂວງຫົວພັນ

1181

ຕອນບ່າຍວັນທີ 22 ມິຖຸນາ 2021ນີ້, ແຂວງຫົວພັນ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງຂອງແຂວງ ໂດຍມີ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດທິດສະດີ ແລະ ວຽກງານພັກ-ພະນັກງານຂັ້ນແຂວງ, ມີຄະນະບໍລິຫານງານພັກແຂວງ, ສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ກົມກອງອ້ອມຂ້າງແຂວງ, ເມືອງ ແລະ ພະແນກກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ, ທ່ານ ນາງ ລ້ອງຄຳ ພອນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 394/ນຍ ລົງວັນທີ 16 ມີຖຸນາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ວັນໄຊ ແພງຊຸມມາ ເປັນເຈົ້າແຂວງຫົວພັນ; ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 27/ຄລສພ ແລະ 28/ຄລສພ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອູດໜູນບຳນານ ໂດຍໄດ້ຕົກລົງໃຫ້ ທ່ານ ຈຸເຮີ ອະດີດກໍາມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ທ່ານ ສະຖຽນ ວັນນະສຸກ ອະດີດກໍາມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ອອກພັກການ-ຮັບອຸດໜູນບໍານານ.


ພ້ອມດຽວກັນນັ້ນ, ຜູ້ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າ ແຂວງ ສະບັບເລກທີ788/ຈຂ-ຫພ ແລະ 789/ຈຂ-ຫພ ວ່າດ້ວຍການແຕ່ງຕັ້ງ ທ່ານ ພຸດພັນ ແກ້ວວົງໄຊ ແລະ ທ່ານ ພອນສຸກ ອິນທະວົງ ເປັນຮອງເຈົ້າແຂວງຫົວພັນ.
ພ້ອມທັງຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ.

ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງໄປປະຈຳການຢູ່ບ່ອນໃໝ່ ໂດຍໄດ້ຍົກຍ້າຍ-ບົງຕົວແຕ່ງຕັ້ງ ທ່ານ ທ່ານ ພັນຕາ ທອນວົງສາ ກໍາມະການພັກແຂວງ, ເລຂາໜ່ວຍພັກພະແນກການຕ່າງປະເທດແຂວງ ໄປປະຈໍາການເປັນເລຂາຄະນະພັກຮາກຖານ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ; ແຕ່ງຕັ້ງທ່ານ ບຸນລວຍ ສຸກທິວົງ ຮອງເລຂາໜ່ວຍພັກ ເປັນເລຂາໜ່ວຍພັກ, ເປັນຫົວໜ້າພະແນກການຕ່າງປະເທດແຂວງຜູ້ໃໝ່;

ແຕ່ງ ຕັ້ງ ທ່ານ ເພັດ ມະນີພອນ ເລຂາໜ່ວຍພັກ ວ່າການຫົວໜ້າພະແນກພາຍໃນແຂວງ ເປັນຫົວໜ້າພະແນກພາຍໃນແຂວງຫົວພັນ; ຍົກຍ້າຍ ທ່ານ ສໍສະຫວັນ ບານຄໍາມີ ຮອງຫົວໜ້າພະແນກກະສີກໍາ ແລະ ປ່າໄມ້ແຂວງ ໄປປະຈໍາການຢູ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລອ້ມແຂວງຫົວພັນ ແລະ ຍົກຍ້າຍ ທ່ານ ສົມສັກ ຈັນມະລີ ຫົວໜ້າຫ້ອງການບໍລິຫານ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄປປະຈໍາການຢູ່ສະພາປະຊາຊົນແຂວງຫົວພັນ.

ຂ່າວ-ພາບ: ໄອແກ້ວ