ອົງການແພຣນສາກົນ ປະຈຳລາວ ມອບເຄື່ອງປ້ອງກັນພະຍາດໂຄວິດ-19 ໃຫ້ພະແນກ ສຶກສາທິການ ແລະ ກິລາ ແຂວງອຸດົມໄຊ

709

ວັນທີ 17 ມິຖຸນາ ອົງການແພຣນສາກົນ ປະຈຳ ສປປ ລາວ ໄດ້ນຳເອົາເຄື່ອງປ້ອງກັນພະຍາດໂຄວິດ-19 ມອບໃຫ້ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ.


ເຄື່ອງທີ່ນຳມາມອບມີ ເຄື່ອງວັດແທກອຸນຫະພູມ ຈໍານວນ 376 ອັນ, ຜ້າອັດປາກ – ດັງ 1.606 ກັບ, ເຈວລ້າງມື 1.113 ກ່ອງ ແລະ ສະບູລ້າງມື 371 ແພັກ ລວມມູນຄ່າ 200 ກວ່າລ້ານກີບ. ກ່າວມອບໂດຍ ທ່ານ ທະນົງສັກ ມະລີຈັນສີ ຜູ້ປະສານງານ ບໍລິຫານ-ການເງິນ ປະຈໍາແຂວງອຸດົມໄຊ ຕາງຫນ້າ ອົງການແພຣນສາກົນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ສົມສັກ ສຸພິໄລ ຫົວຫນ້າພະແນກ ສຶກສາທິການ ແລະ ກິລາແຂວງ ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ໂອກາດດັ່ງກ່າວ ທ່ານ ສົມສັກ ສຸພິໄລ ຫົວຫນ້າພະແນກ ສຶກສາທິການ ແລະ ກິລາແຂວງ ໄດ້ສະແດງຄວາມຂອບໃຈ ມາຍັງອົງການແພຣນສາກົນ ປະຈຳລາວ ທີ່ໃຫ້ການຊຸກຍູ້, ຊ່ວຍເຫຼືອ ທາງດ້ານເຄື່ອງມື ໃນການປ້ອງກັນພະຍາດໂຄວິດ-19 ເຄື່ອງຈຳນວນນີ້ ທາງສຶກສາຈະໄດ້ນຳໃຊ້ເຂົ້າໃນການເປີດການຮຽນ-ການສອນ ຄັ້ງໃໝ່ ພາຍຫລັງທີ່ໄດ້ພັກການຮຽນ – ການສອນ ມາເປັນເວລາຫລາຍເດືອນ ເພື່ອປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ເຄື່ອງດັ່ງກ່າວ ຈະແຈກຢາຍໃຫ້ບັນດາເມືອງ ເພື່ອນໍາໄປແຈກຢາຍຕໍ່ໃຫ້ແກ່ແຕ່ລະໂຮງຮຽນ ໄດ້ນຳໃຊ້ໃຫ້ທົ່ວເຖິງ ແລະ ຄາດວ່າ ຈະແຈກຢາຍໃຫ້ສຳເລັດໃນໄວໆນີ້.