ການສ້າງຂົວຂ້າມຫ້ວຍ ບ້ານເສັດນໍ້າອ້ອມ ໃກ້ສຳເລັດ ຫຼັງຂົວຫັກຍ້ອນລົດບັນທຸກນໍ້າໜັກເກີນ

1246

ຫຼັງຈາກທີ່ ຂົວຂ້າມຫ້ວຍບ້ານ ເສັດນ້ຳອ້ອມ ເມືອງໂຂງ ແຂວງຈຳປາສັກ ມີອາຍຸການນຳໃຊ້ 10 ກວ່າປີ ໄດ້ຫັກລົງໃນວັນທີ 25 ພຶດສະພາ 2021 ຜ່ານມາ ຍ້ອນລົດບັນທຸກແກ່ວັດສະດຸກໍ່ສ້າງທີ່ມີນ້ຳໜັກເກີນ ແລ່ນຜ່ານເປັນເຫດໃຫ້ຂົວດັ່ງກ່າວຫັກ ແລະ ສ້າງຄວາມຫຍຸ້ງຍາກແກ່ຜູ້ສັນຈອນໄປມາ.

ທ່ານ ອິນປັນ ຈັນທະສັງ ຜູ້ຮັບເໝົາກໍ່ສ້າງຂົວຂ້າມຫ້ວຍບ້ານເສັດນ້ຳອ້ອມລາຍງານຕໍ່ສື່ມວນຊົນທ້ອງຖິ່ນໃນວັນທີ 18 ມິຖຸນາ ຜ່ານມາວ່າ: ມາເຖິງປັດຈຸບັນ ການກໍ່ສ້າງຂົວເຫຼັກຮາວດຽວຂ້າມຫ້ວຍບ້ານເສັດນ້ຳອ້ອມປະຕິບັດໄດ້ເກືອບ 100% ພາຍຫຼັງທີ່ລົງມືກໍ່ສ້າງມາເປັນເວລາ 1 ເດືອນ, ໜ້າວຽກທີ່ຍັງຄ້າງຄືການປູແຜ່ນເຫຼັກ ແລະ ທາສີເກັບລາຍລະອຽດຕ່າງໆ.

ທ່ານ ບຸນກວ້າງ ແພງບຸດແກ້ວ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໃຫ້ຮູ້ໃນວັນທີ 22 ມິຖຸນາ ນີ້ວ່າ: ຂົວຂ້າມຫ້ວຍບ້ານເສັດນ້ຳອ້ອມ ມີຄວາມຍາວ 18 ແມັດ, ກວ້າງ 4 ແມັດ, ສາມາດຮັບນ້ຳໜັກໄດ້ 6 ໂຕນ, ແຕ່ມາໃນວັນທີ 25 ພຶດສະພາ 2021 ຜ່ານມາໄດ້ມີລົດບັນທຸກແມ່ລູກ 24 ລໍ້ຂອງບໍລິສັດແຫ່ງໜຶ່ງແກ່ວັດສະດຸກໍ່ສ້າງບັນທຸກມາເຕັມຄັນ ຄາດວ່າມີນ້ຳໜັກ 60 ໂຕນ ເພື່ອນຳໄປສົ່ງໃຫ້ກັບບໍລິສັດຮັບເໝົາເຮັດທາງລຽບຕາມຊາຍແດນເຂົ້າຢຽບຂົວ ເປັນເຫດເຮັດໃຫ້ຂົວດ່ັງກ່າວໄດ້ຫັກລົງ.

ການກໍ່ສ້າງຂົວເຫຼັກຮາວດຽວ ຂ້າມບ້ານເສັດນ້ຳອ້ອມເມືອງໂຂງ ແຂວງຈຳປາສັກ ມີມູນຄ່າທັງໝົດ 230 ລ້ານກີບ, ນຳໃຊ້ວັດສະດຸໃໝ່ທັງໝົດ (ເຫຼັກ) ແລະ ຫາກຂົວແຫ່ງນີ້ກໍ່ສ້າງສຳເລັດຈະສາມາດຮັບນ້ຳໜັກໄດ້ 8-10 ໂຕນ, ຊຶ່ງຈະເປັນການສ້າງຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງບ້ານຕໍ່ບ້ານ ກໍຄືປະຊາຊົນທີ່ນຳຜົນຜະລິດຂອງຕົນເຂົ້າມາຂາຍແລກປ່ຽນສິນຄ້າຢູ່ພາຍໃນເມືອງ.