ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ເຄື່ອນໄຫວຊຸກຍູ້ການຜະລິດຢາງພາລາ

1081

ໃນວັນທີ 19 ມິຖຸນາ 2021, ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ນໍາໂດຍທ່ານ  ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ-ການຄ້າແຂວງຈໍາປາສັກ, ພ້ອມຄະນະພະແນກ, ຫົວໜ້າຂະແໜງການ, ວິຊາການ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຜະລິດຢາງພາລາຂອງບໍລິສັດ ຢາງພາລາ ຫວຽດ-ລາວ ຈໍາກັດ, ບໍລິສັດ ຢາງພາລາ ເຢົ້າຕຽນ ຫວຽດ-ລາວ ຈໍາກັດ.

ໃນໂອກາດເຄື່ອນໄຫວຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບການຜະລິດ-ທຸລະກິດ ໄລຍະ 5 ເດືອນ ປີ 2021 ຂອງແຕ່ລະບໍລິສັດ ທີ່ຍົກໃຫ້ເຫັນທັງຂໍສະດວກ ແລະ ຂໍ້ຫຍຸ້ງຍາກ ຊຶ່ງຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ດີຂຶ້ນ.

.

ໂອກາດນີ້ທ່ານ ບຸນຍະເດດ ທອງສະຫວັນ ກໍມີຄໍາເຫັນໃຫ້ບໍລິສັດສືບຕໍ່ດໍາເນີນທຸລະກິດກິດຢ່າງເຂັ້ມແຂງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງແຂວງ ແລະ ຈະນໍາເອົາຂໍ້ຫຍຸ້ງຍາກຂອງບໍລິສັດ ທີ່ສະເໜີຕໍ່ພາກລັດ ໄປພິຈາລະນາເພື່ອຫາວິທີການແກ້ໄຂ ຮ່ວມກັບພາກສ່ວນກ່ຽວຂ້ອງ.


ຂ່າວ-ພາບ: ຈັນທະວີສັກ