ມອບແຮ່ຫີນຂຽວກວ່າ 17 ພັນກິໂລ ຄືນໃຫ້ບໍລິສັດລ້ານຊ້າງມີເນໂຣນສ໌ລິມິເຕັດ

475

ໃນວັນທີ 16 ມິຖຸນາ 2021ນີ້ ກອງບັນຊາການ ປກສ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບເຄື່ອງຂອງກາງປະເພດແຮ່ຫີນຂຽວ ທີ່ໄດ້ກວດຢຶດ, ເກັບກູ້ ແລະ ທ້ອນໂຮມມາໄດ້ຈາກກຸ່ມຄົນບໍ່ດີຈໍານວນໜຶ່ງ ຄືນໃຫ້ແກ່ບໍລິສັດລ້ານຊ້າງມີເນໂຣນສ໌ ລິມິເຕັດ ຫຼື ໂຄງການຂຸດຄົ້ນຄໍາ-ທອງແດງເຊໂປນ.

ເຂົ້າຮ່ວມໃນພິທີມີທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ, ມີທ່ານ ພັທ ບຸນເຫຼືອ ມະນີລາ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ມີຫົວໜ້າສາຍງານຂົນຂວາຍ ແລະພົວພັນພັກລັດ, ຫົວໜ້າສາຍງານປ້ອງກັນຄວາມສະຫງົບຂອງບໍລິສັດລ້ານຊ້າງມີເນໂຣນລິມິເຕັດ ພ້ອມດ້ວຍຄະນະກອງຮ້ອຍເອກະລາດເຂົ້າຮ່ວມນຳ.

ສໍາລັບເຄື່ອງຂອງກາງປະເພດແຮ່ຫີນຂຽວທີ່ມອບ-ຮັບກັນໃນຄັ້ງນີ້ ແມ່ນມີນໍ້າໜັກລວມທັງໝົດຈໍານວນ 17.057 ກິໂລ ໂດຍແມ່ນເຈົ້າໜ້າທີ່ຕໍາຫຼວດກອງບັນຊາການ ປກສ ເມືອງວິລະບູລີ ສາມາດກວດຢຶດ, ເກັບກູ້ ແລະ ທ້ອນໂຮມມາໄດ້ໃນໄລຍະນັບແຕ່ຕົ້ນປີ 2021 ທີ່ຜ່ານມາ ຮອດປະຈຸບັນ ຈາກພວກກຸ່ມຄົນບໍ່ດີຈໍານວນໜຶ່ງ ທີ່ໄດ້ເຂົ້າລັກລອບເອົາໃນເຂດສໍາປະທານໂຄງການຂຸດຄົ້ນຄໍາ-ທອງແດງເຊໂປນຂອງບໍລິສັດລ້ານຊ້າງມີເນໂຣນສ໌ລິມິເຕັດ ເຊິ່ງແມ່ນຜິດຕໍ່ລະບຽບກົດໝາຍຂອງບ້ານເມືອງ ດັ່ງນັ້ນ, ຈຶ່ງໄດ້ມອບເຄື່ອງຂອງກາງເຫຼົ່ານີ້ ຄືນໃຫ້ແກ່ບໍລິສັດລ້ານຊ້າງມີເນໂຣນສ໌ລິມິເຕັດ ເພື່ອນໍາໃຊ້ຕໍ່ໄປ.