ກະຊວງພະລັງງານ ແລະບໍ່ແຮ່ປະກາດ ພະນັກງານຂັ້ນນຳພາ 5 ທ່ານອອກຮັບບຳນານ

1276

ໜ້າເສຍດາຍທີ່ບໍ່ອາດຫັກຫ້າມການເວລາໄດ້ ເຮັດໃຫ້ພະນັກງານຜູ້ທີ່ມີຄວາມຮູ້ຄວາມສາມາດເມື່ອເຖິງເວລາຕ້ອງພັກການ ເຖິງຈະຊ່ວຍເປັນທີ່ປຶກສາໃຫ້ໄດ້ແຕ່ບໍ່ຄືເພິ່ນມານັ່ງນຳ ເຊິ່ງພິທີປະກາດໃຫ້ພະນັກງານຂັ້ນນຳພາພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ພັກການອອກຮັບບຳນານ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ  ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ມີຄະນະປະຈຳພັກ, ຄະນະພັກ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະພັກ, ຄະນະນຳຂອງບັນດາຫ້ອງການ, ກົມ, ສະຖາບັນ ແລະ ລັດວິສາຫະກີດອ້ອມຂ້າງກະຊວງ ເຂົ້າຮ່ວມເປັນສັກຂີ່ພິຍານ.


ໃນພິທີ ໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ພັກການອອກຮັບບຳນານ ໃນນີ້ໄດ້ຕົກລົງໃຫ້ ທ່ານ ຈັນສອນ ແສນບຸດຕະລາດ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ເລີ່ມແຕ່ງວດ III ຂອງປີ 2021 ນີ້ເປັນຕົ້ນໄປ.


ຫຼັງຈາກນັ້ນ, ທ່ານ ທອງຂັນ ພິມວິໄລ ກໍ່ໄດ້ຂຶ້ນຜ່ານດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານຂັ້ນກົມທີ່ຂຶ້ນກັບກະຊວງ ພະລັງງານ ແລະ ບໍ່ແຮ່ ພັກການອອກຮັບບຳນານຈຳນວນ 4 ທ່ານຄື: ທ່ານ ປອ ສີມອນ ພິຈິດ ຄະນະພັກກະຊວງ, ຫົວໜ້າສະຖາບັນຄົ້ໜຄວ້າພະລັງງານ ແລະ ບໍ່ແຮ່; ທ່ານ ແກ້ວ ຄຳພາວົງ ຫົວໜ້າກົມ ທໍລະນີສາດ ແລະ ແຮ່ທາດ; ທ່ານ ກົງຄຳ ຈັນທະວິສິດ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ສາຍເພັດ ວິໄລປະເສີດ ຮອງຫົວໜ້າກົມ ນິຕິກຳ.


ຕອນທ້າຍຂອງພິທີ ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ມີຄຳເຫັນໂອ້ລົມເຊິ່ງກ່ອນອື່ນໝົດ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານດານເຄື່ອນໄຫວປະກອບສ່ວນຢ່າງຫ້າວຫັນຂອງບັນດາ ສະຫາຍ ທີ່ໄດ້ອອກພັກຜ່ອນຮັບອູດໜູນບຳນານຄັ້ງນີ້ ບາງຕອນ ທ່ານ ກ່າວວ່າ: ມື້ນີ້, ຄະນະພັກ, ຄະນະນໍາກະຊວງພະລັງງານ ແລະ ບໍ່ແຮ່ ພວກເຮົາໄດ້ຈັດພິທີປະກາດດໍາລັດ ແລະ ຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ທ່ານ ຈັນສອນ ແສນບຸດຕະລາດ ຮອງລັດຖະມົນຕີ ແລະ ທ່ານຫົວໜ້າສະຖາບັນ, ຫົວໜ້າ, ຮອງຫົວໜ້າກົມ, ຫົວໜ້າພະແນກ ອອກພັກຜ່ອນຮັບອຸດໜູນບໍານານ ຕາມນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ພາຍຫຼັງທີ່ບັນດາທ່ານ ໄດ້ພ້ອມກັນອຸທິດສະຕິປັນຍາ, ຄວາມຮູ້, ຄວາມສາມາດເຫື່ອແຮງ ປະກອບສ່ວນເຂົ້າໃນການພັດທະນາຂົງເຂດພະລັງງານ ແລະ ບໍ່ແຮ່ ກໍຄືພາລະກິດລວມຂອງປະເທດຊາດມາເປັນເວລາດົນນານ.

ທ່ານ ຈັນສອນ ແສນບຸດຕະລາດ ແລະ ບັນດາສະຫາຍທີ່ໄດ້ຮັບການອະນຸມັດໃຫ້ອອກພັກຜ່ອນຮັບອຸດໜູນບໍານານໃນເທື່ອນີ້ ລ້ວນແຕ່ແມ່ນພະນັກງານອາວຸໂສ ທີ່ເປັນຫົວຈັກຫຼັກແຫຼ່ງ, ແມ່ນປັນຍາຊົນ ທີ່ມີລະດັບຄວາມຮູ້, ຄວາມສາມາດ, ມີບົດຮຽນທີ່ອຸດົມສົມບູນໃນພຶດຕິກໍາ ແຫ່ງການເຄື່ອນໄຫວນໍາພາ, ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານຂອງຂະແໜງພະລັງງານ ແລະ ບໍ່ແຮ່, ໄດ້ຮັບການກໍ່ສ້າງ, ຝຶກຝົນຫຼໍ່ຫຼອມ ແລະ ເຕີບໃຫຍ່ຂະຫຍາຍຕົວໂດຍຜ່ານບັນດາໜ້າທີ່, ຕຳແໜ່ງງານຕ່າງໃນຂະບວນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະທີ່ຜ່ານມາ.


ໃນຕະຫຼອດໄລຍະເວລາເກືອບ 40 ປີ, ທ່ານ ຈັນສອນ ແສນບຸດຕະລາດ ແລະ ບັນດາທ່ານທີ່ຈະອອກພັກຜ່ອນໃນເທື່ອນີ້ ລ້ວນແຕ່ໄດ້ຮັບການມອບໝາຍໜ້າທີ່ວຽກງານທີ່ສໍາຄັນພາຍໃນພັກ, ໃນອົງການລັດ, ອົງການຈັດຕັ້ງມະຫາຊົນ, ນັບແຕ່ເປັນພະນັກງານວິຊາການຈົນກ້າວມາເຖິງເປັນພະນັກງານຄຸ້ມຄອງ, ພະນັກງານນຳພາຢູ່ໃນຄະນະປະຈໍາພັກ, ຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ, ຫົວໜ້າພະແນກ ແລະ ສໍາລັບທ່ານ ຮອງລັດຖະມົນຕີ ຈັນສອນ ແສນບຸດຕະລາດ ແມ່ນໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ່ VIII ອີກດ້ວຍ.

ການໄດ້ຮັບນະໂຍບາຍຈາກການຈັດຕັ້ງໃຫ້ ທ່ານ ຮອງລັດຖະມົນຕີ ແລະ ບັນດາທ່ານຂັ້ນກົມ ອອກພັກຜ່ອນຮັບອຸດໜູນບໍານານ ແມ່ນຖືກຕ້ອງ, ທັງແມ່ນກຽດສະຫງ່າງາມ ແລະ ສອດຄ່ອງກັບຄຸນງາມຄວາມດີ ທີ່ພວກທ່ານ ໄດ້ອຸທິດໃຫ້ແກ່ຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ປະເທດຊາດຂອງພວກເຮົາ.


ພວກເຮົາຊຶ່ງແມ່ນຮຸ້ນຄົນສືບທອດ, ຂໍໃຫ້ຄໍາໝັ້ນສັນຍາຕໍ່ພວກທ່ານວ່າ : ຈະພ້ອມກັນຮໍ່າຮຽນເອົາແບບຢ່າງຄຸນສົມບັດ, ແບບແຜນນໍາພາ, ວິທີເຮັດວຽກ ແລະ ປະສົບການຂອງບັນດາທ່ານ ເພື່ອພ້ອມກັນຜັນຂະຫຍາຍເຂົ້າໃສ່ການເຮັດໜ້າທີ່ການເມືອງຂອງໃຜລາວ, ຮັບປະກັນເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຂະແໜງພະລັງງານ ແລະ ບໍ່ແຮ່ ສືບຕໍ່ດຳເນີນໄປດ້ວຍບັນຍາກາດ ແລະ ຄຸນນະພາບໃໝ່ ທີ່ໜັກແໜ້ນກວ່າເກົ່ານັ້ນ.
ທ່ານລັດຖະມົນຕີໄດ້ຮຽກຮ້ອງໃຫ້ທົ່ວກະຊວງ ແລະ ຂະແໜງການຂອງພວກເຮົາ ຈົ່ງພ້ອມກັນສ້າງຄວາມຕັດສິນໃຈໃໝ່, ບົນພື້ນຖານສືບຕໍ່ເພີ່ມທະວີຄວາມສາມັກຄີກັນໃຫ້ແໜ້ນ, ຮ່ວມແຮງຮ່ວມໃຈ, ທຸມເທສະຕິປັນຍາເຫື່ອແຮງ, ຄວາມຮູ້ຄວາມສາມາດ ເພື່ອຈະພ້ອມກັນສືບຕໍ່ພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ຕໍ່ເນື່ອງ, ກາຍເປັນຂະແໜງການທີ່ເປັນພື້ນຖານ, ເປັນເຈົ້າພາທາງໃນລະບົບເສດຖະກິດແຫ່ງຊາດຢູ່ປະເທດເຮົາໃນໄລຍະໃໝ່.

ຂ່າວຈາກ: ສູນຂ່າວພະລັງງານ-ບໍ່ແຮ່