ມອບ-ຮັບ ໜ້າທີ່ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຸດສາຫະກໍາ ແລະ ການຄ້າ

1459

ກະຊວງ ອຸດສາຫະກໍາ ແລະ ການຄ້າ(ອຄ) ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ  ລະຫວ່າງ ນາງ ຈຽງຄໍາ ທອງປະເສີດ ຮັກສາການແທນຫົວໜ້າກົມ (ຜູ້ເກົ່າ) ກັບ ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຄົນໃໝ່ ເພື່ອສືບຕໍ່ຊີ້ນໍາໆພາວຽກງານໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.


ພິທີດັ່ງກ່າວຈັດຂຶ້ນໃນວັນທີ 18 ມິຖຸນາ 2021 ທີ່ກະຊວງ ອຄ ເຂົ້າຮ່ວມຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ; ມີຫົວໜ້າຮອງຫົວໜ້າກົມ ແລະ ພະນັກງານ ຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດເຂົ້າຮ່ວມ.


ທ່ານ ຈຽງຄໍາ ທອງປະເສີດ ກ່າວວ່າ: ໜ່ວຍພັກກົມທະບຽນ ແລະ ຄຸ້ມຄອງວິສາຫະກິດເປັນໜ່ວຍພັກສ້າງຕັ້ງຂຶ້ນໂດຍແຍກຈາກໜ່ວຍພັກກົມການຄ້າພາຍໃນ ຕາມຂໍ້ຕົກລົງສະບັບເລກທີ022 /ຄພ.ອຄ ລົງວັນທີ 6 ກຸມພາ 2012. ມີຈໍານວນພະນັກງານທັງໝົດ 33ຄົນ, ໃນນີ້ມີພະນັກງານເພດຍິງ 14 ຄົນ.

ສໍາລັບວຽກ ແລະແຜນວຽກສໍາຄັນ ທີ່ຕ້ອງໄດ້ສືບຕໍ່ປັບປຸງ ແມ່ນການເລີ່ມຕົ້ນທຸລະກິດ, ປະສານກັບຂະແໜງການກ່ຽວຂ້ອງໃນການຫັນລະຫັດວິສາຫະກິດເປັນລະຫັດດຽວ ຕາມຫຼັກປະຕິບັດມາດຕະຖານສາກົນ ແລະ ເຊື່ອມລະບົບເພື່ອເຮັດໃຫ້ການເລີ່ມຕົ້ນທຸລະກິດ ອາດຈະມີ 2-3 ຂອດກໍຕາມ ແຕ່ສາມາດເຮັດໄດ້ພ້ອມກັນຄ້າຍໆໃນຂອດດຽວ, ການຂຶ້ນທະບຽນວິສາຫະກິດແບບ Walk-inໃຫ້ມີຄວາມສະດວກ ວ່ອງໄວ, ງ່າຍດາຍ ຮັບປະກັນໃຫ້ເວລາສະເລ່ຍ Matric Timing ສໍາລັບການຂຶ້ນທະບຽນວິສາຫະກິດ ໃນຮູບແບບນີ້ສູງສຸດບໍ່ໃຫ້ເກີນ 2,4 ວັນລັດຖະການ(ໃນຂອບເຂດທົ່ວປະເທດ), ການຂຶ້ນທະບຽນວິສາຫະກິດອອນລາຍ, ສືບຕໍ່ປັບປຸງເວບໄຊ, ການສະໜອງຂໍ້ມູນຂ່າວສານ ວິສາຫະກິດ ແລະ ອື່ນໆ.


ທ່ານ ອະພິສິດ ແສງສຸລິວົງ ໄດ້ຂຶ້ນກ່າວຮັບໜ້າທີ່ວ່າ: ພ້ອມຈະຮ່ວມກັບອ້າຍນ້ອງພະນັກງານພາຍໃນກົມ ເພື່ອສືບຕໍ່ພາລະກິດວຽກງານຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ໃຫ້ມີການຂະຫຍາຍຕົວເປັນກ້າວໆ ເພື່ອອໍານວຍຄວາມສະດວກໃນການເລີ່ມຕົ້ນທຸລະກິດ, ການຂຶ້ນທະບຽນວິສາຫະກິດ, ການສົ່ງເສີມ ແລະ ຄຸ້ມຄອງວິສາຫະກິດໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.


ໃນຕອນທ້າຍພິທີ ທ່ານ ສົມຈິດ ອິນທະມິດ ໄດ້ກ່າວມີຄໍາເຫັນຊີ້ນໍາວ່າ: ທ່ານທີ່ໄດ້ຮັບໜ້າທີ່ໃໝ່ແລະ ພະນັກງານໃນກົມ ໃຫ້ເອົາໃຈໃສ່ ວຽກສຶກສາອົບຮົມການເມືອງແນວຄິດ, ຝືກຝົນຫຼໍ່ຫຼອມເປັນພະນັກງານ ສະມາຊິກພັກທີ່ດີ, ຕ້ອງເຕົ້າໂຮມຄວາມສາມັກຄີພາຍໃນກົມໃຫ້ເປັນອັນໜຶ່ງອັນດຽວກັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປຶກສາຫາລືເປັນໝູ່ຄະນະ ຄວາມເປັນເອກະພາບ ປະຊາທິປະໄຕ.

ສ່ວນວຽກວິຊາສະເພາະ ແມ່ນການປັບປຸງກົດໝາຍວິສາຫະກິດ, ການຄຸ້ມຄອງວິສາຫະກິດ, ການອອກໃບທະບຽນວິສາຫະກິດ ເພື່ອອໍານວຍຄວາສະດວກໃຫ້ພາກທຸລະກິດ, ວຽກງານການເລີ່ມຕົ້ນທຸລະກິດ, ການໂຄສະນາປະຊາສໍາພັນ ຜົນສໍາເລັດຂອງກົມ ເພື່ອສ້າງຄວາມເຂົ້າໃຈຂອງສັງຄົມໃຫ້ດີຂຶ້ນ.