ຕົ້ນທຶນການຂົນສົ່ງໂລກ ປັບຂຶ້ນຫຼາຍເທົ່າ ກະທົບຕໍ່ຜູ້ບໍລິໂພກ

266

ສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຫຼາຍປະເທດ ເລີ່ມຜ່ອນຄາຍລົງ ເຮັດໃຫ້ເສດຖະກິດເລີ່ມຟື້ນຕົວທີ່ມາພ້ອມກັບຄວາມຕ້ອງການຂອງຜູ້ບໍລິໂພກເພີ່ມຂຶ້ນ ແຕ່ການຂົນສົ່ງຍັງເປັນອຸປະສັກຕໍ່ການນຳເຂົ້າ-ສົ່ງອອກສິນຄ້າ ໂດຍສະເພາະການຂົນສົ່ງສິນຄ້າທາງທະເລທີ່ຍັງບໍ່ທັນຟື້ນຕົວ ບວກກັບການຂາດແຄນຕູ້ຄອນເທັນເນີ ສົ່ງຜົນໃຫ້ຄ່າໃຊ້ຈ່າຍໃນການຂົນສົ່ງເພີ່ມຂຶ້ນຫຼາຍເທົ່າຕົວ ກາຍເປັນຕົ້ນທຶນທີ່ເພີ່ມຂຶ້ນຂອງພາກທຸລະກິດ ເປັນພາລະຂອງຜູ້ບໍລິໂພກທີ່ຈະຕ້ອງແບກຫາບລາຄາສິນຄ້າທີ່ເພີ່ມຂຶ້ນເປັນເງົາຕາມມາ.


ທັງນີ້ ສຳນັກຂ່າວບລູມເບີກລາຍງານວ່າ ຄ່າຂົນສົ່ງສິນຄ້າທາງທະເລໃນປັດຈຸບັນເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ເນື່ອງຈາກຄວາມຕ້ອງການຂອງຜູ້ບໍລິໂພກເພີ່ມຂຶ້ນ, ຕູ້ຄອນເທັນເນີບໍ່ພຽງພໍ, ທ່າເຮືອຍັງບໍ່ພ້ອມໃຫ້ບໍລິການ, ຈຳນວນເຮືອ ແລະ ພະນັກງານຫຼຸດລົງ ທັງໝົດນີ້ ໄດ້ເຮັດໃຫ້ການຂົນສົ່ງທາງທະເລຫຼຸດລົງ ພ້ອມກັບຄ່າໃຊ້ຈ່າຍເພີ່ມຂຶ້ນທຸກເສັ້ງທາງ.


ດຣິວຣີ ຊິບປິ້ງ ບໍລິສັດວິໄຈຂົນສົ່ງທາງທະເລເປີດເຜີຍວ່າ: ຄ່າໃຊ້ຈ່າຍໃນການຂົນສົ່ງຕູ້ຄອນເທັນເນີຂະໜາດ 12,19 ແມັດ ຈາກນະຄອນຊຽງໄຮຂອງຈີນ ໄປຍັງນະຄອນຫຼວງອຳສະເຕີດຳຂອງໂຮນລັງປັດຈຸບັນຢູ່ທີ່ 10.522 ໂດລາສະຫະລັດ ສູງກວ່າຄ່າສະເລ່ຍຂອງຄ່າໃຊ້ຈ່າຍໃນການຂົນສົ່ງໃນຮອບ 5 ປີຜ່ານມາເຖິງ 547% ເຊິ່ງຄ່າໃຊ້ຈ່າຍຍັງເພີ່ມສູງຂຶ້ນເປັນທະວີຄູນຕາມໄລຍະທາງ ໂດຍຄ່າໃຊ້ຈ່າຍການຂົນສົ່ງຈາກນະຄອນຊຽງໄຮ ໄປອຳສະເຕີດຳ ສູງກວ່າຄ່າຂົນສົ່ງໄປພາກຕາເວັກຕົກຂອງອາເມຣິກາ 67%.


ຕົ້ນທຶນການຂົນສົ່ງເພີ່ມຂຶ້ນນີ້ ສະທ້ອນໃຫ້ເຫັນເຖິງລາຍຮັບຂອງບໍລິສັດຂົນສົ່ງເພີ່ມຂຶ້ນ ເປັນຕົ້ນ ບໍລິສັດ CMA CGM ເຊິ່ງເປັນບໍລິສັດຂົນສົ່ງທາງທະເລຂອງຝຣັ່ງມີລາຍໄດ້ສຸດທິສູງເຖິງ 21.000 ລ້ານໂດລາສະຫະລັດໃນໄຕມາດ 1 ຂອງປີ 2021 ເມື່ອທຽບກັບ 48 ລ້ານໂດລາຂອງໄລຍະດຽວກັນປີ 2020.


ສອດຄ່ອງກັບຂໍ້ມູນຈາກທະນາຄານ HSBC ທີ່ຄາດວ່າ ຕົ້ນທຶນການຂົນສົ່ງຕູ້ຄອນເທັນເນີທາງທະເລເພີ່ມຂຶ້ນ 205% ເມື່ອທຽບກັບປີຜ່ານມາ ເຊິ່ງອາດຈະສົ່ງຜົນເຮັດໃຫ້ລາຄາສິນຄ້າຜູ້ຜະລິດໃນເອີຣົບທີ່ນຳເຂົ້າວັດຖຸດິບເພີ່ມຂຶ້ນເຖິງ 2%.


ຕົ້ນທຶນການຂົນສົ່ງທີ່ເພີ່ມຂຶ້ນ ເຮັດໃຫ້ທຸລະກິດຜູ້ນຳເຂົ້າປິດທຸລະກິດຊົ່ວຄາວ ຫຼື ບໍລິສັດໃດຍັງດຳເນີນກິດຈະການກໍໄດ້ປັບຂຶ້ນລາຄາສິນຄ້າ ຫຼື ຍອມແບກຫາບຕົ້ນທຶນສູງຂຶ້ນ ເຊິ່ງສົ່ງຜົນຕໍ່ຜູ້ບໍລິໂພກທີ່ຊື້ສິນຄ້າໃນລາຄາທີ່ສູງຂຶ້ນ ແຕ່ບໍລິສັດບາງແຫ່ງໃນເອີຣົບໄດ້ປ່ຽນການນຳເຂົ້າສິນຄ້າດ້ວຍການຂົນສົ່ງທາງບົກແທນ ຫຼື ເລືອກນຳເຂົ້າສິນຄ້າ ຫຼື ວັດຖຸດິບໃນປະເທດທີ່ໃກ້ຄຽງແທນ.